ຍສໝ - ແຕ່ວັນທີ 19-21 ທັນວາ, ຄ້າຍທະຫານຊາຍແດນ ຕາມເຫີບ, ທະຫານຊາຍແດນ ແຂວງເຫງະອານ ສສ ຫວຽດນາມ ໄດ້ປະສານສົມທົບ ກັບ ກອງຮ້ອຍທະຫານຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ ຈັດຕັ້ງ ການລາດຕະເວນ ຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເພື່ອປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ.
ວັນທີ 21 ທັນວາ, ຢູ່ນະຄອນເຫວ້, ຄະນະສາສະໜາລັດຖະບານ ຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງຊາຍແດນຫວຽດນາມ - ລາວ.
ຍສໝ - ຄຳນັບຮັບຕ້ອນຄອບຮອບ 74 ປີ ວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ, ໃນໄລຍະສອງວັນ 14-15 ທັນວາ ນີ້, ກອງບັນຊາການທະຫານ ຊາຍແດນ ແຂວງກວ້າງຈິ ປະສານສົມທົບ ກັບ ພະແນກສາທາລະນະສຸກ, ສູນການແພດເມືອງ ກາຣົງ, ໂຮງໝໍວັນນະໂລກ ແລະ ພະຍາດປອດ ແຂວງກວ້າງຈິ ໄດ້ຈັດການກວດພະຍາດ ແລະ ແຈກຢາຮັກສາໂລກ ໂດຍບໍ່ເສຍຄ່າ, ມອບຂອງຂວັນ ໃຫ້ແກ່ປະຊາຊົນ ບ້ານລາໄລ, ກຸ່ມບ້ານ ອາໂງ, ເມືອງກາຣົງ, ແຂວງ ກວ້າງຈິ ແລະ ບ້ານ ລາໄລ ອາສ໋ອຍ, ເມືອງສະໝ໋ວຍ ແຂວງສາລະວັນ.
ຍສໝ - ນີ້ແມ່ນຕົວເລກທີ່ຮັບການຍົກອອກມາໃນ ກອງປະຊຸມ ແລກປ່ຽນ, ເອກກະພາບ ແກ້ໄຂບັນຫາ ການອົບພະຍົບ ຢ່າງເສລີ ແລະ ແຕ່ງດອງຢ່າງບໍ່ໄດ້ຈົດທະບຽນ ລຽບຕາມແນວຊາຍແດນ ໂດຍກຳມະການປະຊາຊົນ ແຂວງເຫງະອານ ປະສານສົມທົບກັບ ຄະນະກຳມະການ ອຳນາດການປົກຄອງ ແຂວງ ບໍລິຄຳໄຊ ປະສານສົມທົບ ຈັດຂື້ນໃນວັນທີ 13 ທັນວາ ຢູ່ນະຄອນວິງ.
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ພ້ອມຄະນະສຳເລັດການຢ້ຽມຢາມມິດຕະພາບ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ໄທ-ລາວ ຄັ້ງທີ 25 ຢູ່ຣາຊະອານາຈັກໄທ .
ໃນວັນທີ 10 ທັນວາ 2018 ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມສາມັນ ປະຈຳປີ ຄັ້ງທີ XXVIII ຂຶ້ນ ທີ່ນະຄອນຫລວງວຽງຈັນ ເຊິ່ງຝ່າຍລາວ ນຳໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດ ນາມນຳໂດຍ ທ່ານ ເລ ຮວ່າຍ ຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ, ມີບັນ ດາຮອງເຈົ້າແຂວງ ທີ່ມີຊາຍແດນຕິດຈອດຂອງສອງປະເທດ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ຕອນບ່າຍຂອງວັນທີ 8 ທັນວາ ຢູ່ ຄ້າຍທະຫານຊາຍແດນ ດ່ານສາກົນ ນຳ້ກັ່ນ ( ທະຫານຊາຍແດນ ແຂວງເຫງະອານ) ໄດ້ຈັດຕັ້ງກວດກາ, ປິດຊຸດຝຶກອົບຮົມພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນ, ບຸກຄະລາກອນ ຢູ່ເຂດຊາຍແດນ ດ່ານສາກົນນຳ້ກັ່ນ ປີ 2018.
ຍສໝ - ໃນມໍ່ໆມານີ້ ຄ້າຍທະຫານປ້ອງກັນຊາຍແດນ ດັກລ໋ອງ, ທະຫານປ້ອງກັນຊາຍແດນ ແຂວງ ກອນຕູມ ໄດ້ປະສານສົມທົບກັບ ກອງຮ້ອຍ 541, ກອງບັນຊາການທະຫານແຂວງອັດຕະປື, ສປປ ລາວ ໄດ້ຈັດຕັ້ງລາດຕະເວນສອງຝ່າຍວຽກງານປ້ອງກັນຊາຍແດນ.
ວັນທີ 30 ພະຈິກ, ທະຫານຊາຍແດນແຂວງກວາງຈິ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃຫ້ບັນດາພະນັກງານສັງກັດກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ) ປີ 2018.
ຍສໝ - ຕອນບ່າຍຂອງວັນທີ 30 ພະຈິກ 2018 ຢູ່ທີ່ກອງພັນ ຝຶກແອບ - ກົນຈັກ, ກອງບັນຊາການທະຫານຊາຍແດນ ແຂວງ ກວ້າງຈິ ໄດ້ຈັດພິທີປິດ ຊຸດຝຶກອົບຮົບ ວິຊາການດ້ານການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ຂອງກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ ປີ 2018. ເຂົ້າຮ່ວມໃນງານດັ່ງກ່າວປະກອບ ມີ ທ່ານ ຮ່າ ສີດົ່ງ ຮອງປະທານກຳມະການປະຊາຊົນແຂວງກວ້າງຈິ.
ດ້ວຍຄວາມມຸ່ງມາດປາດຖະໜາໂຄສະນາເຜີຍແຜ່ຮູບພາບຫວຽດນາມ ປ່ຽນແປງໃໝ່ ແລະພັດທະນາ, ຜ່ານນັ້ນ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຈັດຕັ້ງລາຍການ “ວັນບຸນນໍ້າໃຈໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ” ໃນລະຫວ່າງວັນທີ 8-9 ທັນວາ ຢູ່ນະຄອນດ້ຽນບຽນຝູ.
ຍສໝ - ວັນທີ 22 ພະຈິກ ຢູ່ນະອນດົ່ງເຫີຍ (ແຂວງກວ້າງບິ່ງ) ຄະນະຜູ້ແທນຊາຍແດນ ແຂວງກວ້າງບິ່ງ ແລະ ຄະນະຜູ້ແທນຊາຍແດນແຂວງຄຳມ່ວນ ແຫ່ງ ສປປ ລາວ ໄດ້ມີກອງປະຊຸມເຈລະຈາ ແລະ ເຊັນສັນຍາ ການຮ່ວມມືມິດຕະພາບ ຮອບດ້ານ ລະຫວ່າງສອງແຂວງ.
ຍສໝ - ຕອນເຊົ້າວັນທີ 21 ພະຈິກ, ຄະນະກຳມະການປະຊາຊົນ ແຂວງເຫງະອານ ໄດ້ປະສານສົມທົບກັບອຳນາດການປົກຄອງ ຂອງສາມແຂວງຄື: ຫົວພັນ, ຊຽງຂວາງ, ບໍລິຄຳໄຊ (ສປປ ລາວ) ຈັດກອງປະຊຸມ ສະຫຼຸບ 5 ປີ ຂອງການຈັດຕັ້ງປະຕິບັດ ວຽກງານການແຮກສ່ຽວ ລະຫວ່າງ ບັນດາກຸ່ມບ້ານ(ບ້ານກັບບ້ານ) ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຢູ່ ແຂວງເຫງະອານ.
ຍສໝ - ແຂວງ ຫຼວງພະບາງ ແລະ ແຂວງ ເ່ຊີນລາ ພົບປະ ແລະ ຮັດວຽກຮ່ວມກັນໃນການຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກກອງປະຊຸມວຽກງານຊາຍແດນຄັ້ງທີ 10 ລະຫວ່າງ ສອງແຂວງໃນສົກປີ 2017-2018.
ຍສໝ - ໃນເຊົ້າຂອງວັນທີ 9 ພະຈິກ, ທີ່ສະຖາບັນ ປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມບຳລຸງວຽກງານວິຊາສະເພາະດ້ານວຽກງານດ່ານຊາຍແດນ ໃຫ້ພະນັກງານ ຂອງ ກອງທັບປະຊາຊົນລາວ.
ໃນວັນທີ 7 ພະຈິກ 2018 ທີ່ແຂວງຄຳມ່ວນ ໄດ້ມີພິທີເຊັນບົດບັນທຶກມອບແຜນວາດແຕ້ມ ຜົນສຳເລັດ ແລະ ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫລັກໝາຍ ຊາຍ ແດນແຫ່ງຊາດ ລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ ໂດຍການຮ່ວມລົງນາມ ຂອງທ່ານ ເລ ມິງ ເງິນ ຮອງປະທານຄະນະກຳມະການປະຊາຊົນແຂວງ, ທັງເປັນ ຫົວ ໜ້າຄະນະຊີ້ນຳ ວຽກງານຊາຍແດນແຂວງກວາງບິ່ງ ສສ ຫວຽດນາມ ແລະ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ, ທັງເປັນຫົວໜ້າຄະນະຊີ້ນຳວຽກງານຊາຍແດນຂອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ໃນການປະຕິບັດໜ້າທີ່, ກອງເສດຖະກິດ-ປ້ອງກັນຊາດ 385 (ພົນລະພາກຫຼວງ 15) ຍາມໃດກໍ່ສ້າງເງື່ອນໄຂສະດວກໃນທຸກດ້ານເພື່ອແນໃສ່ຊ່ວຍເຫຼືອປະຊາຊົນ ຢູ່ເຂດຊາຍແດນຂອງແຂວງກອນຕຸມຕິດກັບປະເທດລາວ ມີການດໍາລົງຊີວິດເປັນປົກກະຕິ.
ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເວົ້າລວມ, ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ເວົ້າສະເພາະ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ. ພວກເຮົາໄດ້ເຫັນປະຈັກຕາສິ່ງດັ່ງກ່າວຢູ່ປະເທດເພື່ອນລາວ.
ຍສໝ - ວັນທີ 3 ພະຈິກ ຢູ່ ທີ່ຫຼັກແດນ ສາມແຍກຊາຍແດນຫວຽດນາມ-ລາວ-ກຳປູເຈຍ ໄດ້ດຳເນີນການຮ່ວມລາດຕະເວນ ລະຫວ່າງ ຊາຍແດນສາມຊາດ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດ ລາຍການ “ ແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທຳອິດປີ 2018 ຈັດຂື້ນຢູ່ແຂວງກອນຕຸມ, ບົນພື້ນຖານການຈັດຕັ້ງປະຕິບັດສັນຍາຮ່ວມມືຊາຍແດນລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ, ກະຊວງປ້ອງກັນປະເທດ ລາວ, ກະຊວງພາຍໃນ ລາດສະອານາຈັກ ກຳປູເຈຍ.
ຍສໝ - ຕອນບ່າຍວັນທີ 2 ພະຈິກ, ຄະນະຜູ້ແທນຂອງສອງປະເທດ ລາວ ແລະ ກຳປູເຈຍ ໄດ້ມີໜ້າຢູ່ທີ່ ນະຄອນກອນຕຸມ, ແຂວງ ກອນຕຸມ ເພື່ອເຂົ້າຮ່ວມລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທຳອິດ ປີ 2018. ຕ້ອນຮັບຄະນະຜູ້ແທນຂອງສອງປະເທດ ມີສະຫາຍ ຫງວ໋ຽນ ວັນຮຸ່ງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານ ສະພາປະຊາຊົນ ແຂວງກອນຕຸມ; ພົນຈັດຕະວາ ຫງວ໋ຽນ ວັນນາມ ຮອງຫົວໜ້າກອງບັນຊາການ ຫົວໜ້າເສນາທິການ ທະຫານຊາຍແດນ.