![]() |
ບັນຍາກາດກອງປະຊຸມ.
ຊາຍແດນ ລະຫວ່າງ ປະເທດຫວຽດນາມ ແລະ ປະເທດລາວ ຕິດກັບ 10 ແຂວງ ປະກອບມີແຂວງດ້ຽນບຽນ, ແຂວງເຊີນລາ, ແຂວງແທງຮວາ, ແຂວງເຫງ້ອານ, ແຂວງຮ່າຕີ້ງ, ແຂວງກວາງບີ່ງ, ແຂວງກວາງຈີ້, ແຂວງເທື່ອທຽນ - ເຫວ້, ແຂວງກວາງນາມ ແລະ ແຂວງກອນຕູມ; ໃນນັ້ນລວມມີ 16 ດ່ານສາກົນ ແລະ ຫລາຍພັນເສັ້ນທາງ. ຊາຍແດນແຫ່ງນີ້ໄດ້ຖືວ່າແມ່ນເຂດທີ່ມີຄວາມສໍາຄັນ, ມີຄວາມສະລັບສັບຊ້ອນໃນການຄ້າ ແລະ ຂົນສົ່ງຢາເສບຕິດ.
![]() |
ບັນດາຄະນະຜູ້ແທນທັງສອງຝ່າຍຖ່າຍຮູບເປັນທີ່ລະນຶກ.
ເພື່ອໃຫ້ວຽກງານຕໍ່ສູ້ ກັບ ອາຊະຍາກໍາປະເພດນີ້ ມີປະສິດທິຜົນ, ສາມໜ່ວຍງານ ຂອງສອງປະເທດ ໄດ້ມານະພະຍາຍາມ, ເຕົ້າໂຮມກໍາລັງ, ພາຫະນະ, ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ, ວາງແຜນການໃນການຕໍ່ສູ້ ກັບ ອາຊະຍາກໍາປະເພດນີ້ ຢູ່ ຂອບເຂດປະເທດຂອງຕົນ, ກໍ່ຄືເຂົ້າຮ່ວມບັນດາເວທີຕ່າງໆ, ເຄື່ອນໄຫວວຽກງານທົ່ວໄປຂອງບັນດາປະເທດໃນທົ່ວໂລກ ແລະ ພາກພື້ນ, ໃຫ້ຄວາມສໍາຄັນໃນການປະສານງານ, ການຊອກຫາ, ຈັບກຸມ, ສະກັດກັ້ນແຫຼ່ງຢາເສບຕິດທີ່ຖືກລັກລອບເຂົ້າໃນປະເທດ. ບັນດາກໍາລັງຕ້ານ ແລະ ສະກັດກັ້ນຢາເສບຕິດຂອງ 10 ແຂວງ ລຽບຕາມແນວຊາຍແດນ ປະເທດຫວຽດນາມ - ລາວ ທີ່ໄດ້ມີການຈັດຕັ້ງການລາດຕະເວນສອງຝ່າຍ 25 ຄັ້ງ ; ມ້າງເພ-ທໍາລາຍ ແຫຼ່ງຢາເສບຕິດທີ່ມີຄວາມສະລັບຊັບຊ້ອນໄດ້ 17 ແຫ່ງ ; ຂຶ້ນແຜນການ, ຈັດຕັ້ງປະຕິບັດ ປະສົບຜົນສໍາເລັດໃນການຕ້ານຢາເສບຕິດ 98 ຄະດີ, ຈັບກຸມເປົ້າໝາຍໄດ້ 4.254 ຄະດີ ມີຈໍານວນ 5.768 ຄົນ, ຢຶດ ເຮໂລອິນໄດ້ 496,91 ກິໂລ, ຢາເສບຕິດປະເພດຢາອີ 584 ກິໂລ ແລະ ຢາບ້າໄດ້ 560.335 ເມັດ ພ້ອມດ້ວຍຊັບສິນອື່ນໆ.
ໃນຕໍ່ໜ້າ, ສາມໜ່ວຍງານຈະສືບຕໍ່ກໍາແໜ້ນສະພາບການ, ປະສານງານຢ່່າງທັນການໃນການສ້າງແຜນງານ ແລະ ຮ່ວມກັນຕໍ່ຕ້ານຄະດີຢາເສບຕິດ, ກຸ່ມອາຊະຍາກໍາຢາເສບຕິດທີ່ເຄື່ອນໄຫວຢູ່ໃນຂົງເຂດປະເທດຫວຽດນາມ ແລະ ປະເທດລາວ, ໂດຍສະເພາະແມ່ນເຂດຊາຍແດນລະຫວ່າງສອງປະເທດ.
(ແຫຼ່ງຂໍ້ມູນ: VOVWORLD)