|
ກຳລັງລາດຕະເວນ ຢູ່ຫຼັກໝາຍຊາຍແດນ 651. (ພາບ: ຫວໍຕຽນ/bienphong.com.vn)
ກຳລັງລາດຕະເວນສອງຝ່າຍຂອງ ສອງກົມກອງ ໄດ້ດຳເນີການກວດກາ ເຂດຊາຍແດນ ແຕ່ຫຼັກໝາຍ ທີ 650 ຮອດ 651 ພ້ອມກັນນັ້ນກໍ່ໄດ້ປະຕິບັດຕາມພິທີການດັ່ງນີ້: ເຄົາລົບທຸງ, ກວດກາສະພາບຂອງຫຼັກໝາຍຊາຍແດນ, ເສັ້ນຊາຍແດນ; ແນະນຳກ່ຽວກັບຫຼັກໝາຍຊາຍແດນ ແລະ ອານາໄມອ້ອມແອ້ມຫຼັກໝາຍຊາຍແດນ.
ຜ່ານການກວດກາ, ລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເພື່ອຮັບປະກັນວ່າ ຍັງຄົງຢູ່ໃນສະພາບເດີມ, ປະຊາຊົນທັງສອງຟາກ ໄດ້ຈັດຕັ້ງປະຕິບັດຕາມສົນທິສັນຍາ ຢ່າງເຂັ້ມງວດ ກ່ຽວກັບກົດລະບຽບຂອງການຄຸ້ມຄອງຊາຍແດນ; ສະພາບຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ຮັບຄວາມປອດໄພ.
ຜົນຂອງການລາດຕະເວນສອງຝ່າຍ, ທັງສອງໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບຂອງປະຊາຊົນໃນຂົງເຂດຊາຍແດນ, ໃນວຽກງານເພີ່ມທະວີປະສານສົມທົບ ປົກຊາຍແດນລວມ, ຮັກສາຄວາມເປັນສະຖຽນລະພາບ ຄວາມສະຫງົບ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມໃນເຂດແດນທີ່ຕົນຮັບຜິດຊອບ, ເຊັນລົງນາມ ແລະ ມອບຮັບໜ້າທີ່ໃນການເປັນປະທານ ກໍ່ຄືເປັນຫົວໜ້າໃນການລາດຕະເວນຄັ້ງງຕໍ່ໄປ.
|
ຄ້າຍທະຫານຊາຍແດນ ເຍິມ ໄດ້ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ ກອງຮ້ອຍປ້ອງກັນຊາຍແດນ 531. (ພາບ: ຫວໍຕຽນ/bienphong.com.vn)
ພັນຕີ ຫງວ໋ຽນ ແທ່ງຈ້ອງ ຮອງຫົວໜ້າຄ້າຍ ທະຫານຊາຍແດນ ເຍິມ, ໄດ້ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວ ເປັນປະຈຳ ຂອງໜ່ວຍງານ ກໍ່ຄືກຳລັງປ້ອງກັນຊາຍແດນ ໃນການປະສານສົມທົບ ເພື່ອຮັບປະກັນໃນການພົບເຫັນໃຫ້ທັນເວລາ ສະພາບການ ແລະ ການກະທຳທີ່ຜິດກົດໝາຍ ກໍ່ຄືກົດລະບຽບຂອງ ຊາຍແດນ, ແກ້ໄຂບັນຫາທີ່ເກີດຂື້ນ ຢູ່ ເຂດຊາຍແດນ; ປະສານກັນໃນການປ້ອງກັນເສັ້ນຊາຍແດນລວມ, ຮັກສາສະຖຽນລະພາບດ້ານຄວາມສະຫງົບ, ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອງ ແລະ ປອດໄພທາງສັງຄົມ ຕາມແນວຊາຍແດນ. ຈາກນັ້ນ ຈະສ້າງຄວາມສາມັກຄີມິດຕະພາບ, ສັນຕິພາບ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການປະຕິບັດພາລະກິດ ລະຫວ່າງ ໜ່ວຍງານທັງສອງ.
(ຫັດທະບູນ)