ປິດຊຸດຝຶກອົບຮົມ ພາສາລາວ ໃຫ້ພະນັກງານ ລັດຖະກອນ ເຂດຊາຍແດນ ດ່ານສາກົນ ນຳ້ກັ່ນ

15:33 | 10/12/2018

ຍສໝ - ຕອນບ່າຍຂອງວັນທີ 8 ທັນວາ ຢູ່ ຄ້າຍທະຫານຊາຍແດນ ດ່ານສາກົນ ນຳ້ກັ່ນ ( ທະຫານຊາຍແດນ ແຂວງເຫງະອານ) ໄດ້ຈັດຕັ້ງກວດກາ, ປິດຊຸດຝຶກອົບຮົມພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນ, ບຸກຄະລາກອນ ຢູ່ເຂດຊາຍແດນ ດ່ານສາກົນນຳ້ກັ່ນ ປີ 2018.

ປິດຊຸດຝຶກອົບຮົມ ພາສາລາວ ໃຫ້ພະນັກງານ ລັດຖະກອນ ເຂດຊາຍແດນ ດ່ານສາກົນ ນຳ້ກັ່ນ

ບັນດານັກສຳມະນາກອນ ກຳລັງເຮັດບົດກວດກາ ພາກຂຽນ. (ພາບ: ຮຸ່ງຟອງ/bienphong.com.vn)

ຫ້ອງຮຽນພາສາລາວ ຢູ່ ຊາຍແດນນຳ້ກັ່ນ ແມ່ນໜຶ່ງໃນ ສາມຫ້ອງຮຽນ ທີ່ ກຳມະການປະຊາຊົນແຂວງ ເຫງະອານຈັດຂື້ນ, ເປີດການສິດສອນຕັ້ງແຕ່ ເດືອນກໍລະກົດ 2018 ທີຜ່ານມາ, ເຊິ່ງມີຜູ້ເຂົ້າຝືກອົບຮົມ ຈຳນວນ 58 ຄົນ ແມ່ນພະນັກງານ, ລັດຖະກອນ ຂອງບັນດາກົມກອງຕ່າງຂອງ ຄ້າຍທະຫານຊາຍແດນນຳ້ກັນ, ກົມພາສີນຳ້ກັ່ນ, ຫ້ອງການກຳມະການປະຊາຊົນເທດສະບານນຳ້ກັ່ນ, ຫ້ອງການສາທາ ລະນະສຸກນຳ້ກັ່ນ. ຊຸດຝຶກອົບຮົມດັ່ງກ່າວນີ້ໃຊ້ເວລາ 5 ເດືອນ, ທິດໜຶ່ງ ສອງຄັ້ງ, ສິດສອນໂດຍນັກແປພາສາລາວ ຂອງ ຄ້າຍທະຫານຊາຍແດນ ນຳ້ກັ່ນໃຫ້ການສອນໂດຍກົງ.

ຫ້ອງຮຽນພາສາລາວດັ່ງກ່າວ ຈັດຂື້ນເພື່ອຍົກລະດັບຄວາມຮູ້, ສື່ສານ ດ້ວຍພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນ ລຽບຕາມດ່ານຊາຍແດນ ໄດ້ຮັບການເຂົ້າເຖິງພາສາລາວ ຢ່າງຕໍ່ເນື່ອງ, ສາມາດເຮັດວຽກກັບ ພະນັກງານ ແລະ ປະຊາຊົນລາວ , ໂດຍສະເພາະແມ່ນ ຢູ່ໃນເຂດດ່ານຊາຍແດນນຳ້ກັ່ນ, ປະກອບສ່ວນເຂົ້າໃນການປະຕິບັດວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ ຂອງທ້ອງຖິ່ນ, ກົມກອງ, ກໍ່ສ້າງ, ເພີ່ມທະວີ ສາຍພົວພັນ ຫວຽດນາມ-ລາວ ເວົ້າລວມ ແລະ ລະຫວ່າງທ້ອງຖິ່ນ ກັບທ້ອງຖິ່ນທີ່ມີຊາຍແດນຮ່ວມກັນ ເວົ້າສະເພາະ.

ໃນຝຶກອົບຮົມດັ່ງກ່າວນີ້ ບັນດາຜູ້ເຂົ້າຝຶກອົບຮົມ ຕ້ອງໄດ້ຜ່ານ ການກວດກາ 3 ຄັ້ງ, ກວດກາ ຝັງ, ເວົ້າ, ອ່ານ ແລະ ຂຽນ 2 ຄັ້ງ ແລະ ກວດກາເທືອ່ສຸດທ້າຍເພື່ອ ຮັບໃບຢັ້ງຢືນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.