ລາວ-ຫວຽດນາມ ທົບທວນການປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ

15:43 | 10/12/2018

ໃນວັນທີ 10 ທັນວາ 2018 ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມສາມັນ ປະຈຳປີ ຄັ້ງທີ XXVIII ຂຶ້ນ ທີ່ນະຄອນຫລວງວຽງຈັນ ເຊິ່ງຝ່າຍລາວ ນຳໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດ ນາມນຳໂດຍ ທ່ານ ເລ ຮວ່າຍ ຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ, ມີບັນ ດາຮອງເຈົ້າແຂວງ ທີ່ມີຊາຍແດນຕິດຈອດຂອງສອງປະເທດ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ລາວ-ຫວຽດນາມ ທົບທວນການປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ

ກອງປະຊຸມສາມັນ ປະຈຳປີ ຄັ້ງທີ 28 ທົບທວນການປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ. (ພາບ: ອ່າຍຄຳ)


ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຮ່ວມມືຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ແລະ ບົດບັນທຶກ ກອງປະຊຸມຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXVII ໃນໜຶ່ງປີຜ່ານມາ, ເຊິ່ງສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບວຽກງານການຄຸ້ມຄອງຊາຍແດນ, ການພັດທະນທເສດຖະກິດ, ການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວຊາຍແດນ. ພ້ອມນີ້ ຍັງມີການທົບທວນການເຊື່ອມຕໍ່ເສັ້ນທາງຄົມະນາຄົມ, ການເຮັດທົດລອງການກວດກາ "ປະຕູດຽວ-ຄັ້ງດຽວ" ຢູ່ດ່ານສາກົນແດນສະຫວັນ-ລາວບາວ, ລວມທັງການປະຕິບັດຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍ ຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ.
ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການປະຕິບັດຫນ້າທີຂອງອົງການຊາຍແດນ ແລະ ເຈົ້າຫນ້າທີ່ຊາຍແດນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງສອງປະເທດ ເຊິ່ງເປັນການປະ ກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ. ທັງນີ້ ເພື່ອສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫລອດການ.
ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຍັງໄດ້ເປັນເອກະພາບກັນ ວາງທິດທາງແຜນການປະຕິບັດວຽກງານໃນຕໍ່ຫນ້າ ກ່ຽວກັບວຽກງານຄຸ້ມຄອງຊາຍແດນ ລະຫວ່າງ ສອງປະເທດ ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນສອງປະເທດ ໃຫ້ປະຊາຊົນຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອຳນາດອະທິ ປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ພ້ອມນີ້ ສອງຝ່າຍຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ຢູ່ຕາມບໍລິເວນຊາຍແດນ ໃຫ້ມີການຂະ ຫຍາຍຕົວ, ຂຶ້ນແຜນຍຸດທະສາດ ແລະ ພັດທະນາດ່ານ ແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2035; ເພີ່ມທະວີການຈັດຕັປະຕິບັດ ຂໍ້ຕົກລົງລະດັບລັດຖະບານ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກ ຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດ ນາມ ໃຫ້ບັນລຸຕາມເປົ້ທໝາຍທີ່ວາງໄວ້.

(ແຫຼ່ງ​ຂໍ້​ມູນ​: ສົມຫວັງ /ຂ​ປ​ລ)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ