ຍສໝ - ຜູ້ຕາງໜ້າ JICA ຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ຈະສືບຕໍປຶກສາຫາລືຢ່າງແໜ້ນແຟ້ນກັບລັດຖະບານຍີ່ປຸ່ນເພື່ອໜູນຊ່ວຍຫວຽດນາມໃນການປ້ອງກັນ, ຕ້ານບັນດາພະຍາດຕິດແປດໃນນັ້ນມີ ໂລກລະລາດ Covid – 19.
ຍສໝ - ງານຕະຫຼາດນັດ Biofach/Vivaness ຢູ່ Nürnberg ແມ່ນງານຕະຫຼາດ ນັດການຄ້າແຖວໜ້າໂລກກ່ຽວກັບອາຫານປອດສານພິດ, ມີການເຂົ້າຮ່ວມຂອງ ເກືອບ 2.300 ຮ້ານວາງສະແດງສາກົນ. ປີນີ້, ມີ 12 ວິສາຫະກິດຫວຽດນາມ ໄດ້ນຳຜະລິດຕະພັນທີ່ຜະລິດຈາກຊາ, ຢາພືດ... ມາວາງສະແດງ.
ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ໂຕນ.
ຍສໝ - ຕາມຕົວເລກສະຖິຕິຂອງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມ ມີນັກສຶກສາ ປະມານ 190.000 ຄົນທີ່ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ຕ່າງປະເທດ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.
ຍສໝ - ໄລ່ຮອດຈຸດເວລານີ້, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 18 ລ້ານຄົນ, ໃນນັ້ນ ຈຳນວນຜູ້ເສຍຊີວິດແມ່ນເກືອບ 688.000 ຄົນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ: ຈຸດເວລານີ້ ຄວນປຸກລະດົມແຫຼ່ງກຳລັງຮັບມືຢ່າງສູງສຸດ ແລະ ເດັດດ່ຽວແກ້ໄຂບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍໃຫ້ເຂັ້ມງວດ.
ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ 10 ຄົນ, ໃນນັ້ນ ເປັນເພດຊາຍ 7 ຄົນ, ທັງໝົດ ແມ່ນຖືກນຳເຂົ້າໄປຈຳກັດບໍລິເວນຢູ່ ສູນທີ່ຄະນະສະເພາະກິດກຳນົດໄວ້.
ຍສໝ - ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ, ອົງການພັດທະນາສາກົນອາເມລິກາ ໄດ້ຈັດກອງປະຊຸມ “ປະກອບແນວຄວາມຄິດກ່ຽວກັບການປະຕິຮູບລະບຽບການບໍລິຫານ ຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ- 19”.
ຍສໝ - ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ສົ່ງເງິນກວ່າ 60 ຕື້ດົ່ງ ພ້ອມກັບອຸປະກອນການແພດ ແລະ ຜະລິດຕະພັນຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ.
ຍສໝ - ຕາງໜ້າໃຫ້ພັກ ແລະ ລັດ ກູບາ, ທ່ານປະທານສະພາແຫ່ງຊາດ ກູບາ Juan Esteban Lazo Hernández ມາຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນການຢ້ຽມຢາມ ກູບາ Fidel Castro ເຖິງເຂດປົດປ່ອຍພາກໃຕ້ຫວຽດນາມ.
ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອ 1070 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.
ຍສໝ - ສະຫະພັນໃຫຍ່ແຮງງານຫວຽດນາມ ຫາກໍ່ປະກາດຂຊ້ຕົກລົງວ່າດ້ວຍການຈ່າຍບ້ວງເງິນ ເພື່ອສະໜັບສະໜູນເດັກກຳພ້າ ເຊິ່ງພໍ່ແມ່ເປັນສະມາຊິກອົງການກຳມະບານ ທີ່ເສຍຊີວິດຍ້ອນພະຍາດໂຄວິດ -19.
ຍສໝ - ວັນທີ 5 ກັນຍາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຢູ່ນະຄອນຮ່າໂນ້ຍ ໄດ້ສົມທົບກັນມອບຂອງຂວັນ 154 ພູດ (ເຄື່ອງໃຊ້ທີ່ຈຳເປັນ, ອຸປະກອນການແພດ ແລະ 500.000 ດົ່ງ) ໃຫ້ແກ່ນັກສຶກສາກຳປູເຈຍທີ່ພວມຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວັນນະຄອນຮ່າໂນ້ຍທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19.
ຍສໝ - ວັນທີ 12 ສິງຫາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ - ກະຊວງການຕ່າງປະເທດໄດ້ປະສານສົມທົບກັບຄະນະກຳ ມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ເພື່ອຈັດຕັ້ງໂຄງການ: “ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ -19”.
ຍສໝ - ແນໃສ່ເປົ້າໝາຍມີວັກຊີນຢ່າງພຽງພໍສຳລັບການສັກຢາວັກຊີນເພື່ອບັນລຸເປົ້າໝາຍທີ່ຈຳເປັນໃນການສ້າງຄວາມຕ້ານທານຕໍ່ພະຍາດໃນຊຸມຊົນໂດຍໄວ, ຫວຽດນາມ ພວມສືບຕໍ່ເຈລະຈາກັບບັນດາປະເທດ, ຄູ່ຮ່ວມມື, ຜູ້ຜະລິດ ແລະຜູ້ສະໜອງວັກຊີນທົ່ວໂລກ...
ຍສໝ - ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຮອດ 6 ໂມງແລງຂອງວັນທີ 13 ກໍລະກົດ, ເປັນມື້ທີ 88 ແລ້ວ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ, ມີກໍລະນີຕິດເຊື້ອໂຄວິດ - 19 ກັບມາຈາກສະຫະພັນລັດເຊຍ ຕື່ມອີກ 02 ຄົນ.
ຍສໝ - ໃນວັນທີ 14 ກັນຍາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກິ່ນເທີ (ສະຫະພັນເກິ່ນເທີ) ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ມອບອຸປະກອນການແພດໃຫ້ 4 ຫົວໜ່ວຍ ດ່ານໜ້າປະຕິບັດໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ -19 ຢູ່ເມືອງເກິ່ນເທີ.
ຍສໝ - ວັນທີ 8 ຕຸລາ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດມອບເງິນບໍລິຈາກກວ່າ 3 ຕື້ດົ່ງເພື່ອ ໜູນຊ່ວຍການປ້ອງກັນ, ຄວບຄຸມໂລກລະບາດ ແລະກອງທຶນວັກຊີນໂຄວິດ -19 ໂດຍຜ່ານຄະນະກຳ ມະການສູນກາງແນວໂຮມປະເທດຊາດຫວຽດນາມ.
ໂຮງໝໍແຫ່ງນີ້ ສວມບົດບາດສຳຄັນທີ່ສຸດໃນການຕໍ່ສູ້ຕ້ານໂຄວິດ -19 ພິເສດແມ່ນບ່ອນປິ່ນປົວໃຫ້ບັນດາຄົນເຈັບມີອາການຫນັກ.