ຍສໝ - ການນໍາບັນດາປະເທດ ເຂ້ົາຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ໄດ້ຕີລາຄາສູງຕໍ່ບາດກ້າວບຸກທະລຸໃນວິວັດທະນາການເຈລະຈາ ສັນຍາ RCEP, ພ້ອມກັນນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະລົງນາມໃນເອກະສານສະບັບດັ່ງກ່າວ ໃນປີ 2020.
ຍສໝ - ຕອນເຊົ້າວັນທີ 03 ພະຈິກ 2019, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ, ພ້ອມກັບການນຳບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35.
ຍສໝ - ບັນດາປະເທດທີ່ເຂົ້າຮ່ວມໃນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ໄດ້ປຶກສາຫາລືກ່ຽວກັບຂໍ້ຕົກລົງນີ້ ແຕ່ພຽງແຕ່ກ່າວເຖິງເນື້ອໃນພື້ນຖານທີ່ສຸດ ຍ້ອນມີຫຼາຍບັນຫາທີ່ເອກະພາບກັນ.
ຍສໝ - ຕາງໜ້າໃຫ້ຫວຽດນາມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ໃຫ້ຮູ້ວ່າ ໃນສະພາບການປ່ຽນແປງຢ່າງໄວ ແລະ ສັບສົນໃນໂລກ, ການຮັດແໜ້ນຄວາມສາມັກຄີອາຊຽນ ຈະສືບຕໍ່ມີຄວາມໝາຍຍຸດທະສາດ.
ຍສໝ - ນັບແຕ່ເມື່ອເຂົ້າຮ່ວມ ອາຊຽນ ຢ່າງເປັນທາງການໃນວັນທີ 28 ກໍລະກົດ 1995, ຫວຽດນາມ ໄດ້ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ອາຊຽນ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຢູ່ບາງກອກ, ປະເທດໄທ.
ຍສໝ - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 25 ຕຸລາ, ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 (TELMIN 19) ໄດ້ອັດລົງ. ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ລາວ ເປັນປະທານກອງປະຊຸມຖະແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມ.
ຍສໝ - ກອງປະຊຸມລັດຖະມົນຕີ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນຄັ້ງທີ 19 (TELMIN 19) ໄດ້ໄຂຂຶ້ນພາຍໃຕ້ຫົວຂໍ້“ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ” ໃນວັນທີ 24 ຕຸລາ ຢູ່ ນະຄອນຫຼວງ ວຽງຈັນ, ປະເທດລາວ.
ວັນທີ 22 ຕຸລາ, ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດອາຊຽນ ຄັ້ງທີ 6 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການ ຢູ່ແຂວງ ຈຳປາສັກ.
ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 41 ກອງປະຊຸມລັດຖະ ມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ+3 ຄັ້ງທີ 19 ກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນ+ອິນເດຍ ຄັ້ງທີ 6 ແລະ ກອງປະຊຸມທີ່ກ່ຽວຂ້ອງ ວັນທີ 14-18 ຕຸລາ 2019 ຢູ່ປະເທດບຣູໄນ.
ຍສໝ - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 2 – 4 ພະຈິກຢູ່ປະເທດໄທ,ໃນຂອບເຂດກອງປະຊຸມ, ພິທີມອບຮັບຕຳແໜ່ງປະທານໝູນວຽນອາຊຽນ ແຕ່ ໄທ ໄປຍັງ ຫວຽດນາມ ຈະດຳເນີນໃນວັນທີ 4 ພະຈິກ.
ຍສໝ - ໃນວັນທີ 15 ຕຸລາ 2019, ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນກ່ຽວກັບການປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ( DOC) ຄັ້ງທີ 18 ໄດ້ດຳເນີນຢູ່ ນະຄອນ ດາລາດ ແຂວງ ເລີມດົມຂອງຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ກອງປະຊຸມຮອງລັດຖະມົນຕີປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 11 ໄດ້ຈັດຂຶ້ນຢູ່ນະຄອນຫຼວງໂຕກຽວ, ຍີ່ປຸ່ນ.
ທ້າຍອາທິດທີ່ຜ່ານມາ, ທີ່ນະຄອນຫຼວງວຽງຈັນ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວໄດ້ຈັດງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນຂອງ ສປປ ລາວ ປະຈຳປີ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນ ຕີ ກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວພ້ອມດ້ວຍບັນດານັກທຸລະກິດແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 3 ແລະ ທີ 4 ຕຸລາ, ຢູ່ສຳນັກງານ ຄະນະເລຂາອາຊຽນ ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 59 ຂອງກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI Task Force 59) ແລະ ກອງປະຊຸມປຶກສາຫາລືຄັ້ງທີ 9 ຂອງກຸ່ມດັ່ງກ່າວກັບບັນດາຄູ່ຮ່ວມມືຂອງ ອາຊຽນ. ທ່ານເຈີນດຶກບີ່ງ ຫົວຫນ້າຄະນະຜູ້ແທນຫວຽດນາມ ປະຈຳ ອາຊຽນ ເຂົ້າຮ່ວມບັນດາການປະຊຸມນີ້.
ຍສໝ - ສໍານັກຂ່າວ Antara ( ອິນໂດເນເຊຍ ) ໄດ້ເຜີຍແຜ່ບົດຂຽນ ວິໄສທັດມະຫາສະມຸດອິນເດຍ-ມະຫາສະມຸດປາຊີຟິກຂອງອາຊຽນ ໃນນັ້ນໄດ້ວິເຄາະຄວາມໝາຍ, ຄຸນຄ່າ ແລະ ຄວາມສຳຄັນຂອງວຽກງານການປົກປັກຮັກສາຄວາມໝັ້ນຄົງໃນພາກພື້ນ ແລະ ໃນອານາຄົດຂອງອາຊຽນ.
ຍສມ - ໃນຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງພິທີໄຂກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືສະຫງ່າອົງອາດ, ເປັນເອກະພາບແບບຍືນຍົງ”.
ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາກຸ່ມປະຕິບັດງານອາຊຽນ ກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດຜ່ານທາງທະເລ ຄັ້ງທີ 4. ກອງປະຊຸມຄັ້ງນີ້ມີການເຂົ້າຮ່ວມຂອງຜູ້ແທນ 60 ຄົນ ທີ່ມາຈາກ 9 ປະເທດສະມາຊິກອາຊຽນ, ຄະນະເລຂາອາຊຽນ ແລະຈີນ.
ສະຫະພາບ ເອຣົບ (ອີຢູ) ໄດ້ເພີ່ມທຶນ 5 ລ້ານເອີໂຣ ຫລື 48 ຕື້ກວ່າກີບ ໃນການສະໜັບສະໜູນ ໂຄງການ ເຊື່ອມໂຍງ ພາກພື້ນອາຊຽນ ແລະ ການຊ່ວຍເຫລືອ ດ້ານການຄ້າ ທີ່ກ່ຽວຂ້ອງກັບ ສປປ ລາວ (ARISE Plus-ສປປ ລາວ) ໂດຍສຸມໃສ່ ຜູ້ປະກອບການ ຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອແນໃສ່ ສົ່ງເສີມການກະຕຸ້ນ ທາງດ້ານ ເສດຖະກິດລວມ, ສ້າງຄວາມສາມາດ ໃນການສົ່ງອອກ ແລະ ການສ້າງວຽກເຮັດງານທຳ ທັງເປັນການ ສ້າງຄວາມຕ້ານທານ ກັບການປ່ຽນແປງ ຂອງດິນຟ້າອາກາດ ໃນ ສປ ປ ລາວ. ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດ ເປັນໄລຍະ 4 ປີຂ້າງໜ້າ ໂດຍກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ສູນການຄ້າສາກົນ.
ປັດຈຸບັນ ການແຂ່ງຂັນ ຫລາຍປະເທດ ໃນອາຊຽນ ພວມແຂ່ງຂັນກັນ ຢ່າງຟົດຟື້ນ ເພື່ອດຶງດູດ ການລົງທຶນ ຈາກຕ່າງປະເທດ