ເພີ່ມທະວີຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື

06:50 | 19/11/2019

ຍສໝ - ວັນທີ 17 ພະຈິກ, ທີ່ນະຄອນຫຼວງບາງກອກ, ປະເທດໄທ, ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມບັນດາການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງ ບັນດາປະເທດສະມາຊິກອາຊຽນ (ASEAN) ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດຈີນ, ຍີ່ປຸ່ນ ແລະ ອາເມລິກາ.

ທີ່ການພົບປະບໍ່ເປັນທາງການກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງ ບັນດາປະເທດສະມາຊິກອາຊຽນ (ASEAN), ທ່ານ ທາໂຣ ໂກໂນ ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢັ້ງຢືນວ່າ: ຍີປຸ່ນ ຈະສະໜັບສະໜູນ ບົດບາດໃຈກາງຂອງອາຊຽນ ໃນບັນດາກົນໄກຮ່ວມມືໃນພາກພື້ນ, ໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫຼືອອາຊຽນ ເພີ່ມທະວີກຳລັງແຮງ, ເປັນຕົ້ນແມ່ນກ່ຽວກັບດ້ານເຕັກໂນໂລຊີ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືບົນພື້ນຖານ “ວິໄສທັດ ວຽງຈັນ” ທີ່ໄດ້ຮັບການຍົກລະດັບ. ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ມີຄວາມຫວັງຢາກໃຫ້ ຍີ່ປຸ່ນ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ພາກພື້ນ.

ເພີ່ມທະວີຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື

ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະ ຍີ່ປຸ່ນ (ພາບ: TTXVN)

ທີ່ການພົບປະບໍ່ເປັນທາງການ ລະຫວ່າງ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ASEAN), ທ່ານ ອວຍ ພິງເຄືອ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຢັ້ງຢືນວ່າ: ຈີນ ໄດ້ຖືເປັນສຳຄັນການຮ່ວມມືກັບ ອາຊຽນ. ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະມາຊິກອາຊຽນ (ASEAN) ຊົມເຊີຍຕໍ່ຄວາມຄືບໜ້າໃນການເຈລະຈາ ກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC) ທີ່ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ.

ທີ່ ການພົບປະບໍ່ເປັນທາງການ ລະຫວ່າງ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ASEAN), ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢັ້ງຢືນຄືນເຖິງຄຳໝັ້ນສັນຍາຂອງ ອາເມລິກາ ກ່ຽວກັບ ມະຫາສະໝຸດອິນເດຍ - ມະຫາສະໝຸດປາຊີຟິກ ແຫ່ງເສລີພາບ ແລະ ເປີດກວ້າງ, ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອະທິປະໄຕຂອງແຕ່ລະປະເທດ ເຖິງວ່າຈະໃຫ່ຍຫຼືນ້ອຍ ແລະ ເຄົາລົບລະບຽບກົດໝາຍສາກົນ. ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ໄດ້ຊົມເຊີຍການທີ່ອາເມລິກາເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຮ່ວມມື ໂດຍອາຊຽນຊັກຈູງ, ພິເສດແມ່ນ ADMM+.

ກໍ່ໃນວັນດຽວກັນ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ສືບຕໍ່ພົບປະສອງຝ່າຍກັບ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ, ບຣູໄນ, ນິວຊີແລນ ແລະ ສ. ເກົາຫຼີ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.