ປີປະທານອາຊຽນ 2020 ສ້າງອາຊຽນໃຫ້ໝັ້ນຄົງເຂ້ັມແຂງ ແລະ ສາມັກຄີ

13:27 | 26/12/2019

ຍສໝ - ຫວຽດນາມ ປາດຖະໜາຢາກສ້າງຕັ້ງປະຊາຄົມອາຊຽນ ໃຫ້ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ໝັ້ນຄົງຕໍ່ບັນດາຜົນກະທົບຈາກສະພາບການພາກພື້ນ ແລະ ໃນໂລກ.

ປີປະທານອາຊຽນ 2020 ສ້າງອາຊຽນໃຫ້ໝັ້ນຄົງເຂ້ັມແຂງ ແລະ ສາມັກຄີ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກສ້າງຕັ້ງປະຊາຄົມອາຊຽນ ໃຫ້ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ໝັ້ນຄົງ (ພາບ: thiduakhenthuongvn.org.vn)

ເມື່ອແນະນຳກ່ຽວກັບຫົວຂໍ້ຂອງປີປະທານອາຊຽນ 2020 ແມ່ນ “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກສ້າງຕັ້ງປະຊາຄົມອາຊຽນ ໃຫ້ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ໝັ້ນຄົງຕໍ່ບັນດາຜົນກະທົບຈາກສະພາບການພາກພື້ນ ແລະ ໃນໂລກ. ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ກໍ່ໄດ້ແບ່ງປັນກ່ຽວກັບບຸລິມະສິດຕົ້ນຕໍເຊິ່ງຫວຽດນາມ ຈະຊຸກຍູ້ໃນປີເປັນປະທານອາຊຽນ 2020 ຄື: ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບໃນອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງກັບບັນດາປະເທດໃນໂລກ; ຍົກສູງກຳລັງຄວາມສາມາດຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ.

ທ່ານ ອະດີດລັດຖະມົນຕີ ກະຊວງການຕ່າງປະເທດ, ອະດີດ ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ, ເອກອັກຄະລັດຖະທູດ ຟ້າມກວາງວີງ, ໃຫ້ຮູ້ວ່າ: ຫວຽດນາມ ເລືອກເອົາຫົວຂໍ້ ປີ ປະທານອາຊຽນ 2020“ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ”, ແລະ ຫວຽດນາມຈະສຸມໃສ່ສ້າງປະຊາຄົມ, ເຊື່ອມຕໍ່ພື້ນຖານໂຄງລ່າງໃນພາກພື້ນ, ພັດທະນາການພົວພັນກັບບັນດາຄູ່ຮ່ວມມື. ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ເນັ້ນໜັກວ່າ: ຫົວຂໍ້ ປີ 2020 ຂອງ ຫວຽດນາມແມ່ນ ສຸມໃສ່ສ້າງ ອາຊຽນ ໃຫ້ໝັ້ນຄົງເຂ້ັມແຂງຈາກພາຍໃນ, ສາມັກຄີ ແລະ ພັດທະນາພາຍໃນກຸ່ມ; ສ້າງປະຊາຄົມທີ່ມີຄວາມເຊື່ອມໂຍງ. ທ່ານ ຟ້າມກວາງວີງ ໃຫ້ຮູ້ວ່າ ຫວຽດນາມ ຈະສ້າງ ອາຊຽນ ກາຍເປັນພາກສ່ວນສະໜິດແໜ້ນໃນໂຄງປະກອບຂອງພາກພື້ນ, ໃນນັ້ນ ສຸມໃສ່ປົກປ້ອງຜົນປະໂຫຍດຂອງບັນດາປະເທດ ແລະ ພາກພື້ນທັງໝົດໂດຍອີງໃສ່ລະບຽບກົດໝາຍສາກົນ, ໃນນັ້ນກໍ່ຢັ້ງຢືນຫຼັກການກ່ຽວກັບການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຄວາມສັນຕິພາບຂອງບັນດາປະເທດສະມາຊິກໃນພາກພື້ນ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ຢູ່ ພາກພື້ນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.