ຫວຽດນາມ ຈະຊຸກຍູ້ 5 ບຸລິມະສິດ ໃນປີເປັນປະທານອາຊຽນ 2020

11:50 | 20/11/2019

ຍສໝ - ປີ 2020, ຫວຽດນາມ ກໍ່ເລີ່ມຕົ້ນຮັບດຳລົງບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ດັ່ງນັ້ນ, ຫວຽດນາມ ກຳນົດຄວາມຮັບຜິດຊອບບົດບາດເປັນປະທານ ອາຊຽນ 2020 ແມ່ນຄວາມຮັບຜິດຊອບສຳຄັນຍິ່ງ, ພ້ອມກັບກາລະໂອກາດແມ່ນສິ່ງທ້າທາຍ.

ຫວຽດນາມ ຈະຊຸກຍູ້ 5 ບຸລິມະສິດ ໃນປີເປັນປະທານອາຊຽນ 2020

ຫວຽດນາມ ຈະຊຸກຍູ້ 5 ບຸລິມະສິດ ໃນປີເປັນປະທານອາຊຽນ 2020.(ພາບ:nhandan.com.vn)

ຫວຽດນາມ ຈະຕັດສິນໃຈ ແລະ ໃຫ້ບຸລິມະສິດຢ່າງສູງສຸດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ນັບມື້ນັບເຊື່ອມຈອດຢ່າງແໜ້ນແຟ້ນ ແລະ ໝັ້ນຄົງເຂັ້ມແຂງ ບົນພື້ນຖານສືບທອດບັນດາໝາກຜົນທີ່ບັນລຸໄດ້ຂອງບັນດາປະທານ ອາຊຽນ ໃນຊຸມປີກ່ອນ, ເສີມຂະຫຍາຍບັນດາບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືບັນດາບົດຮຽນໃນການຈັດຕັ້ງບັນດາກອງປະຊຸມໃຫຍ່ກ່ອນນີ້.

ທີໜຶ່ງ, ອາຊຽນຕ້ອງເສີມຂະຫຍາຍບົດບາດ ແລະຕັ້ງໜ້າປະກອບສ່ວນເຂົ້າກິດຈະການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຄວາມໝ້ັນຄົງຢູ່ພາກພື້ນບົນພື້ນຖານເພີ່ມທະວີຄວາມສາມັກຄີ, ເປັນເອກະພາບຂອງອາຊຽນ; ຍູ້ແຮງຈິດໃຈສະໜິດຕິດພັນ, ຊ່ວຍເຫຼືອ ແລະສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງບັນດາປະເທດສະມາຊິກ; ຍົກສູງຄວາມສາມາດໃນການສົມທົບຫຼັກໝັ້ນລວມຂອງອາຊຽນ ເຂົ້າໃນການແກ້ໄຂບັນດາບັນຫາພາກພື້ນ ແລະສາກົນ; ຊຸກຍູ້ການສ້າງຕັ້ງ ແລະເຄົາລົບບັນດາລະບຽບຫຼັກການ, ມາດຕະຖານການປະພຶດລວມໃນການພົວພັນລະຫວ່າງບັນດາປະເທດ...

ທີສອງ, ຊຸກຍູ້ການຮ່ວມສຳພັນ ແລະເຊື່ອມຕໍ່ພາກພື້ນ, ຍົກສູງຄວາມສາມາດປັບຕົວໃຫ້ແທດເໝາະ ແລະໝູນໃຊ້ບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0. ຕາມນັ້ນແລ້ວ, ແມ່ນການຮ່ວມສຳພັນດ້ານເສດຖະກິດຢ່າງເລິກກວ້າງ ແລະການເຊື່ອມຕໍ່ພາຍໃນກຸ່ມ ແລະກັບບັນດາຄູ່ຮ່ວມມືຢ່າງຮອບດ້ານ; ຊຸກຍູ້ການເຕີບໂຕແບບຍືນຍົງ ແລະກວມລວມດ້ານເສດຖະກິດ, ການເງິນ... ທີສາມ, ຊຸກຍູ້ສີສັນອາຊຽນ, ສ້າງບັນດາຄ່ານິຍົມລວມຂອງອາຊຽນ ແລະເຜີຍແຜ່ຢ່າງກວ້າງຂວາງໃນໝູ່ປະຊາຊົນ, ຍົກສູງຮູບພາບຂອງປະຊາຄົມອາຊຽນ ຢູ່ພາກພື້ນ ແລະໃນໂລກ.

ຫວຽດນາມ ຈະຊຸກຍູ້ 5 ບຸລິມະສິດ ໃນປີເປັນປະທານອາຊຽນ 2020

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດອາຊຽນປີ 2020.(ພາບ:qdnd.vn)

ທີສີ່, ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງກັບບັນດາປະເທດໃນໂລກ, ເສີມຂະຫຍາຍບົດບາດ ແລະການປະກອບສ່ວນຂອງອາຊຽນ ໃນປະຊາຄົມສາກົນ; ເປີດກວ້າງ ແລະຍົກລະດັບການພົວພັນກັບບັນດາຄູ່ຮ່ວມມືໃນທົ່ວໂລກ. ທີຫ້າ, ຍົກສູງກຳລັງຄວາມສາມາດໃນການປັບຕົວໃຫ້ແທດເໝາະ ແລະປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ. ປະຕິຮູບລະບອບລະບຽບການ, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ; ດັດປັບ, ສ້າງ ແລະຍົກລະດັບບັນດາຂັ້ນຕອນ, ມາດຕະຖານໃນອາຊຽນ ໃຫ້ສົມບູນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.