ຫວຽດນາມເຊື່ອມຕໍ່ ກົນໄກປະຕູດຽວອາຊຽນ ຢ່າງເປັນທາງການກັບ ມຽນມາ ແລະ ລາວ

16:17 | 27/12/2019

ຍສໝ - ກົນໄກປະຕູດຽວອາຊຽນ ກັບມຽນມາແມ່ນເຊື່ອມຕໍ່ແຕ່ວັນທີ 9 ທັນວາ 2019 ແລະ ປະເທດລາວແຕ່ວັນທີ 23 ທັນວາ 2019.

ກົມໃຫຍ່ພາສີໃຫ້ຮູ້ວ່າ, ອີງຕາມຜົນຂອງກອງປະຊຸມ SCAROO ຄັ້ງທີ 31 ແລະ ແຈ້ງການຂອງກອງເລຂາອາຊຽນ, ມຽນມາ ແລະ ລາວ ໄດ້ ສຳເລັດໄລຍະທົດສອບ ແລະ ສາມາດກຽມພ້ອມເຂົ້າຮ່ວມການເຊື່ອມຕໍ່ຢ່າງເປັນທາງການຂອງກົນໄກປະຕູດຽວອາຊຽນ ເພື່ອແລກປ່ຽນເອກະສານໃບຢັ້ງຢືນ D ຂອງ ATIGA ເລີ່ມຕົ້ນແຕ່ວັນທີ 9 ທັນວາ 2019 (ສຳລັບມຽນມາ) ແລະ ເລີ່ມແຕ່ວັນທີ 23 ທັນວາ 2019 (ສຳລັບປະເທດລາວ).

ເພື່ອເປັນການແລກປ່ຽນໃບຢັ້ງຢືນ ຕົ້ນກຳເນີດແບບ D ກັບ ມຽນມາ ແລະ ລາວ, ກົມໃຫຍ່ພາສີໄດ້ອອກຈົດໝາຍທາງການສະບັບເລກທີ 7861 ລົງວັນທີ 19 ທັນວາ 2019, ແນະ ນຳໃຫ້ພະແນກພາສີແຂວງ/ນະຄອນຫຼວງ ດຳເນີນກວດກາ C/O ຜ່ານທາງປະຕູດຽວອາຊຽນ.

ຫວຽດນາມເຊື່ອມຕໍ່ ກົນໄກປະຕູດຽວອາຊຽນ ຢ່າງເປັນທາງການກັບ ມຽນມາ ແລະ ລາວ

ຫວຽດນາມ ໄດ້ແລກປ່ຽນຂໍ້ມູນແບບຟອມ C/O ແບບ D ກັບ 8 ປະເທດອາຊຽນ. (ພາບ: itcnews.vn)

ສະນັ້ນ, ດ້ວຍການເຊື່ອມຕໍ່ກັບ 2 ປະເທດ ມຽນມາ ແລະ ລາວ ຕື່ມອີກ, ຮອດທ້າຍປີ 2019, ຫວຽດນາມ ໄດ້ແລກປ່ຽນຂໍ້ມູນແບບຟອມ C/O ແບບ D ກັບ 8 ປະເທດອາຊຽນ. ໂດຍສະເພາະ, ໄດ້ແລກປ່ຽນແບບຟອມ C/O ແບບ D ກັບສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ໄທ ແຕ່ວັນທີ 1 ມັງກອນ 2018; ກັບບຣູໄນແຕ່ວັນທີ 1 ເມສາ 2019 ແລະ ກັບ ກຳ ປູເຈຍແຕ່ວັນທີ 15 ກໍລະກົດ 2019.

ອີງຕາມຂໍ້ມູນຂອງກົມໃຫຍ່ພາສີ, ຮອດວັນທີ 15 ເດືອນພະຈິກ, ຈຳນວນທັງໝົດ C/O ທີ່ສົ່ງຈາກ ຫວຽດນາມ ໄປບັນດາປະເທດອາຊຽນແມ່ນ 185.000 C/O. ຈຳນວນທັງໝົດ C/O ທີ່ໄດ້ຮັບຈາກບັນດາປະເທດອາຊຽນໄປ ຫວຽດນາມ ແມ່ນເກືອບ 112,000 C/O.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.