ຍສໝ - ຕອນເຊົ້າວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມ ບິ່ງ ມິງ.
ຍສໝ - ໃນຕອນເຊົ້າຂອງວັນທີ 6 ກໍລະກົດ 2019, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນ ທິ້ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Nikol Pashinyan, ນາຍົກລັດຖະມົນຕີ ສ.ອາກເມນີ, ເນື່ອງໃນໂອກາດມາຢ້ຽ ມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ໃນຕອນບ່າຍຂອງວັນທີ 2 ກໍລະກົດ 2019, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ໃຫ້ການຕ້ອນຮັບ ທ່ານຮອງປະທານທະນາຄານພັດທະນາອາຊີ Ahmed Saeed.
ຍສໝ - ຕອນບ່າຍວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີການພົບປະກັບນັກປັນຍາຊົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ.
ຍສໝ - ຄ່ຳຄືນວັນທີ 01 ກໍລະກົດ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນເມືອຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20.
ຍສໝ - ໃນວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽດ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ສົນທະນາກັບການນຳບັນດາບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງຍີ່ປຸ່ນ ໃນຂົງເຂດການເງິນ, ພະລັງງານ, ກໍ່ສ້າງ, ອຸດສາຫະກຳຜະລິດເຄື່ອງຈັກ, logistic, ເຕັກໂນໂລຊີສູງ…
ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.
ຍສໝ - ໃນຕອນບ່າຍວັນທີ 24 ມິຖຸນາ ຢູ່ສໍານັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ຝ້າມ ບິ່ງ ມີງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດໄທປະຈໍາຫວຽດນາມ ທ່ານ Tanee Sangrat
ໃນວັນທີ 23 ມິຖຸນາຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດ ເຂົ້າຮ່ວມງານລ້ຽງຈັດໂດຍ ສະຖາບັນຍຸດທະສາດ ຄິງສະລີ ຂອງມາເລເຊຍ, ມີທ່ານຜູ້ຕາງ ໜ້າຈາກສະຖາບັນສ້າງຊາດ ປະເທດໄທ, ຫ້ອງການເສດ ຖະກິດ-ການຄ້າຮົງກົງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບລາງວັນກຽດຕິຄຸນ ອັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳ ອາຊຽນທີ່ມີຜົນງານດີເດັ່ນ ໃນການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງ ຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.
ຍສໝ - ນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ພ້ອມ ພັນລະຍາ ໄດ້ໄປຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳປະເທດ ໄທ ແລະ ໂອ້ລົມກັບຊຸມຊົນຊາວຫວຽດນາມ ທີ່ອາໄສຢຸ່ໃນປະເທດໄທ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 22-23 ມິຖຸນາ ປີ 2019.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34, ໃນຕອນບ່າຍຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ.
ຍສໝ - ໃນຕອນບ່າຍຂອງວັນທີ 21 ມີຖຸນາ 2019, ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ.
ຍສໝ - ໃນຕອນທ່ຽງຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.
ຍສໝ - ທ່ານ ຈິ້ງ ດິ່ງ ຢູ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ມິຖຸນາ 2019.
ຍສໝ - ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວັນ ຟຸກ ໄດ້ເປັນປະທານກອງປະຊຸມ ຖ່າຍທອດສົດຜ່ານເຄືອຂ່່າຍອິນເຕີເນັດ ກ່ຽວກັບ ການສະຫຼຸບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ ແລະ ຄົ້ນຫາ, ກູ້ໄພ-ກູ້ຊີບທົ່ວປະເທດ ປີ 2018, ຜັນຂະຫຍາຍພາລະກິດໃນປີ 2019.
ຍສໝ - ວັນທີ 19 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ຫວຽດນາມ ຄົບຮອບ 94 ປີ (21/06/1925 – 21/06/2019), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວ໋ຽນ ຊົນ ຟຸກ ໄດ້ເຮັດວຽກກັບ ຄະນະປະຈໍາສະມາຄົມນັກຂ່າວຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງໄດ້ດໍາເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ 2019 ຢູ່ ບາງກອກ, ປະເທດໄທ.
ຍສໝ - ໃນວັນທີ 17 ເດືອນມິຖຸນາ, ຢູ່ສໍານັກງານນາຍົກ, ນາຍົກລັດຖະມົນຕີ ຫງ໋ວຽນ ຊົນ ຟຸກ ຕ້ອນຮັບ ທ່ານ Lance Y. Gokongwei ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ JG Summit Holdings, ຫນຶ່ງໃນວິສາຫະກິດຈາກປະເທດ ຟິລິປິນ ທີ່ມີການລົງທືນໃຫຍ່ທີ່ສຸດ ຢູ່ ຫວຽດນາມ.