ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນສະຫະພາບເອີຣົບ

16:28 | 01/08/2019

ຍສໝ - ໃນວັນທີ 30 ກໍລະກົດ 2019 ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຜູ້ແທນຈາກສະຫະພາບເອີຣົບ ປະຈຳລາວ ແລະ ອົງການ ສະຫະ ປະຊາຊາດ ກອງທຶນເດັກ ປະຈຳ ສປປ ລາວ, ເຊິ່ງນຳໂດຍ ທ່ານ ລີໂອ ເຟເບີ Mr Leo Faber ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ທ່ານ ອ໋ອກຕາວຽນ ບີໂວນ Mr Octavian Bivol ຜູ້ຕາງໜ້າອົງການອຸຍນີເຊບ.

ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນສະຫະພາບເອີຣົບ

ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດ ຂອງສະຫະພາບເອີຣົບປະຈໍາ ສປປ ລາວ. (ພາບ: ຂປລ)

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າມາຢ້ຽມຢາມໃນຄັ້ງນີ້, ເຊິ່ງໄດ້ສະແດງອອກໃນຫລາຍດ້ານ ໂດຍສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບສະຫະພາບເອີຣົບ ແລະ ສປປ ລາວ ຕໍ່ອົງການອຸຍນີເຊບ ທີ່ມີມາແລ້ວນັ້ນ ໃຫ້ຂະຫຍາຍຕົວ ແລະ ງອກງາມຍິ່ງໆຂຶ້ນ.

​ພ້ອມດຽວກັນນີ້, ທ່ານ ລີໂອ ເຟເບີ ກໍ່ໄດ້ລາຍງານ ຕໍ່ທ່ານຮອງນາຍົກລັດຖະມົນຕີ ຮັບຮູ້ກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານໂພຊະນາການ ແລະ ບັນດາກິດຈະກຳຕ່າງໆຂອງ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໂດຍສະເພາະທຶນ ຈາກສະຫະພາບເອີຣົບ ແລະ ອົງການອຸຍນີເຊບ ທີ່ຊ່ວຍເຫລືອທາງດ້ານວຽກງານດັ່ງກ່າວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.