ຍສໝ - ທ່ານ Masataka Fujita - ເລຂາທິການໃຫຍ່ສູນອາຊຽນ - ຍີ່ປຸ່ນ (AJC) ໄດ້ກ່າວວ່າ ການພົວພັນລະຫວ່າງຍີ່ປຸ່ນ - ຫວຽດນາມ ຈະບໍ່ປ່ຽນແປງເຖິງແມ່ນວ່າຜູ້ໃດຈະກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ກໍ່ຕາມ.
ຍສໝ - ອິນເດຍມີຂະແໜງອຸດສາຫະກໍາຕັດຫຍິບມາແຕ່ດົນນານ, ດ້ວຍທ່າແຮງແມ່ນອີງໃສ່ພື້ນຖານການຜະລິດຈາກເສັ້ນທໍາມະຊາດປະເພດຕ່າງໆ, ຄື: ຝ້າຍ, ປໍ, ຜ້າໄໝ... ທ່າແຮງນີ້ຈະແມ່ນການເພີ່ມເຕີ່ມໃຫ້ແກ່ຫວຽດນາມ, ເຊິ່ງແມ່ນປະເທດທີ່ອີງໃສ່ການນໍາເຂົ້າແຫຼ່ງວັດຖຸດິບໃຫ້ແກ່ຂະແໜງຕໍ່າແຜ່ນຕັດຫຍິບ.
ການຄ້າເອເລັກໂຕນິກແມ່ນທ່າອ່ຽງ. ໃນໄລຍະປະຈຸບັນ ຫາກວິສາຫະກິດບໍ່ຮູ້ໝູນໃຊ້ການຄ້າເອເລັກໂຕນິກເພື່ອຄ້າຂາຍສິນຄ້າ ແລະ ບໍລິການ ແມ່ນອາດຈະປະສົບກັບຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ. ການຄ້າເອເລັກໂຕນິກເຮັດໃຫ້ຫລຸດຜ່ອນລາຍຈ່າຍ, ນຳມາເຊິ່ງຫລາຍຮັບ ຫລາຍ ກວ່າ. ມີວິສາຫະກິດ ຂະຫນາດກາງ ແລະ ນ້ອຍ ຂອງຫວຽດນາມ ກວ່າ 40% ໄດ້ນຳໃຊ້ການຄ້າເອເລັກໂຕນິກ.
ຍສໝ - ຂໍ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ເຊິ່ງລະຫວ່າງອາເຈນຕິນາ ແລະ ຫວຽດນາມ ໄດ້ລົງນາມໃນ 10 ປີຜ່ານມາ ແມ່ນພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອ.
ຍສໝ - ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະໃນໂລກ.
ຍສໝ - ທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ຂອງສອງປະເທດໄດ້ແລກປ່ຽນຢ່າງກົງໄປກົງມາ ແລະເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ-ຈີນ ໃນ 70 ປີຜ່ານມາ ແລະບາງບັນຫາສາກົນ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າໃນສະພາບການທີ່ສັບສົນຂອງການລະບາດພະຍາດ COVID-19, ການສົ່ງກຳລັງເຂົ້າຮ່ວມ Army Games 2020 ຂອງຫວຽດນາມ ສະແດງຄວາມຢືນຢັນການຖືເປັນສຳຄັນການພົວພັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານ ກັບສະຫະພັນລັດເຊຍ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນແອັງຕ໋ວນ - ເອກອັກຄະລັດຖະທູດຫວຽດນາມປະຈຳຢູແກຼນ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະເຈລະຈາກັບບັນດາຜູ້ນຳຢູເຄຣນ.
ຍສໝ - ສະຖານກົງສຸນໃຫຍ່ຂອງສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈີມິນ ແລະ ທີ່ປຶກສາທູດຂອງສະຖານກົງສຸນໃຫຍ່ຣັດເຊຍ ປະຈຳນະຄອນໂຮ່ຈີມິນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ສາຍພົວພັນຫວຽດນາມ - ລັດເຊຍ.
ຍສໝ - ໃນວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອອກຖະແຫຼງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ຍສໝ - ຕາງໜ້າໃຫ້ຄະນະພົວພັນຕ່າງປະເທດສູນກາງ, ທ່ານຮວ່າງບິ່ງກວນ ໄດ້ສົ່ງຄຳນອວຍພອນ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍຫົວໜ້າ ຄະນະຜູ້ຕາງໜ້າ. ທ່ານຮວ່າງບິ່ງກວນໄດ້ຕີລາຄາສູງ ໝາກ ຜົນຂອງການປະສານງານລະຫວ່າງຄະນະ ກຳ ມະການສູນກາງການພົວພັນຕ່າງປະເທດກັບກະຊວງການຕ່າງປະເທດເວົ້າລວມ ແລະບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດເວົ້າສະເພາະໃນຊຸມປີຜ່ານມາ
ຍສໝ - ເມື່ອບໍ່ດົນມານີ້, ທີ່ ນະຄອນນິງບິ່ງ, ແຂວງນິງບິ່ງ, ຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວພົນລະພາກຫຼວງ 678 ຮ່ານາມນິງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຂົ້າເປັນທະຫານ ປະຕິບັດພັນທະສາກົນຢູ່ ລາວ (8/1980 - 8/2020).
ຍສໝ - ທ່ານຫົວໜ້າຄະນະປະສານງານການພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ສະແດງວ່າ ປະເທດຈີນປາດຖະໜາຢາກສືບຕໍ່ພ້ອມກັບຫວຽດນາມ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນທຸກຂົງເຂດ.
ຍສໝ - ມາຮອດປະຈຸບັນ ແມ່ນຄົບຮອບ 49 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສະວິດເຊີແລນ. ປີ 2021 ແມ່ນປີຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ສະນັ້ນ, ສະຫະພັນອົງການຈັດຕັ້ງມິດຕະພາບ ເກີ່ນເທີ ປາດຖະໜາ ຢາກປະສານງານເປັນຢ່າງດີກັບປະເທດສະວິດເຊີແລນເພື່ອຈັດຕັ້ງເຫດການ ສຳ ຄັນພິເສດນີ້ຢູ່ເມືອງ ເກີ່ນເທີ.
ຍສໝ - ທ່ານ Gamiliel Sepulveda Joao Munguambe ກ່າວວ່າຫຼຽນໄຊແມ່ນຄວາມຮັບຮູ້ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງຂອງຫວຽດນາມ ສຳລັບຄວາມມານະພະຍາຍາມຂອງທ່ານ ແລະ ມີຄວາມໝາຍເພື່ອໃຫ້ກຽດແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ Mozambique ແລະຫວຽດນາມ.
ຍສໝ - ມູນເຊື້ອແຫ່ງຄວາມສາມັກຄີ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ສ້າງຂື້ນໂດຍຄົນລຸ້ນກ່ອນ ກຳລັງໄດ້ຮັບການຮັກສາ ແລະເສີມຂະຫຍາຍໃນເງື່ອນໄຂປະຫວັດສາດໃໝ່, ການທູດປະຊາຊົນປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນສອງຝ່າຍ.
ຍສໝ - ທ່ານນາງ Marie C. Damour, ກົງສຸນໃຫຍ່ສະຫະລັດອາເມລິກາປະຈຳ ນະຄອນໂຮ່ຈີມິນ, ໄດ້ເນັ້ນ ໜັກເຖິງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງດີງາມໃນຫຼາຍຂົງເຂດ, ໃນນັ້ນມີຄວາມໝັ້ນຄົງ, ສ.ການຄ້າ, ເສດຖະກິດ, ການທູດຂອງປະຊາຊົນ, ສາທາລະນະສຸກ, ສິ່ງແວດລ້ອມ, ການສຶກສາແລະພະລັງງານ.
ຍສໝ - ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນເຄິ່ງສະຕະວັດທີ່ຜ່ານມາ ພ້ອມທັງສະເໜີທັງ 2 ຝ່າຍພະຍາຍາມຮັກສາທ່າພັດທະນາການຮ່ວມມືດ້ານການຄ້າ; ສູ້ຊົນນຳວົງເງິນ 2 ສົ້ນຈາກ 1ຕື້ກວ່າ USD ໃນປີ 2019 ຂຶ້ນເປັນ 2 ຕື້ USD/ປີ; ສະເໜີ ນິວຊີແລນ ເປີດປະຕູຕະຫຼາດຫຼາຍກ່ວາອີກໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ…
ຍສໝ - ໃນໜ້າ Twitter, ກະຊວງການຕ່າງປະເທດອາເມລິກາໃຫ້ຮູ້ວ່າ: “ໃນປີ 2019, ວົງເງິນການຄ້າສອງສົ້ນລະຫວ່າງອາເມລິກາ ແລະ ຫວຽດນາມບັນລຸໄດ້ຫຼາຍກວ່າ 77 ຕື້ໂດລາສະຫະລັດ ໃນດ້ານສິນຄ້າ ແລະ ການບໍລິການ, ເຊິ່ງສະແດງໃຫ້ເຫັນເຖິງຄວາມປະທັບໃຈຂອງການຮ່ວມມືທີ່ເປີດກວ້າງນັບມື້ນັບຫຼາຍຂື້ນລະຫວ່າງສອງປະເທດໃນສອງທົດສະວັດທີ່ຜ່ານມາ”.
ຍສໝ - VUFO ຈະຮ່ວມມືກັບສະຖານທູດໄທປະຈຳຫວຽດນາມ ໃນການຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຂອງສອງປະເທດ. ສະຖານທູດໄທປະຈຳ ຫວຽດນາມ ຈະສະໜັບສະໜູນ ເວທີປະຊາຊົນອາຊຽນ 2020 ພາຍໃຕ້ການເປັນປະທານຂອງ VUFO.