ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner: ປະຊາຊົນແມ່ນຂົວຕໍ່ໃນການພົວພັນຫວຽດນາມ - ເຢຍລະມັນ

14:42 | 01/10/2020

ຍສໝ - ເນື່ອງໃນໂອກາດວັນຄົບຮອບ 30 ປີແຫ່ງການທ້ອນໂຮມປະເທດເຢຍລະມັນເປັນເອກະພາບ ແລະ ຄົບຮອບ 45 ປີແຫ່ງການສ້າງຕັັ້ງສາຍພົວພັນທາງການທູດລະຫວ່າງເຢຍລະມັນ ແລະຫວຽດນາມ, ຕອນເຊົ້າວັນທີ 30 ກັນຍາ, ສະຖານທູດເຢຍລະມັນໄດ້ຈັດກອງປະຊຸມຖະແຫຼງຂ່າວ.    

ເປັນມື້ທີ 28 ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ ເປັນມື້ທີ 28 ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ
ມູນຄ່າການສົ່ງອອກຂອງລາວໄດ້ຟື້ນຕົວຄືນ ມູນຄ່າການສົ່ງອອກຂອງລາວໄດ້ຟື້ນຕົວຄືນ

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານເອກອັກຄະລັດຖະທູດ Guido Hildner ໃຫ້ຮູ້ວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັັ້ງສາຍພົວພັນທາງການທູດ, ການພົວພັນລະຫວ່າງເຢຍລະມັນ ແລະຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໂດຍສະເພາະ, ການສືບຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຕົກລົງກັນໃນປີ 2011 ດ້ວຍແຜນການດຳເນີນງານສອງປີ 2020/2021 ສ້າງເປັນພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືເພື່ອມຸ່ງໄປສູ່ອະນາຄົດ.

ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner: ປະຊາຊົນແມ່ນຂົວຕໍ່ໃນການພົວພັນຫວຽດນາມ - ເຢຍລະມັນ
ທ່ານເອກອັກຄະລັດຖະທູດ Guido Hildner.

ນອກຈາກການເພີ່ມທະວີ ແລະພັດທະນາການຮ່ວມມືສາກົນ, ສອງປະເທດຍັງມີຄວາມພະຍາຍາມຫຼາຍໃນການປົກປັກຮັກສາກົດໝາຍສາກົນ ແລະແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ.

ປີ 2020, ທັງສອງປະເທດແມ່ນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມເປັນປະທານອາຊຽນ, ເຢຍລະມັນເປັນປະທານໝູນວຽນຂອງສະພາ EU ໃນ 6 ເດືອນທ້າຍປີ. ເຢຍລະມັນ ແລະຫວຽດນາມ ຮ່ວມມືເຊິ່ງກັນແລະກັນໃນຫຼາຍຂົງເຂດເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ ແລະການພັດທະນາພະລັງງານ…

ປະຈຸບັນ, ມີນັກສຶກສາຫວຽດນາມປະມານ 7.500 ຄົນ ພວມຮໍ່າຮຽນຢູ່ເຢຍລະມັນ, 163 ໂຄງການຄົ້ນຄ້ວາວິທະຍາສາດຮ່ວມ ລະຫວ່າງ ບັນດາມະຫາວິທະຍາໄລເຢຍລະມັນ ແລະຫວຽດນາມ. ໃນຂະນະນັ້ນ, ຢູ່ຫວຽດນາມ, ມີນັກຮຽນປະມານ 2000 ຄົນ ພວມຮຽນພາສາເຢຍລະມັນຢູ່ໂຮງຮຽນມັດທະຍົມຕອນປາຍ 8 ແຫ່ງໃນຂອບເຂດໂຄງການເພື່ອປະຕິບັດຂໍ້ລິເລີ່ມ “ໂຮງຮຽນ - ຄູ່ຮ່ວມມືໃນອະນາຄົດ” (PASCH).

ທ່ານເອກອັກຄະລັດຖະທູດເຢຍລະມັນ Guido Hildner: ປະຊາຊົນແມ່ນຂົວຕໍ່ໃນການພົວພັນຫວຽດນາມ - ເຢຍລະມັນ
ບັນຍາກາດທີ່ກອງປະຊຸມຖະແຫຼງຂ່າວ.

ກ່ຽວກັບການພົວພັນດ້ານເສດຖະກິດ, ເຢຍລະມັນແມ່ນຄູ່ຮ່ວມມືການຄ້າທີ່ສຳຄັນທີ່ສຸດຂອງຫວຽດນາມໃນອີຢູ. ປີ 2019, ມູນຄ່າການສົ່ງອອກຂອງຫວຽດນາມໄປຍັງເຢຍລະມັນບັນລຸ 10,9 ຕື້ ໂດລາສະຫະລັດ, ມູນຄ່າການສົ່ງອອກຂອງເຢຍລະມັນໄປຫວຽດນາມບັນລຸ 4,8 ຕື້ໂດລາສະຫະລັດ. ໃນ 6 ເດືອນຕົ້ນປີ 2020, ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກໂລກພະຍາດ COVID-19, ມູນຄ່າການສົ່ງອອກຂອງຫວຽດນາມໄປຍັງເຢຍລະມັນຍັງເພີ່ມຂຶ້ນ 1,6%. ໃນປີທີ່ຜ່ານມານັກລົງທຶນເຢຍລະມັນໄດ້ລົງທຶນຫຼາຍກ່ວາ 2,1 ຕື້ໂດລາສະຫະລັດ.

ສັນຍາການຄ້າເສລີລະຫວ່າງອີຢູ ແລະຫວຽດນາມ ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ສິງຫາ 2020 ຈະຊ່ວຍຊຸກຍູ້ການພັດທະນາຂອງການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ.

ປະຈຸບັນ, ມີຊາວຫວຽດນາມປະມານ 170.000 ຄົນ ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ເຢຍລະມັນ. ໃນຈຳນວນດັ່ງກ່າວ, ຫຼາຍຄົນໄດ້ຖືສັນຊາດເຢຍລະມັນແລ້ວ ແລະສ້າງເປັນຊຸມຊົນທີ່ເຂັ້ມແຂງ.

ທ່ານເອກອັກຄະລັດຖະທູດແຫ່ງສາທາລະນະລັດສະຫະພັນເຢຍລະມັນປະຈຳ ຫວຽດນາມ ກໍ່ສະແດງຄວາມເຊື່ອ ໝັ້ນວ່າໃນໄລຍະຈະມາເຖິງຈະມີຊາວຫວຽດນາມມາເຢຍລະມັນນັບມື້ນັບຫຼາຍເພາະວ່າຕະຫຼາດແຮງງານຢູ່ທີ່ນີ້ມີຄວາມຕ້ອງການສູງຫຼາຍ ແລະດຶງດູດກຳລັງແຮງງານທີ່ມີສີມືຂອງຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.