ການພົວພັນຄູ່ຮ່ວມມືຫວຽດນາມ - ອາເຈນຕິນາ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແໜ້ນແຟ້ນ

17:07 | 03/09/2020

ຍສໝ - ຂໍ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ເຊິ່ງລະຫວ່າງອາເຈນຕິນາ ແລະ ຫວຽດນາມ ໄດ້ລົງນາມໃນ 10 ປີຜ່ານມາ ແມ່ນພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອ.

ການພ ວພ ນຄ ຮ ວມມ ຫວຽດນາມ ອາເຈນຕ ນາ ສ ບຕ ໄດ ຮ ບການເພ ມທະວ ຢ າງແໜ ນແຟ ນ ຫວຽດນາມ - ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ການພ ວພ ນຄ ຮ ວມມ ຫວຽດນາມ ອາເຈນຕ ນາ ສ ບຕ ໄດ ຮ ບການເພ ມທະວ ຢ າງແໜ ນແຟ ນ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ

ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 10 ປີທີ່ຫວຽດນາມ ແລະ ອາເຈນຕິນາ ໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ ແລະ ຄົບຮອບ 47 ປີແຫ່ງການພົວພັນທາງການທູດ, ສຳນັກຂ່າວສານຫວຽດນາມຢູ່ປະເທດອາເຈນຕິນາ ໄດ້ໃຫ້ສຳພາດກັບທ່ານນາງ Julia Perie - ຜູ້ແທນລັດຖະສະພາ ກຸ່ມອາເມລິກາໃຕ້ (Mercosur), ອະດີດຜູ້ແທນສະພາຕ່ຳປະເທດອາເຈນຕິນາ, ປະທານກຸ່ມຜູ້ແທນລັດຖະສະພາປະເທດອາເຈນຕິນາ ທີ່ມິດຕະພາບກັບຫວຽດນາມ.

ປະເມີນສາຍພົວພັນສອງຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າລະຫວ່າງສອງປະເທດຫວຽດນາມ - ອາເຈນຕິນາ, ທ່ານນາງ Julia Perie ໃຫ້ຮູ້ວ່າ ສາຍພົວພັນອາເຈນຕິນາ - ຫວຽດນາມ ມີມາເປັນເວລາຫຼາຍກວ່າ 45 ປີ, ໄດ້ຮັບການເຊີດຊູບົນຈິດໃຈສາມັກຄີ, ມິດຕະພາບ, ແລະ ຮັກແພງຊ່ວຍເຫຼືອກັນລະຫວ່າງປະຊາຊົນສອງປະເທດ.

ການພ ວພ ນຄ ຮ ວມມ ຫວຽດນາມ ອາເຈນຕ ນາ ສ ບຕ ໄດ ຮ ບການເພ ມທະວ ຢ າງແໜ ນແຟ ນ
ທ່ານນາງ Julia Perie - ຜູ້ແທນລັດຖະສະພາ ກຸ່ມອາເມລິກາໃຕ້ (Mercosur), ອະດີດຜູ້ແທນສະພາຕ່ຳປະເທດອາເຈນຕິນາ. (ພາບ: Wikimedia)

ເຖິງວ່າຈະແບ່ງແຍກໃນທາງພູມສາດ, ແຕ່ປະຊາຊົນອາເຈນຕິນາ ລ້ວນແຕ່ມີຄວາມຮັກແພງ ແລະ ຄວາມນິຍົມຊົມຊອບເປັນພິເສດຕໍ່ປະຊາຊົນຫວຽດນາມ. ຂໍ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ເຊິ່ງລະຫວ່າງອາເຈນຕິນາ ແລະ ຫວຽດນາມ ໄດ້ລົງນາມໃນ 10 ປີຜ່ານມາ ແມ່ນພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອ. ມາຮອດປະຈຸບັນ, ຂໍ້ຕົກລົງດັ່ງກ່າວນີ້ ໄດ້ຮັບການເສີມຂະຫຍາຍເທື່ອລະກ້າວ ແລະ ບັນດາເປົ້າໝາຍທີ່ວາງອອກ ກໍ່ໄດ້ຮັບການປະຕິບັດປະສົບກັບຜົນສຳເລັດ.

ທ່ານນາງ Julia Perie ໃຫ້ຮູ້ວ່າ, ເສດຖະກິດ - ການຄ້າແມ່ນຈຸດພົ້ນເດັ່ນໃນການຮ່ວມມືຮອບດ້ານລະຫວ່າງສອງປະເທດ ເມື່ອການວົງເງິນແລກປ່ຽນສອງຝ່າຍ ໄດ້ເພີ່ມຂຶ້ນຫຼາຍກ່ວາ 380%, ຈາກ 918 ລ້ານໂດລາ ໃນປີ 2010 ເຖິງເກືອບ 3,5 ຕື້ໂດລາໃນປີ 2019. ປະຈຸບັນ, ອາເຈນຕິນາ ແມ່ນຄູ່ການຄ້າໃຫຍ່ທີ 2 ຂອງຫວຽດນາມຢູ່ພາກພື້ນອາເມລິກາລາຕິນ ແລະ ຫວຽດນາມກໍ່ແມ່ນທ້ອງຕະຫຼາດນຳເຂົ້າໃຫຍ່ທີ 5 ຂອງອາເຈນຕິນາ. ສອງປະເທດພວມປະຕິບັດກິດຈະກຳຮ່ວມມືຫຼາຍຢ່າງ ໃນຂົງເຂດອື່ນໆ, ເຊັ່ນ: ວັດທະນະທຳ, ມະນຸດວິທະຍາ, ພະລັງງານ….

ເພື່ອສືບຕໍ່ເພີ່ມທະວີ ແລະ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ພ້ອມທັງຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ທ່ານນາງ Perie ໃຫ້ຮູ້ວ່າ ດ້ວຍການສືບຕໍ່ເທື່ອລະກ້າວ ເພື່ອຫັນເປັນລະອຽດບັນດາເນື້ອໃນ ຂອງຂໍ້ຕົກລົງລະຫວ່າງຜູ້ນຳຂັ້ນສູງສອງປະເທດໃນບາງຂົງເຂດການຮ່ວມມື, ສອງປະເທດຕ້ອງເອົາໃຈໃສ່ເຖິງການພົວພັນດ້ານການສຶກສາ ແລະ ການແລກປ່ຽນດ້ານວັດທະນະທຳ.

ຕາມທ່ານນາງ Julia Perie, ການລະບາດຂອງພະຍາດ COVID-19 ກຳລັງກໍ່ໃຫ້ເກີດຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນສຳລັບຫລາຍໆປະເທດ, ໃນນັ້ນມີປະເທດອາເຈນຕິນາ ແລະ ປະເທດຫວຽດນາມກໍ່ໄດ້ຮັບຜົນກະທົບເຊັ່ນກັນ. ທ່ານນາງ Julia Perie ເຊື່ອວ່າສອງປະເທດຈະຜ່ານຜ່າສິ່ງທ້າທາຍດັ່ງກ່າວ, ຮ່ວມກັນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານນາງ Perie ຢືນຢັນວ່າ ຈິດໃຈຂອງຫວຽດນາມຍັງໄດ້ຮັບການພິສູດຈາກຜົນສຳ ເລັດ ໃນການຮັບມືກັບພະຍາດໄຂ້ຫວັດ COVID-19 ໃນໄລຍະທີ່ຜ່ານມາໂດຍມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເປັນຈຳນວນໜ້ອຍເມື່ອທຽບໃສ່ທົ່ວໂລກ. ນັ້ນກໍ່ເປັນການພິສູດໃຫ້ເຫັນເຖິງຄວາມຮັບຜິດຊອບຂອງລັດຖະບານຫວຽດນາມ ຕໍ່ສຸຂະພາບຂອງປະຊາຊົນ.

ການພ ວພ ນຄ ຮ ວມມ ຫວຽດນາມ ອາເຈນຕ ນາ ສ ບຕ ໄດ ຮ ບການເພ ມທະວ ຢ າງແໜ ນແຟ ນ ກົງສຸນໃຫຍ່ຂອງຫວຽດນາມ ປະຈໍາ ຂອນແກ່ນ ສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ 2 ກັນຍາ

ຍສໝ - ເນື່ອງໃນໂອກາດນີ້, ສະຖານກົງສຸນໃຫຍ່ຫວຽດນາມ ໄດ້ມອບໃບຢັ້ງຢືນຂອງສະຖານກົງສຸນໃຫຍ່ໃຫ້ແກ່ຊາວຫວຽດນາມຢູ່ເຂດທາງທິດຕາເວັນອອກສ່ຽງເໜືອຂອງປະເທດໄທ 45 ຄົນ ສຳລັບການປະກອບສ່ວນອັນລ້ຳຄ່າຂອງປະຊາຄົມຊາວຫວຽດນາມທີ່ບ່ອນຢູ່ອາໄສຂອງພວກເຂົາ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກໍ່ສ້າງ ແລະ ການພັດທະນາຊຸມຊົນຊາວຫວຽດນາມ ຢູ່ ເຂດຕາເວັນອອກສຽງເໜືອຂອງປະເທດໄທ.

ການພ ວພ ນຄ ຮ ວມມ ຫວຽດນາມ ອາເຈນຕ ນາ ສ ບຕ ໄດ ຮ ບການເພ ມທະວ ຢ າງແໜ ນແຟ ນ ຫວຽດນາມ ໄດ້ສະເໜີສ້າງຕັ້ງສາງສຳຮອງອຸປະກອນການແພດ ໃນອາຊຽນ ໂດຍໄວ

ຍສໝ - ທ່ານຫງວຽນກວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ - ຫວຽດນາມ ໄດ້ສະເໜີໃຫ້ສຳເລັດລະບຽບການຕ່າງໆໂດຍໄວ ເພື່ອສາມາດປະກາດຢ່າງເປັນທາງການໃນການສ້າງຕັ້ງສາງອຸປະກອນການແພດໃນພາກພື້ນອາຊຽນ ໃນກອງປະຊຸມສະພາປະສານງານອາຊຽນຄັ້ງທີ 27 (ກັນຍາ 2020).

ການພ ວພ ນຄ ຮ ວມມ ຫວຽດນາມ ອາເຈນຕ ນາ ສ ບຕ ໄດ ຮ ບການເພ ມທະວ ຢ າງແໜ ນແຟ ນ ຄວາມປະທັບໃຈຕໍ່ມິດຕະພາບຫວຽດນາມ - ເຊັກ ຜ່ານການວາງສະແດງຮູບພາບ “ຫວຽດນາມ ປ່ຽນໃໝ່ ແລະ ພັດທະນາ”

ຍສໝ - ງານວາງສະແດງປະກອບມີຮູບພາບ 75 ແຜ່ນ, ເຊິ່ງສະແດງເຖິງ 75 ປີແຫ່ງການຕໍ່ສູ້ວິລະຊົນ ແລະປະຫວັດສາດການພັດທະນາຂອງຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.