ປະເທດໂປແລນ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານກັບຫວຽດນາມ

19:00 | 17/09/2020

ຍສໝ - ທ່ານປະທານາທິບໍດີໂປແລນ ໄດ້ຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ພ້ອມທັງຢືນຢັນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ.  

ປະເທດໂປແລນ ປາດຖະໜາຢາກຊ ກຍ ການພ ວພ ນຮ ວມມ ຮອບດ ານກ ບຫວຽດນາມ ການນຳ HUFO ຊົມເຊີຍ 63 ປີແຫ່ງວັນຊາດຂອງມາເລເຊຍ
ປະເທດໂປແລນ ປາດຖະໜາຢາກຊ ກຍ ການພ ວພ ນຮ ວມມ ຮອບດ ານກ ບຫວຽດນາມ ຫວຽດນາມ ຊົມເຊີຍຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການປະຕິຮູບການຮັກສາສັນຕິພາບ

ວັນທີ 15 ກັນຍາ, ທ່ານຫງວຽນຮຸ່ງ - ເອກອັກຄະລັດຖະທູດອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳໂປແລນ ໄດ້ຍື່ນສານຕາຕັ້ງຂອງປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເຊິ່ງສົ່ງເຖິງທ່ານ Andrzej Duda - ປະທານາທິບໍດີປະເທດໂປແລນ.

ໃນພິທີຕ້ອນຮັບທ່ານເອກອັກຄະລັດຖະທູດຫງວຽນຮຸ່ງ - ປະທານາທິບໍດີ Andrzej Duda ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງຂອງຜູ້ນຳ ແລະ ປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນໂປແລນ.

ປະທານາທິບໍດີ Andrzej Duda ໄດ້ຕີລາຄາສູງຕໍ່ການຕ້ອນຮັບທີ່ອົບອຸ່ນຂອງລັດ ແລະ ປະຊາຊົນຫວຽດນາມ ໃນລະຫວ່າງການເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນປີ 2017.

ປະເທດໂປແລນ ປາດຖະໜາຢາກຊ ກຍ ການພ ວພ ນຮ ວມມ ຮອບດ ານກ ບຫວຽດນາມ
ທ່ານຫງວຽນຮຸ່ງ - ເອກອັກຄະລັດຖະທູດອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳໂປແລນ ໄດ້ຍື່ນສານຕາຕັ້ງ ຕໍ່ທ່ານ Andrzej Duda - ປະທານາທິບໍດີປະເທດໂປແລນ. (ພາບ: TTXVN)

ທີ່ພິທີ, ທ່ານປະທານາທິບໍດີ Andrzej Duda ສະແດງຄວາມຊົມຊື່ນຕໍ່ບັນດາຜົນສຳເລັດໃນການພັດທະນາຂອງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ປະເທດໂປແລນ ໃນຕະຫຼອດ 70 ປີທີ່ຜ່ານມາ. ພ້ອມກັນນັ້ນ, ທ່ານປະທານາທິບໍດີ Andrzej Duda ໄດ້ຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດປະຈໍາຖິ່ນ. ທ່ານປະທານາທິບໍດີ Andrzej Duda ກໍ່ຢືນຢັນ ຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງຫຼາຍກ່ວາອີກ.

ສະແດງຄວາມພາກພູມໃຈທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດໂປແລນ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸ່ງ ຢືນຢັນວ່າ ປະເທດໂປແລນແມ່ນຄູ່ຮ່ວມມືທີ່ສຳຄັນຂອງຫວຽດນາມໃນພາກພື້ນເອີຣົບຕາເວັນອອກກາງ ແລະ ໃຫ້ຮູ້ວ່າບັນດາທ່າແຮງໃນການຮ່ວມມືລະຫວ່າງສອງປະເທດຍັງມີຫຼາຍ, ໂດຍສະເພາະແມ່ນຫຼັງຈາກສັນຍາການຄ້າເສລີລະຫວ່າງສະຫະພາບເອີຣົບ ແລະ ຫວຽດນາມ (EVFTA) ທີ່ມີຜົນບັງຄັບນຳໃຊ້ແຕ່ວັນທີ 1 ສິງຫາປີ 2020 ເປັນຕົ້ນໄປ.

ທ່ານເອກອັກຄະລັດຖະທູດ ຫງວຽນຮຸ່ງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ປະທານາທິບໍດີ ແລະ ລັດຖະບານປະເທດໂປແລນ ທີ່ໄດ້ສ້າງເງື່ອນໄຂອັນສະດວກໃຫ້ປະຊາຄົມຊາວຫວຽດນາມຢູ່ປະເທດໂປແລນ ໃນການດຳເນີນທຸລະກິດ, ດຳລົງຊີວິດຢ່າງໝັ້ນຄົງ ແລະ ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດປະຈໍາຖິ່ນ.

ທ່ານເອກອັກຄະລັດຖະທູດ ຫງວຽນຮຸ່ງ ໄດ້ຢືນຢັນວ່າຈະພ້ອມກັບທ່ານເອກອັກຄະລັດຖະທູດໂປແລນ ປະຈຳຫວຽດນາມ ເພື່ອປະຕິບັດທີ່ດີບົດບາດເປັນຂົວຕໍ່, ປະກອບສ່ວນຊຸກຍູ້, ຍົກສູງການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກ.

ປະເທດໂປແລນ ປາດຖະໜາຢາກຊ ກຍ ການພ ວພ ນຮ ວມມ ຮອບດ ານກ ບຫວຽດນາມ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຢູ່ ເຢແມນ ຕ້ອງດຳເນີນການເຈລະຈາເພື່ອສັນຕິພາບ

ຍສໝ - ຫວຽດນາມ ໄດ້ສະໜັບສະໜູນຄວາມມານະພະຍາຍາມຂອງຄະນະການທູດສະເພາະການເລຂາທິການໃຫຍ່ສະ​ຫະ​ປະ​ຊາ​ຊາດ ກ່ຽວກັບສະພາບການເຢເມນ ແລະ ບັນດາອົງການສະຫະປະຊາຊາດ ໃນການຊຸກຍູ້ການແກ້ໄຂທາງດ້ານການເມືອງຢ່າງຮອບດ້ານສຳລັບເຢແມນ.

ປະເທດໂປແລນ ປາດຖະໜາຢາກຊ ກຍ ການພ ວພ ນຮ ວມມ ຮອບດ ານກ ບຫວຽດນາມ ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ

ຍສໝ - ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.

ປະເທດໂປແລນ ປາດຖະໜາຢາກຊ ກຍ ການພ ວພ ນຮ ວມມ ຮອບດ ານກ ບຫວຽດນາມ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະທີ່ຕັ້ງຂອງກອງທັບ ແລະ ປະເທດຫວຽດນາມ ບົນເວທີສາກົນ

ຍສໝ - ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.