ຍສໝ - ໃນປີຄວາມສາມັກຄີມິດຕະພາບຫວຽດນາມ-ລາວ 2017 , ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ປະສານສົມທົບກັນຈັດຫຼາຍການເຄື່ອນໄຫວ ດ້ວຍເນື້ອໃນ, ຮູບແບບທີ່ຫຼາກຫຼາຍ, ຫຼາຍຮູບຫຼາຍແບບ ປະກອບສ່ວນສຳຄັນເຂົ້າໃນວຽກງານປັງປຸງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ ສາຍພົວພັນມິດຕະພາບ ພິເສດ ແລະ ຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ທ້າຍອາທິດທີ່ຜ່ານມາ, ກອງພັນໃຫຍ່ຄົມມະນາຄົມ 652, ກົມພະລາທິການທະຫານເຂດ 2 ໄດ້ຈັດຕັ້ງພິທີຕ້ອນຮັບຄະນະພະນັກງານຂະແໜງຄົມມະນາຄົມການທະຫານກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະແລກປ່ຽນບົດຮຽນ.
ຍສໝ - ຕອນຄ່ຳວັນທີ 24 ສິງຫາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບລາວ - ຫວຽດນາມ ນຳໂດຍທ່ານ ວິໄລວົງ ບຸດດາຄຳ ປະທານສູນກາງ ສະມາຄົມມິດຕະພາບລາວ - ຫວຽດນາມ, ກໍາລັງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ.
ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ລາວ ໄດ້ວາງແຜນຍຸດທະສາດ ແລະ ແຜນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຮອດປີ 2020, ໜຶ່ງໃນບັນດາເນືື້ອໃນທີ່ສຳຄັນທີ່ສຸດ ນັ້ນແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດກົດໝາຍ.
ວັນທີ 24 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນຮ່ວາຍຈຸງ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ປະຈຳປີ ຄັ້ງທີ 3 ລະຫວ່າງ ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ.
ຍສໝ - ໃນວັນທີ 23-24 ສິງຫາ, 2018 ເຊິ່ງແມ່ນສ່ວນໜຶ່ງຂອງການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ສະພາທຸລະກິດສະຫະລັດ-ອາຊຽນ, ຜູ້ນໍາຈາກບັນດາບໍລິສັດຂະໜາດໃຫຍ່ຂອງສະຫະລັດອາເມລິກາ ໄດ້ພົບປະກັບລັດຖະບານຂອງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ເປົ້າໝາຍຫຼັກຂອງການມາຢ້ຽມຢາມຄັ້ງນີ້ ແມ່ນສົນທະນາກ່ຽວກັບວິທີການໃໝ່ໆໃນການຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.
ຍສໝ - ທີ່ສຳນັກງານກະຊວງການຕ່າງປະເທດ ທ່ານຮອງນາຍົກ ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມີງໄດ້ຕ້ອນຮັບ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄຳເພົາ ເອີນທະວັນ ເຂົ້າຢ້ຽມຢາມ ໂອກາດທີ່ມາຫວຽດນາມ ເພື່ອເຂົ້າຮ່ວມເປັນປະທານ ສຳມະນາການເມືອງ ຂັ້ນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 3.
ຍສໝ - ໃນໄລຍະທີ່ຜ່ານມາ ແຂວງກ້ວາງນິງ ແລະ 3 ແຂວງຂອງລາວ ບໍ່ເຄີຍຢຸດຢັ້ງໃນການຮ່ວມມືແລກປ່ຽນ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນຫຼາຍຂົງເຂດການຮ່ວມມື; ບໍ່ຢຸດຢັ້ງໃນການຜັນຂະຫຍາຍມູນເຊື້ອອັນດີງາມ , ຮັດແໜ້ນ ສາຍພົວພັນນຳ້ໃຈອ້າຍນ້ອງລະຫວ່າງ 2 ປະເທດ.
ຍສໝ - ມື້ວານນີ້, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງ ສະບັບເລກທີ 12/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເຊິ່ງປະກອບມີ ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ; ການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ; ການສືບຕໍ່ແກ້ໄຂໜີ້ສິນພາຍໃນ; ການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ແລະ ການສົ່ງເສີມການຜະລິດ; ການປັບປຸງໂຄງສ້າງການລົງທຶນ; ການຄຸ້ມຄອງ ແລະ ການເກັບລາຍຮັບຈາກທີ່ດິນ; ການຕິດຕາມກວດກາການຈັດຕັ້ງປະຕິບັດ ລະບຽບກົດໝາຍຢ່າງເຂັ້ມງວດ.
ຍສໝ - ສອງວັນທີ່ຜ່ານມາ, ຄ້າຍຊາຍແດນ ດ່ານສາກົນ ນໍ້າກັ໋ນ, (ທະຫານຊາຍແດນ ແຂວງເງ້ອານ ຫວຽດນາມ), ໄດ້ສົມທິກຳລັງ ກັບ ກອງຮ້ອຍ ທະຫານຊາຍແດນ 221, (ກອງບັນຊາການ ທະຫານ ແຂວງຊຽງຂວາງ ສປປ ລາວ) ຮ່ວມການລາດຕະເວນ ລຽບຕາມແນວຊາຍແດນ ທີ່ທັງສອງຝ່າຍຄຸ້ມຄອງ.
ຍສໝ - ວັນທີ 22 ສິງຫາທີ່ຜ່ານມາ ຢູ່ ສະຖານທູດຫວຽດນາມ ປະຈຳ ສະຫະພາບ ຣັດເຊຍ ໄດ້ຈັດງານລະດົມທືນຊ່ວຍເຫຼືອ ປະຊາຊົນລາວອ້າຍນ້ອງ ຫຼັງເຫດການ ຄູກັ້ນນຳ້ເຂື່ອນພະລັງງານໄຟຟ້າ ເຊປຽນ-ເຊນຳ້ນ້ອຍແຕກ ຢູ່ ແຂວງອັດຕະປື ສປປ ລາວ ມີຄວາມເສຍຢ່າງຮຸນແຮງທັງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ຍສໝ - ສອງວັນທີ່ຜ່ານມາ, ທີ່ກອງ 871 ຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ ໄດ້ສົມທົບກັບກອງ 871 ຈັດພິທີປິດຊຸດຝຶກອົບຮົມດ້ານວິຊາການຫໍພິພິທະພັນປະຫວັດສາດໃຫ້ຄະນະພະນັກງານກອງທັບປະຊາຊົນລາວ, ປີ 2018.
ທ້າຍອາທິດທີ່ຜ່ານມາ, ຄະນະພະນັກງານກອງພົນ ທີ 2, ກອງພົນ ທີ 3 ໂຮງຮຽນນາຍສິບ ເລກ 1 ແລະ ກອງບັນຊາການທະຫານບັນດາແຂວງພາກເໜືອລາວ ໂດຍທ່ານພັນເອກ ພັນແສງ ບຸນພັນ ຫົວໜ້າຫ້ອງການ-ການເມືອງ ກອງພົນທີ 2 ເປັນຫົວໜ້ານຳພາຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເມືອງອຽນບິ່ງ, ແຂວງອຽນບ໋າຍ. ເຂົ້າຮ່ວມການເຮັດວຽກມີຜູ້ແທນມາຈາກກອງບັນຊາການທະຫານເຂດ 2, ການນໍາພະແນກພົວພັນຕ່າງປະເທດແຂວງອຽນບ໋າຍ, ເມືອງອຽນບິ່ງ ແລະ ກອງບັນຊາການທະຫານແຂວງ.
ຍສໝ - ວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂງແຊກຖືກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນພຸດທະສາສະໜາ ລາວ ໂດຍ ພະອາຈານ ເວດ ມະເສໄນ, ຮອງປະທານຜູ້ປະຈຳການສູນກາງສະຫະພັນພຸດທະສາສະໜາ ສປປ ລາວ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ຫວຽດນາມ.
ຄ້າຍທັດສະນະສຶກສາມິດຕະພາບຫວຽດນາມ-ລາວ ປີ 2018 ດ້ວຍການເຂົ້າຮ່ວມຂອງຜູ້ແທນຈໍານວນ 70 ຄົນ, ເຊິ່ງແມ່ນພະນັກງານຮັບຜິດຊອບອະນຸຊົນ ແລະເຍົາວະຊົນທີ່ມີຜົນງານດີເດັ່ນໃນວຽກງານກອງເຍົາວະຊົນ ແລະຂະບວນການເຍົາວະຊົນນະຄອນໂຮ່ຈິມິນ ສົກສຶກສາ 2017-2018 ເຊິ່ງຫາກໍ່ຈັດຕັ້ງແຕ່ວັນທີ 8-16 ສິງຫານີ້.
ຍສໝ - ເວລາ 16ໂມງ ຂອງວັນທີ 16 ສິງຫາ 2018 ຢູ່ປະເທດຈີນ ການແຂ່ງຂັນເຕະບານ ຊູງຊີງລີງຄັບ ຮອບຊີງຊະນະເລີດ ລະຫວ່າງ ທີມສະໂມສອນຈາກລາວອາຄາເດມີ ລ໋ອບ ສະເຕດ້ຽມ ຢູ12 (KIETTISACK INTERNATIONAL BY LOB STADIUM)ຕົວແທນຈາກປະເທດລາວ ພົບກັບ ສະໂມສອນ ບູຣິຣຳ ຢູໄນເຕັດ ຢູ12 ຕົວແທນສະໂມສອນຈາກໄທ.
ຍສໝ - ໃນວັນທີ 16 ສິງຫາ 2018 ແຂວງຄຳມ່ວນ ຈັດປະຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ ແລະ ວັນ ຢຶດອຳນາດທົ່ວປະເທດ 23 ສິງຫາ ໂດຍການປາຖະກະຖາຂອງ ທ່ານ ແສງທອງ ພະຄຸນທອງ ປະທານແນວລາວສ້າງຊາດແຂວງ.
ຍສໝ - ໃນລະຫວ່າງວັນທີ 13 – 15 ສິງຫາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ກ້ວາງຈິ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ແລະ ກອງບັນຊາການ ທະຫານແຂວງ ສາລະວັນ ແລະສະຫວັນນະເຂດ ສປປ ລາວ.
ວັນທີ 14 ສິງຫາ, ທ່ານ ເລແທງລຽມ ຮອງປະທານປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ, ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສປປ.ລາວ, ນຳໂດຍທ່ານ ສູນດາລາ ສຸລິອຸດົງ ຮອງລັດຖະມົນຕີ ທີ່ກຳລັງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນ ໂຮ່ຈິມິນ.
ຍສໝ - ວັນທີ 13 ສິງຫາ, ກອງບັນຊາການ ທະຫານຊາຍແດນແຂວງ ແທງຮ໋ວາ ໄດ້ຈັດຕັ້ງພິທີອັດຊຸດຮຽນພາສາລາວ ປີ 2018 ໃຫ້ສຳມະນາກອນ 37 ຄົນ ແມ່ນພະນັກງານທະຫານຊາຍແດນ ແລ ະພະນັກງານ, ລັດຖະກອນເຮັດວຽກໃນບັນດາເຂດຊາຍແດນຂອງແຂວງ.