ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນຍຶດອຳນາດທົ່ວປະເທດ 23 ສິງຫາ

17:11 | 16/08/2018

ຍສໝ - ໃນ​ວັນ​ທີ 16 ສິງຫາ 2018 ແຂວງ​ຄຳ​ມ່ວນ ​ ຈັດ​​ປະຖະກະຖາ​ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ ແລະ ວັນ ຢຶດອຳນາດທົ່ວປະເທດ 23 ສິງຫາ​​ ໂດຍການ​ປາຖະກະຖາ​ຂອງ ທ່ານ ​ແສງ​ທອງ​ ພະ​ຄຸນ​ທອງ ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ.

ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນຍຶດອຳນາດທົ່ວປະເທດ 23 ສິງຫາ

ທ່ານ ​ແສງ​ທອງ​ ພະ​ຄຸນ​ທອງ ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ ເຊື່ອມຊືມວັນປະຫວັດສາດ.

ແຂວງ​ຄຳ​ມ່ວນ ​ ຈັດ​​ປະຖະກະຖາ​ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ ແລະ ວັນ ຢຶດອຳນາດທົ່ວປະເທດ 23 ສິງຫາ​​ ​ໃນ​ວັນ​ທີ 16 ສິງຫາ 2018 ໂດຍການ​ປາຖະກະຖາ​ຂອງ ທ່ານ ​ແສງ​ທອງ​ ພະ​ຄຸນ​ທອງ ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ, ​ມີ​ບັນດາ​ການ​ນຳ​ຂອງ​ແຂວງ, ພະ​ແນ​ກການ, ອົງການພຸດທະ​ສາ​ດະໜາ, ອົງການ​ຈັດຕັ້ງມະຫາຊົນ, ຂົງ​ເຂດ ປກຊ-ປກສ, ຕະຫລອດ​ຮອດ ພະນັກງານ​ລັດຖະກອນ ​ອ້ອມ​ຂ້າງ​ແຂວງ​ເຂົ້າຮ່ວມ. ທັງນີ້ ​ກໍເພື່ອ​ແນ​ໃສ່​ເຮັດ​ໃຫ້​ພະນັກງານ​ -ສະມາຊິກ​ພັກອ້ອມ​ຂ້າງ​ແຂວງຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນ ຂອງວັນສຳຄັນດັ່ງກ່າວ ໃຫ້ເລິກເຊິ່ງ​ ​ແລະ ​ເຫັນ​ໄດ້ຜົນ​ງານ​ການ​ຕໍ່ສູ້​ຍາດ​ເອົາ​ ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ.​

ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນຍຶດອຳນາດທົ່ວປະເທດ 23 ສິງຫາ

ບັນຍາກາດກອງປະຊຸມ.

ໂອກາດນີ້, ທ່ານ ​ແສງ​ທອງ​ ພະ​ຄຸນ​ທອງ ​ໄດ້​ຍົກ​ໃຫ້​ເຫັນ​​ເຖິງ​ຂະ​ບວນວິວັດ ​ແຫ່ງ​ການ​ກຳ​ເນີ​ດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ ຂອງ​ອົງການ​ແນວ​ລາວ​ສ້າງ​ຊາດ,​ ຜົນງານ​ພົ້ນ​ເດັ່ນ​ໃນ​ໄລຍະ​ແນວ​ລາວ​ອິດສະຫລະ, ຜົນງານ​ຜົນ​ເດັ່ນ​ໃນ​ໄລຍະ​ແນວ​ລາວ​ສ້າງ​ຊາດ​ ໃນ​ປີ 1979 ຮອດ​ປະ​ຈຸ​ບັນ. ສະ​ເພາະ​ແນວ​ລາວ​ສ້າງ​ຊາດ​ແຂວງ​ຄຳ​ມ່ວນ​ໃນ 1 ປີຜ່ານມາ​​ໄດ້​ຕັ້ງໜ້າ​ເຄື່ອນ​ໄຫວ​ວຽກງານ ​ດ້ວຍ​ຫລາຍ​ຮູບ​ການ​ ໃນ​ການ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ ແນວ​ລາວ​ສ້າງ​ຊາດ, ​ເພີ່ມຄວາມ​ສາມັກຄີ ​ປອງ​ດອງ​ປະຊາຊົນ​ລາວ​ບັນດາ​​ເຜົ່າ, ສາສະໜາ, ​ເພດ​ໄວ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ,​ ຖື​ຄວາມ​ສາມັກຄີ​ເປັນອັນໜຶ່ງອັນ​ດຽວ, ​ປຸກລະດົມ​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມ​ຂະ​ບວນການ​ສ້າງສາ​ ພັດທະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ບົດບາດ​ຄວາມ​ສາມາດ ​ເພື່ອ​ຕັ້ງໜ້າປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ X ຂອງພັກ,​ ແຜນພັດທະ ນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII,​ ຍຸດທະສາດໃນການພັດທະນາປະເທດຊາດ ຮອດປີ 2025, ວິໃສທັດຮອດປີ 2030 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດ ໂດຍສະເພາະ ການຈັດຕັ້ງປະຕິບັດ 6 ແຜນງານ ຂອງແນວລາວສ້າງຊາດໃຫ້ເປັນໂຄງການ,​ ກິດຈະກຳລະອຽດສອດຄ່ອງກັບສະພາບຈຸດພິເສດ ຂອງແຕ່ລະທ້ອງຖິ່ນໃຫ້ປະກົດຜົນເປັນຈິງ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.