|
ຜູ້ຕາງໜ້າການນຳຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ ມອບໃບຢັ້ງຢືນໃຫ້ນັກສຳມະນາກອນຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ. (ພາບ: ຮັ່ງງາ - ທູຈາງ)
ພາຍຫຼັງເກືອບ 1 ເດືອນແຫ່ງການຝຶກອົບຮົມ (ແຕ່ວັນທີ 26 ກໍລະກົດ ຫາວັນທີ 20 ສິງຫາ), ບັນດານັກສຳມະນາກອນໄດ້ຮັບການຄົ້ນຄວ້າ, ຊອກຮູ້, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຂອງຫໍພິພິທະພັນ, ເຊິ່ງລວມມີບັນດາເນື້ອໃນ: ທີ່ຕັ້ງ, ບົດບາດ, ການຈັດຕັ້ງ, ພາລະບົດບາດຂອງຫໍພິພິທະພັນ; ບາງບັນຫາພື້ນຖານເພື່ອແນໃສ່ຍົກສູງປະສິດທິຜົນໃນການຄຸ້ມຄອງຂອງຫໍພິພິທະພັນ; ແຜນການ, ວິທີການເກັບຮັກສາຮຽບຮຽງເອກະສານວັດຖຸພັນ; ການຄົ້ນຄວ້າ ແລະກໍ່ສ້າງການເກັບຮັກສາວັດຖຸພັນຂອງຫໍພິພິທະພັນ; ວຽກງານກວດກາໄລ່ລຽງ, ວຽກງານສາງ ແລະການຄຸ້ມຄອງຮັກສາວັດຖຸພັນຂອງຫໍພິພິທະພັນ; ການໝູນໃຊ້ຂໍ້ມູນຂ່າວສານໃນການຄຸ້ມຄອງ ແລະຂຸດຄົ້ນວັດຖຸພັນຫໍພິພິທະພັນ; ຂັ້ນຕອນການຈັດຕັ້ງງານວາງສະແດງ; ວຽກງານຈັດຕັ້ງແນະນຳໃຫ້ແຂກມາຢ້ຽມຊົມ.
ນອກຈາກການຮ່ຳຮຽນແລກປ່ຽນໃນຫ້ອງຮຽນແລ້ວ, ບັນດານັກສຳມະນາກອນຍັງໄດ້ໄປທັດສະນະສຶກສາ, ຮ່ຳຮຽນປະກອບຄວາມຮູ້ທີ່ຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ, ຫໍພິພິທະພັນໂຮ່ຈິມິງ,… ແລະບາງປູຊະນິຍະສະຖານປະຫວັດສາດ, ທັດສະນີຍະພາບທີ່ສວຍງາມ. ຊຸດຝຶກອົບຮົມໄດ້ສຳເລັດຖຶກຕ້ອງຕາມເນື້ອໃນ, ລາຍການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພໃນທຸກດ້ານ.
(ຫັດທະບູນ)