ຍສໝ - ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ໃນປີ 2020, ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການພົວພັນຮ່ວມມືຫວຽດນາມ-ກໍາປູເຈຍ ໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ.
ຍສໝ - ໃນວັນທີ 22 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump.
ຍສໝ - ທ່ານ Nicolas Warnery ເອກອັກຄະລັດຖະທູດຝະລັ່ງ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ສະຖານທູດຝະລັ່ງ ປະຈໍາ ຫວຽດນາມ ຈະສືບຕໍ່ສະໜັບສະໜູນສະມາຄົມກໍ່ສ້າງ ແລະຜັນຂະຫຍາຍບັນດາການເຄື່ອນໄຫວຫຼາຍກວ່າອີກ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຍສໝ - ທ່ານ ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆສືບຕໍ່ສົມທົບກັນກັບບັນດາຄູ່ຮ່ວມມືຂອງ ອາເມລິກາ ຢ່າງແໜ້ນແຟ້ນເພື່ອຮັກສາທ່າພັດທະນາຢ່າງແຮງ ຂອງການຮ່ວມມືສອງຝ່າຍ ຢ່າງເຂັ້ມແຂງໃນໄລຍະຈະມາເຖິງ, ນຳຜົນປະໂຫຍດແທ້ຈິງມາໃຫ້ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນກວາງວີງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີນະຄອນໂຮ່ຈິມິນໄດ້ເນັ້ນໜັກ ວ່າ, 70 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບແບບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ຮຸງກາຣີໄດ້ຮັບການພັດທະນານັບມື້ນັບດີງາມໃນທຸກຂົງເຂດ. ພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກສູງການພົວພັນສອງຝ່າຍຂຶ້ນລະດັບຄູ່ຮ່ວມມືຮອບດ້ານໃນປີ 2018.
ຍສໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດນາມເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນທີສອງ ແລະ ນັກລົງທຶນໃຫຍ່ທີ່ສຸດຂອງ ກູບາ ຢູ່ພາກພື້ນອາຊີ - ໂອເຊຍເນຍ.
ວັນທີ 9 ທັນວາ 2020, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ມົງໂກນ Munkhjin Batsumber ໄດ້ເປັນປະທານຮ່ວມວາລະປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດສອງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 9 ດ້ວຍຮູບການທາງອອນລາຍ.
ຍສໝ - ໃນລະຫວ່າງວັນທີ 7 – 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ສົມທົບກັບກອງທຶນເງິນຕາສາກົນ (IMF) ແລະ ບັນດານັກຊ່ຽວຊານສາກົນເພື່ອຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເພີ່ມທະວີການພົວພັນກັບນັກລົງທຶນ”.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັງ ໃຫ້ຮູ້ວ່າ ການພົວພັນດ້ານການຄ້າຫວຽດນາມ - ອົດສະຕາລີ ຈະສືບຕໍ່ຂະຫຍາຍຕົວໃນປີ 2020, ໃນນັ້ນມີການປະກອບສ່ວນສຳຄັນ ຂອງບັນດາວິສາຫະກິດຫວຽດນາມຢູ່ອົດສະຕາລີ.
ຍສໝ - ໃນຕອນບ່າຍຂອງວັນທີ 6 ທັນວາ 2020 ຢູ່ ຫໍສະພາແຫ່ງຊາດ ສສ.ຫວຽດນາມ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ .
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດໄທ ປະຈຳຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ (5 ທັນວາ 1927 - 5 ທັນວາ 2020) ແລະ ອາໄລຫາວັນເກີດຂອງເຈົ້າຊີວິດຣາຊະອານາຈັກໄທ, ທ່ານ Bhumibol Adulyadej.
ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).
ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.
ຍສໝ - ຫວຽດນາມ ໄດ້ປາດຖະໜາຢາກນຳການພົວພັນຖານ ບ້ານໃກ້ເຮືອນຄຽງຢ່າງມິດຕະພາບແບບດັ້ງເດີມທີ່ດີ, ການຮ່ວມມືແບບຍືນຍົງ ແລະ ໝັ້ນຄົງກັບປະເທດກຳປູເຈຍ ໃຫ້ນັບມື້ນັບແທດກັບຕົວຈິງ ແລະ ມີປະສິດທິຜົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ຍສໝ - ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນບົນຈິດໃຈສາມັກຄີ, ມິດຕະພາບ, ພ້ອມກັນແລກປ່ຽນເພື່ອເປັນ ເສນາທິການ, ສະເໜີກັບສອງກະຊວງປ້ອງກັນປະເທດ ເພີ່ມຄວາມສາມາດຮັບປະກັນວຽກງານດ້ານການເງິນໃຫ້ແກ່ການປະຕິບັດບັນດາໜ້າທີ່...
ຍສໝ - ຕອນຄ່ຳວັນທີ 17 ພະຈິກ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ພິທີສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ບຸນກາຣີ (1950-2020) ໄດ້ຈັດຕັ້ງໂດຍສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ແລະ ສະຖານທູດບຸນກາຣີ ປະຈຳຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ທີ່ຕ້ອງເອົາໃຈໃສ່ຊອກຫາແຫຼ່ງກຳລັງ ເພື່ອການພັດທະນາຂອງປະເທດ, ພິເສດແມ່ນແຫຼ່ງທຶນ ODA, FDI ແລະ ແຫຼ່ງກຳລັງອື່ນໆ.
ຍສໝ - ທີ່ກອງປະຊຸມເຈລະຈານະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີ ລະຫວ່າງ ສິງກະໂປ ແລະ ຫວຽດນາມ , ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.