ນັກຮຽນລາວ ພັກຢູ່ເຮືອນປະຊາຊົນແບບ homestay ຢູ່ ດ່າໜັງ: ໄດ້ຮັບຄວາມຮັກແພງຄືກັບລູກຄີງ

ນັກຮຽນລາວ ພັກຢູ່ເຮືອນປະຊາຊົນແບບ homestay ຢູ່ ດ່າໜັງ: ໄດ້ຮັບຄວາມຮັກແພງຄືກັບລູກຄີງ

ຍສໝ - ບໍ່ພຽງແຕ່ໄດ້ດຳລົງຊີວິດຢູ່ກັບຄອບຄົວພໍ່ແມ່ຄົນຫວຽດນາມ ເພື່ອຮຽນຮູ້ວັດທະນະທຳ ຮີດຄອງປະເພນີ ຫວຽດນາມເທົ່ານັ້ນ ແຕ່ ນັກຮຽນລາວ ຫຼາຍຄົນ ເຂົ້າຮ່ວມໃນໂຄງການ homestay ຢູ່ ດ່າໜັງ ຄັ້ງໃໝ່ນີ້ ຍັງໄດ້ຮ່ວມຢ່າງເລິກເຊິ່ງຂື້ນອີກ ໃນຂະບວນການ, ກິດຈະກຳສັງຄົມ ເປັນຕົ້ນແມ່ນ ໄດ້ໄປຢ້ຽມຢາມສູນປົກປ້ອງສັງຄົມ, ຜູ້ເຄາະຮ້າຍຈາກຝົນເຫຼືອງ.

ບຸນອອກພັນສາ ເອກກະລັກ ຮີດຄອງປະເພນີ ອັນເກົ່າແກ່ ແລະ ດີງາມ  ຂອງຄົນລາວ

ບຸນອອກພັນສາ ເອກກະລັກ ຮີດຄອງປະເພນີ ອັນເກົ່າແກ່ ແລະ ດີງາມ ຂອງຄົນລາວ

ຍສໝ - ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 24 ຕຸ​ລາ 2018, ທຸດ​ທະ​ສາ​ຊະ​ນິ​ກະ​ຊົນ​ ຄົນລາວທົ່ວປະເທດ ໄດ້​ເຂົ້າຮ່ວມການຕັກບາດ, ຖວາຍ​ສັງ​ຄະ​ທານໃຫ້ແກ່ພະສົງສົງສຳມະເນນ ແລະ ມີການຍາດນຳ້ ຢູ່ວັດ ໄກ້ບ້ານ, ອຸທິດບຸນກຸສົນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ ແລະ ເຮັດໃຫ້ຕົນເອງມີຄວາມສຸກກາຍ ສະບາຍໃຈ ໃນ​ໂອ​ກາດ​ບຸນ​ອອ​ກ​ພັນ​ສາ​ປະ​ວໍ​ລະ​ນາ ປະ​ຈຳ​ປີ 2018.

ມອບໃບຮັບຮອງ ກົງສຸນ ໃຫຍ່ໃຫ້ແກ່ກົງສຸນໃຫຍ່ຂອງລາວ ປະຈຳດ່າໜັງ

ມອບໃບຮັບຮອງ ກົງສຸນ ໃຫຍ່ໃຫ້ແກ່ກົງສຸນໃຫຍ່ຂອງລາວ ປະຈຳດ່າໜັງ

ຍສໝ - ວັນທີ 23 ຕຸລາ ຢູ່ ສຳນັກງານ ກະຊວງການຕ່າງປະເທດ, ຮອງລັດຖະມົນຕີ ຫງວ໋ຽນກ໋ວກ ຢຸ໋ງ ໄດ້ມອບໜັງສືຮັບຮອງ ກົງສຸນ ໃຫຍ່ໃຫ້ແກ່ທ່ານ ວຽງໄຊ ພົມມະຈັນ ເປັນກົງສຸນໃຫຍ່ຄົນໃໝ່ປະຈຳ ນະຄອນດ່າໜັງ.

ແມ່ຍິງລາວ ແບ່ງປັນສາຍເລືອດແຫ່ງຊີວິດ

ແມ່ຍິງລາວ ແບ່ງປັນສາຍເລືອດແຫ່ງຊີວິດ

ຍສໝ - ເມື່ອບໍ່ດົນມານີ້, ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ກັບຄົນລາວ ທີ່ມີຄຸນງາມຄວາມດີໃນການປົກປ້ອງ, ຊ່ວຍເຫຼືອທະຫານຫວຽດນາມ ໃນປາງສົງຄາມ, ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ລະດົມຂົນຂວາຍ ພະນັກງານດ ສະມາຊິກ ຂອງ ສະມາຄົມ ໄດ້ບໍລິຈາກ ເພື່ອສ້າງເຮືອນ ເອື້ອອາທອນ ໃຫ້ ແມ່ເຖົ້າ ກັນເຈຍ ( ບ້ານ ໂພນ, ເມືອງ ລະມານ, ແຂວງ ເຊກອງ). ສະມາຄົມ ໄດ້ມອບເງິນທີ່ໄດ້ມາຈາກການບໍລິຈາກ ຄັ້ງທີ 1 ຈຳນວນ 400 ລ້ານ ດົ່ງ ໂດຍຜ່ານ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ. ປີ 1970 ແມ່ເຖົ້າ ກັນເຈຍ ແມ່ນຜູ້ທີ່ໄດ້ມອບນຳ້ນົມອັນມີຄຸນຄ່າ ຂອງຕົນ ໃຫ້ ອ້າຍນ້ອງທະຫານ ຫວຽດ ກຳລັງຖືກບາດເຈັບຈາກສະໜາມຮົບ ຢູ່ລາວ.

ຮ່ວມມືປ້ອງກັນປະເທດ-ເສົາຫຼັກ ຂອງສາຍພົວພັນ ພິເສດ ຫວຽດ-ລາວ

ຮ່ວມມືປ້ອງກັນປະເທດ-ເສົາຫຼັກ ຂອງສາຍພົວພັນ ພິເສດ ຫວຽດ-ລາວ

ຍສໝ - ຫວຽດນາມ-ລາວ ແມ່ນສອງປະເທດບ້ານໄກ້ເຮືອນຄຽງກັນ ຕັ້ງຢູ່ແຫຼມອິນດູຈີນ, ຮ່ວມສາຍພູຫຼວງ ແລະ ສາຍແມ່ນຳ້ຂອງ. ປະຊາຊົນ ສອງປະເທດ ຫວຽດນາມ-ລາວ ມີສາຍພົວພັນມິດຕະພາບ ມູນເຊື້ອອັນຈົບງາມ, ຊື່ສັດ ຮັດແໜ້ນ ເຊິ່ງປະທານ ໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ ເປັນຄົນສາ້ງຮາກຖານ, ບັນດາການນຳຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ສະຫຼະເຮື່ອແຮງ ເສີມສ້າງ ແລະ ໄດ້ກາຍເປັນ ຊັບສິນອັນລຳ້ຄ່າຢ່າງຫາອັນປຽບບໍ່ໄດ້ຂອງສອງປະຊາຊົນບັນດາເຜົ່າ. ພ້ອມທັງສາຍພົວພັນອັນຊື່ກົງ, ສາຍພົວພັນຮ່ວມມືປ້ອງກັນປະເທດ ຂອງສອງປະເທດ ໃນອາດີດທີ່ຜ່ານມາ ແລະ ສືບຕໍ່ມີບາດກ້າວພັດທະນາໃໝ່, ສືບຕໍ່ເປັນ “ ສາຍພົວພັນພິເສດ ຂອງພິເສດ”

ກໍ່ສ້າງຊາຍແດນ ຫວຽດ-ລາວ ເຕັມໄປດ້ວຍຄວາມຈິງໃຈທີ່ຫາໃສບໍ່ໄດ້ໃນໂລກນີ້

ກໍ່ສ້າງຊາຍແດນ ຫວຽດ-ລາວ ເຕັມໄປດ້ວຍຄວາມຈິງໃຈທີ່ຫາໃສບໍ່ໄດ້ໃນໂລກນີ້

ຍສໝ - ຫວຽດນາມ-ລາວ ສາຍພູຕິດຈອດກັນ, ຮ່ວມສາຍແມ່ນຳ້ອັນດຽວກັນ, ມູນເຊື້ອສາຍພົວພັນມິດຕະພາບ ພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ-ລາວ ໄດ້ຮັບການສ້າງຂື້ນ, ຮັກສາ ແລະ ພັດທະນາ ໃນຂະບວນການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຂອງປະຊາຊົນສອງຊາດ; ເຊິ່ງ ປະທານໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ສ້າງຮາກຖານ ແລະ ບັນດາການນຳລຸ້ນຫຼັງ ແລະ ປະຊາຊົນຂອງສອງປະເທດ ເພີ່ມພູນຄູນສ້າງ ກາຍເປັນສາຍພົວພັນອັນເປັນແບບຢ່າງ, ຊື່ສັດບໍລິສຸດຫາສິງໃດປຽບບໍ່ໄດ້. ເພື່ອຜັນຂະຫຍາຍມູນເຊື້ອດັ່ງກ່າວ ກຳລັງ ທະຫານຊາຍແດນ ໄດ້ມີການເຄື່ອນໄຫວ ທີ່ສຳຄັນ ໃນການກໍ່ສ້າງ ນຳ້ໃຈສາມັກຄີ, ຮັດແໜ້ນ ຢູ່ລຽບຕາມແນວຊາຍແດນ.

ເປີດໂຕ ກຸ່ມນັກຮຽນມິດຕະພາບ ຫວຽດ-ລາວ ຂອງມະຫາວິທະຍາໄລ ກົດໝາຍ ເຫວ້

ເປີດໂຕ ກຸ່ມນັກຮຽນມິດຕະພາບ ຫວຽດ-ລາວ ຂອງມະຫາວິທະຍາໄລ ກົດໝາຍ ເຫວ້

ຍສໝ - ໃນຊ່ວງມໍ່ໆມານີ້ ຢຸ່ ມະຫາວິທະຍາໄລ ກົດໝາຍ ຂື້ນມະຫາວິທະຍາໄລ ເຫວ້ ແລະ ໜ່ວຍງານປະສານງານ ນັກຮຽນຕ່າງປະເທດ ໄດ້ຮ່ວມກັບ ຄະນະຊາວໜຸ່ມ ສະມາຄົມນັກຮຽນ ຈັດ ພິທີ ຖະແຫຼງກ່ຽວກັບຂໍ້ຕົກລົງ ສ້າງຕັ້ງກຸ່ມ (ສະໂມສອນ) ມິດຕະພາບ ນັກຮຽນຫວຽດ-ລາວ ແລະ ເປີດການແຂ່ງຂັນ ແຕ່ງອາຫານ ແລກປ່ຽນ ລະຫວ່າງ ນັກຮຽນຂອງສອງຊາດ.

ສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕ້ັງ ແລະ 69ປີ ວັນມູນເຊື້ອທະຫານອາສາສະໝັກ ຫວຽດ-ລາວ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕ້ັງ ແລະ 69ປີ ວັນມູນເຊື້ອທະຫານອາສາສະໝັກ ຫວຽດ-ລາວ

ຍສໝ - ຕອນເຊົ້າວັນທີ 21 ຕຸລາ 2018 ຢູ່ ສຳນັກງານ ຄະນະກຳມະການປະຊາຊົນ ຕາແສງ ຫຽບທົ້ນ ເມືອງ ຟຸກເທາະ ນະຄອນຫຼວງ ຮ່າໂນ້ຍ. ຄະນະກຳມະການ ສື່ສານ ສະມາຄົມເພື່ອນຮ່ວມຕໍ່ສູ້ ທະຫານອາສາສະໝັກ ຫວຽດນາມ-ລາວ ເຂດໃຕ້ຂອງ ຮ່າໂນ້ຍ ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕ້ັງ ແລະ 69ປີ ວັນມູນເຊື້ອທະຫານອາສາສະໝັກ ຫວຽດ-ລາວ (30/10/1949-30/10/2018)

ຊຸກຍູ້ການຮ່ວມມືດ້ານພາສີຫວຽດນາມ-ລາວ

ຊຸກຍູ້ການຮ່ວມມືດ້ານພາສີຫວຽດນາມ-ລາວ

ໃນລະຫວ່າງວັນທີ 18-19 ຕຸລາ, ຄະນະຜູ້ແທນຂັ້ນສູງຂອງພາສີຫວຽດນາມ ໂດຍທ່ານ ຫງວຽນກົງບິ່ງ ຮອງຫົວໜ້າກົມໃຫຍ່ພາສີຫວຽດນາມ ນໍາໜ້າໄປຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມກອງປະຊຸມກັບພາສີລາວ ຢູ່ນະຄອນຫຼວງພະບາງ (ລາວ), ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ.

ເປີດສູນການຮຽນຮູ້ ວິທະຍາສາດ-ເຕັກໂນໂລຊີ ແຫ່ງທຳອິດ ໃນລາວ

ເປີດສູນການຮຽນຮູ້ ວິທະຍາສາດ-ເຕັກໂນໂລຊີ ແຫ່ງທຳອິດ ໃນລາວ

​ໃນ​ວັນ​ທີ 19 ຕຸລາ 2018 ທີ່​ໂຮງ​ແຮມ​ລາວ​ພລາຊາ ນະຄອນຫລວງ​ວຽງ​ຈັນ, ​ໄດ້​ມີ​ພິທີເປີດສູນການຮຽນຮູ້ ວີ​ເອັຟ (VF) ຈໍາກັດຜູ້ດຽວ ບ້ານ​ໜອງດ້ວງທົ່ງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນ ຫລວງ​ວຽງຈັນ ​​ເຊິ່ງເປັນສູນທໍາອິດໃນ ສປປ ລາວ ເພື່ອພັດທະນາ ທັກສະ ແລະ ຮຽນຮູ້ວິຊາວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ ແລະ ຄະນິດສາດ(STEM) ດ້ວຍວິທີການສອນທີ່ທັນສະໄໝ ແລະ ກຽມຄວາມພ້ອມໃຫ້ເດັກ​ນ້ອຍ​ລາວ ​ໄດ້ຄົ້ນພົບວິຊາຊີບ ທີ່ຕົນເອງ ມັກໃນອານາຄົດ.

ສປປ ລາວ ປະດັບຫຼຽນໄຊ ຊັ້ນ 3 ແກ່ໂຮງຮຽນ ເລຢ້ວນ ຮ່າໂນ້ຍ

ສປປ ລາວ ປະດັບຫຼຽນໄຊ ຊັ້ນ 3 ແກ່ໂຮງຮຽນ ເລຢ້ວນ ຮ່າໂນ້ຍ

ຍສໝ - ສອງວັນທີ່ຜ່ານມາ ຢູ່ຫໍປະຊຸມ ຊາວໜຸ່ມນະຄອນຫຼວງຮ່າໂນ້ຍ, ຄະນະຊາວໜຸ່ມ-ກອງເຍົາວະຊົນ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີ ແລກປ່ຽນວັນນະຄະດີ “ ນຳ້ໃຈມິດຕະພາບ ຫວຽດ-ລາວ” ; ໂຮງຮຽນ ເລຢ້ວນ ໄດ້ຮັບການປະດັບຫຼຽນໄຊ ຊັ້ນ 3 ຈາກ ສປປ ລາວ. ນະຄອນຫຼວງຮ່າໂນ້ຍໄດ້ສົ່ງພວງດອກໄມ້ ຍິນດີ ກັບໂຮງຮຽນ ເລຢ້ວນ.

ກອງບັນຊາການທະຫານແຂວງຫົວພັນ-ເຊີນລາ ແລກປ່ຽນວຽກງານຮອບດ້ານປະຈຳປີ 2018

ກອງບັນຊາການທະຫານແຂວງຫົວພັນ-ເຊີນລາ ແລກປ່ຽນວຽກງານຮອບດ້ານປະຈຳປີ 2018

ຕົ້ນອາທິດທີ່ຜ່ານມາ ກອງບັນຊາການທະຫານແຂວງຫົວພັນແຫ່ງ ສປປ.ລາວ ແລະກອງບັນຊາການທະຫານແຂວງ ເຊິນລາ ແຫ່ງ ສສ.ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານຮອບດ້ານປະຈຳປີ 2018 ຮ່ວມກັນຢູ່ກອງບັນຊາການທະຫານແຂວງຫົວພັນ

ກອງປະຊຸມປືກສາຫາລື ສົມທົບຄຸ້ມຄອງ ປ້ອງກັນຊາຍແດນ ສອງປະເທດ ຫວຽດນາມ-ລາວ

ກອງປະຊຸມປືກສາຫາລື ສົມທົບຄຸ້ມຄອງ ປ້ອງກັນຊາຍແດນ ສອງປະເທດ ຫວຽດນາມ-ລາວ

ວັນທີ 16 ຕຸລາ ຢູ່ນະຄອນວິງ, ແຂວງເຫງະອານ ກອງບັນຊາການທະຫານຊາຍແດນ ກອງຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຈັດຕັ້ງກອງປະຊຸມສົມທົບຄຸ້ມຄອງ ປ້ອງກັນຊາຍແດນ ລະຫວ່າງສອງປະເທດ.

ຮູ້ພາສາລາວ ເພື່ອສໍາເລັດໜ້າທີ່ເປັນຢ່າງດີ

ຮູ້ພາສາລາວ ເພື່ອສໍາເລັດໜ້າທີ່ເປັນຢ່າງດີ

ແຂວງເງະອານ ແມ່ນແຂວງທີ່ມີເສັ້ນຊາຍແດນຍາວ 468,281 ກິໂລແມັດ, ຕິດກັບແຂວງຫົວພັນ, ແຂວງຊຽງຂວາງ ແລະແຂວງບໍລິຄໍາໄຊ (ລາວ). ເພື່ອສະດວກໃນການປະຕິບັດວຽກງານ ແລະພົວພັນແລກປ່ຽນ, ກໍ່ຄືການສົມທົບກັນປະຕິບັດໜ້າທີ່ລະຫວ່າງບັນດາກໍາລັງທີ່ກ່ຽວຂ້ອງສອງຟາກຊາຍແດນຫວຽດນາມ-ລາວ, ຄະນະກໍາມະການປະຊາຊົນແຂວງເງະອານ ໄດ້ເປີດຊຸດສອນພາສາລາວໃຫ້ພະນັກງານບັນດາພະແນກ, ຄະນະ, ຂະແໜງການ ແລະບັນດາກົມກອງໃນບໍລິເວນນະຄອນວີງ.

ກອງປະຊຸມສຳມະນາ ຮ່ວມມື ຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່

ກອງປະຊຸມສຳມະນາ ຮ່ວມມື ຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່

ຍສໝ - ວັນທີ 15 ຕຸລາ ຢູ່ນະຄອນ ກວ້າງນິງ, ສະຖາບັນຄົ້ນຄວ້າວິທະຍາສາດ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມ ສຳມະນາ ປະຈຳປີ ຄັ້ງທີ 7ໃນຫົວຂໍ້ 7 “ການຮ່ວມມື ຫວຽດນາມ-ລາວ-ກຳປູເຈຍ ໃນສະພາບການໃໝ່”.

ສປປ ລາວ ກຳລັງດຳເນີນ ຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ສປປ ລາວ ກຳລັງດຳເນີນ ຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ຍສໝ - ພິທີເປີດງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີ ສປປ ລາວ ຈັດຂຶ້ນວັນທີ 12 ຕຸລາ 2018 ທີ່ສູນການຄ້າລາວ-ໄອເຕັກ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນ, ທ່ານສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການ​ຈັດ​ຕັ້ງ​ສາກົນ ປະຈຳ​ລາວ ແລະ ຂະແໜງການກ່ຽວຂ້ອງ.

ເປີດກອງປະຊຸມ ລັດຖະມົນຕີ ກະຊວງຍຸດຕິທຳ ອາຊຽນ ຄັ້ງທີ 10 ຢູ່ ສປປ ລາວ

ເປີດກອງປະຊຸມ ລັດຖະມົນຕີ ກະຊວງຍຸດຕິທຳ ອາຊຽນ ຄັ້ງທີ 10 ຢູ່ ສປປ ລາວ

ຍສໝ - ຕອນເຊົ້າຂອງວັນທີ 12 ຕຸລາ, ກອງປະຊຸມຄັ້ງທີ 10 ລັດຖະມົນຕີ ຍຸດຕິທຳ ບັນດາປະເທດ ອາຊຽນ (ALAWMM 10) ໄດ້ເປີດຂື້ນຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.

ກອງປະຊຸມພົບປະ  ປະຈຳປີ ກ່ຽວກັບວຽກງານການຊອກຫາອັດຖິຂອງທະຫານອາສາສະໝັກ ທີ່ເສຍສະຫຼະໃນປາງສົງຄາມ ຢູ່ ລາວ

ກອງປະຊຸມພົບປະ ປະຈຳປີ ກ່ຽວກັບວຽກງານການຊອກຫາອັດຖິຂອງທະຫານອາສາສະໝັກ ທີ່ເສຍສະຫຼະໃນປາງສົງຄາມ ຢູ່ ລາວ

ຍສໝ - ຄະນະຊີ້ນຳ ກອງບັນຊາການທະຫານ 515 ແຂວງ ເທື່ອທຽນເຫວ້ ໄດ້ມີການພົບປະປືກສາຫາລືກັບ ຄະນະປະຕິບັດການພິເສດ ສອງແຂວງ ສາລະວັນ ແລະ ເຊກອງ ສປປ ລາວ ກ່ຽວກັບວຽກງານຊອກຫາ ແລະ ຂຸດຄົ້ນ ອັດຖິທະຫານ ໃນບັ້ນຮົບ ລະດູໜາວ 2018.

ເປີດຕົວ ສະມາຄົມ ມິດຕະພາບຫວຽດນາມ-ລາວ  ຂອງກະຊວງຕຳຫຼວດ ຫວຽດນາມ

ເປີດຕົວ ສະມາຄົມ ມິດຕະພາບຫວຽດນາມ-ລາວ ຂອງກະຊວງຕຳຫຼວດ ຫວຽດນາມ

ຍສໝ - ຕອນບ່າຍຂອງວັນທີ 10 ຕຸລາ 2018 ສະມາຄົມມິດຕະພາບ ຫວຽດນາມ-ລາວ ສູນກາງ ( ສະຫະພັນອົງການມິດຕະພາບ ຫວຽດນາມ) ປະສານສົມທົບກັບ ກະຊວງຕຳຫຼວດ ຈັດພິທີເປີດຕົວ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງກະຊວງຕຳຫຼວດຫວຽດນາມ.

ແຂວງເງະອານ ຈັດຕັ້ງພິທີອັດຊຸດຮຽນພາສາລາວ ໃຫ້ແກ່ພະນັກງານ, ບຸກຄະລາກອນ ຂອງບັນດາ ພະແນກ, ຂະແໜງການ ແລະ ຫ້ອງການຕ່າງໆ

ແຂວງເງະອານ ຈັດຕັ້ງພິທີອັດຊຸດຮຽນພາສາລາວ ໃຫ້ແກ່ພະນັກງານ, ບຸກຄະລາກອນ ຂອງບັນດາ ພະແນກ, ຂະແໜງການ ແລະ ຫ້ອງການຕ່າງໆ

ຍສໝ - ວັນທີ 9 ຕຸລາ, ຄະນະກຳມະການປະຊາຊົນ ແຂວງເງະອານ ໄດ້ຈັດຕັ້ງພິທີປິດຊຸດອົບຮົມພາສາລາວໃຫ້ແກ່ພະນັກງານ, ບຸກຄະລາກອນ ຂອງບັນດາ ພະແນກ, ຂະແໜງການ ແລະ ຫ້ອງການ ທ້ອງຖິ່ນຕ່າງໆ ປີ 2018.