ນ້ອງນັກຮຽນລາວ ເຂົ້າຮ່ວມໂຄງການ homestay ລາວ ຢູ່ ນະຄອນດ່າໜັງ.
ຮັກແພງປຽບເໝືອນລູກຄີງ
ມີລູກສາວໃຫຍ່ແລ້ວ ແຕ່ປະຈຸບັນໄປເຮັດວຽກຢູ່ໄກບ້ານ, ທັງເປັນອາຈາສອນ ຂອງພະແນກ ພາສາສາດ, ມະຫາວິທະຍາໄລ ສ້າງຄູ ດ່າໜັງ, ນາງ ຕ໋ະ ຖິຕວ່ານ ( ໜ່ວຍ 24 ຖະໜົນເຈີນເຕິມ, ຕາແສງ ຮວ່າແຂັງນາມ) ໄດ້ຮັບເອົາສອງສາວລາວ ຄື: ນາງ ພຸດທະພອນ ໄຊໂກສີແລະ ນາງ ໂອລະນີ ໂຄດຕະວົງ ພະແນກ ອະນຸບານສຶກສາ, ໂຮງຮຽນ ສ້າງຄູ, ມະຫາວິທະຍາໄລ ດ່າໜັງ ມາຢູ່ນຳ ຕາມໂຄງການ homestay ຂອງນະຄອນ. ສຽງທຳນອງເອີ້ນ “ແມ່,ລູກ” ຍັງມີຄວາມອາຍໆເລັກໜ້ອຍ, ແປງຫ້ອງໃໝ່, ທາສີເຮືອນໃຫ້ສະອາດງາມຕາ.
ນາງ ໂອລະນີ ໂຄດຕະວົງ ໄດ້ເລົ່າວ່າ: “ ່ຂ້ອຍເຂົ້າໃຈພຽງແຕ່ພາສາທ້ອງຖິ່ນ, ນັກຮຽນຕ່າງປະເທດ ຄືຂ້ອຍ ກຳລັງຮັບເອົາຄຳສອນໃນຫ້ອງຮຽນ, ຄວາມຮູ້ວິຊາສະເພາະໄດ້ດີ, ພ້ອມກັນນັ້ນ, homestay ກໍ່ຍັງເຮັດໃຫ້ພວກຂ້າເຈົ້າສ້າງຄວາມລື້ງເຄີຍກັບຮີດຄອງປະເພນີ ຊາວຫວຽດນາມ, ເຂົ້າກັນໄດ້ດີກັບການລົງສະຕາ ແລະ ເຮັດວຽກໃນຕໍ່ໜ້າ” . “ ສອງເດືອນທີ່ອາໄສຢູ່ ກັບ ແມ່ ຕວ່ານ, ພາສາຫວຽດຂອງລາວ ແຂງຂື້ນຫຼາຍ. ຂ້ອຍແລ້ວ ແລະ ໂອລະນີ ສັນຍານຳກັນວ່າຈະບໍ່ເວົ້າພາສາລາວ ຕະຫຼອດໄລຍະເວລາທີ່ ຢູ່ homestay, ໃຜຜິດກົດຈະຖືກປັບ ເພື່ອຊຸກຍູ້ການເວົ້າພາສາຫວຽດ, ໃຫ້ແມ່ຕວ່ານ ສອນເພີ່ມໃນເວລາທີ່ຢູ່ຮ່ວມກັນ, ເວົ້າຈານຳກັນໃນເຮືອນ ດັ່ງນັ້ນ ພາຍໃນເວລາ 2 ເດືອນ ພາສາຫວຽດຂອງຂ້ອຍ ຄືກັບວ່າຮຽນມາໄດ້ 3 ປີ ແລ້ວ” ນາງ ພຸດທະພອນ ໄຊໂກສີເລົ່າ.
ມີພໍ່ຄົນຫວຽດ ເອົາໃຈ ຕອນແລງ ສອງພໍ່ລູກພາກັນຕີປິງປ່ອງ, ຄຳ່ມາຕຸ້ມລຸມກັນເບິ່ງໂທລະພາບ, ຖາມຂ່າວຖາມຄາວຄອບຄົວຢູ່ລາວເປັນແນວໃດ, ຜູ່ເປັນແມ່ເອົາໃຈໃສ່ເຮັດອາຫານພິເສດເອກກະລັກຂອງທ້ອງຖິ່ນ, ນ້ອງສາວນ້ອຍຫາກໍ່ໄດ້ 6 ປີ ແອ່ວຕະຫຼອດເວລາ, ໃຫ້ສອນພາສາຫວຽດໃຫ້. ສຳລັບ ວໍລະສານ ນີ້ແມ່ນປະສົບການອັນງົດງາມ ກັບຄອບຄົວຄົນຫວຽດນາມ. ວໍລະສານ ໄດ້ເລົ່າສູ່ຝັງວ່າ: ນີ້ແມ່ນຄັ້ງທຳອິດຂ້ອຍພັກຢູ່ກັບຄອບຄົວຄົນຫວຽດ, ສະມາຊິກພາຍໃນຄອບຄົວມີຄວາມເປີດເຜີຍ ແລະ ຈິງໃຈກັບຂ້ອຍ. ຕະຫຼອດເວລາທີ່ຢູ່ກັບ “ພໍ່ແມ່” ແລະ ຄອບຄົວ ເຮັດໃຫ້ຂ້ອຍຮູ້ສຶກສຶກຜ່ອນຄາຍ ແລະ ອົບອຸ່ນ. ນີ້ແມ່ນປະສົບການທີ່ໜ້າຈົດຈຳແທ້ໆ ໃນຊ່ວງເວລາທີ່ຮຳ່ຮຽນຢູ່ ນະຄອນດ່າໜັງ ທີ່ສວຍງາມນີ້.
ນ້ອງນັກຮຽນລາວ ເຂົ້າຮ່ວມໂຄງການ homestay ລາວ ຢູ່ ນະຄອນດ່າໜັງ.
ເຂົ້າຮ່ວມໃນການເຄື່ອນໄຫວສັງຄົມ
ສະຫະພັນອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດ-ລາວ ໄດ້ປະສານສົມທົບກັບ ມະຫາວິທະຍາໄລ ສ້າງຄູ ດ່າໜັງ ແລະ ຕາແສງ ຮ່ວາແຂັງນາມ ຜັນຂະຫຍາຍ ໂຄງການ homestay ສຳລັບ ນັກຮຽນລາວທີ່ກຳລັງ ສຶກສາຮຳ່ຮຽນ ຢູ່ ມະຫາວິທະຍາໄລ ດ່າໜັງ ແຕ່ປີ 2011-2012. ນອກຈາກການຂື້ນຫ້ອງຮຽນຕາມຕາຕະລາງຮຽນ ຂອງ ໂຮງຮຽນແລ້ວ, ນັກຮຽນ ພັກຢູ່ເຮືອນ ແລະ ຮ່ວມຊີວິດ ກັບຄອບຄົວ ປະຊາຊົນ, ຮຽນຮູ້ຮີດຄອງປະເພນີຂອງຫວຽດນາມ, ຝຶກຝົນຫໍູ່່ຫຼອມ ຄວາມສາມາດໃນການສື່ສານດ້ວຍພາສາຫວຽດ.
ຊາຍໜຸ່ມລາວ ທີ່ຮຽນຢູ່ ດ່າໜັງ ແລະ ເຂົ້າຮ່ວມ ໂຄງການ homestay ລາວ.
ບໍ່ພຽງແຕ່ມີໜ້າທີ່ເປັນອ້າຍໃນຄອບຄົວໃໝ່ຢ່າງດຽວເທົ່ານັ້ນ, ລູກຊາຍຍັງໄດ້ຮັບການເອົາໃຈດ້ວຍຄາບອາຫານ ໝ້ຽງພັນຊີ້ນໝູ, ແກງປາສົ້ມ... ຂອງພາກກາງ, ນັກຮຽນລາວຫຼາຍຄົນ ຢູ່ດ່າໜັງ ເມືອງເຂົ້າຮ່ວມໂຄງການ homestay ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ສະເພາະແມ່ນ ເລື່ອງພາສາ ເພື່ອເຂົ້າຮ່ວມໃນການເຄື່ອນໄຫວກໍ່ຄືກິດຈະກຳ ສັງຄົມ. ຄະນະຈັດຕັ້ງໂຄງການໄດ້ຈັດ ໃຫ້ນ້ອງໆເຂົ້າຮ່ວມວຽກງານສັງຄົມ ຢູ່ ສູນປົກປ້ອງສັງຄົມ, ໂຮງຮຽນມັນທະຍົມພອນສະຫວັນ ຫງວ໋ຽນດິ່ງຈ້ຽວ, ສາຂາ 1 - ສະມາຄົມຜູ້ເຄາະຮ້າຍຈາກຝົນເຫຼືອງ. ພວກນ້ອງໆໄດ້ເຂົ້າຮ່ວມບັນດາກິດຈະກຳຮຳ່ຮຽນ, ຟື້ນຟູ, ມອບຂອງຂວັນໃຫ້ເດັກນ້ອຍເສຍອົງຄະ; ເບິ່ງແຍງຄົນຊະລາ ຂາດຍາດຕິພີ່ນ້ອງ ຈາກນັ້ນ ເຂົ້າໃຈ ແລະ ແບ່ງປັນຄວາມໂສກເສົ້ານັ້ນ.
ພະນຸດາ ສີບຸນຍາ ໄດ້ໃຫ້ຮູ້ວ່າ: ພວກນ້ອງກໍ່ໄດ້ໄປຢ້ຽມຊົມ ບັນດາສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ຂອງ ດ່າໜັງ ເປັນຕົ້ນແມ່ນ: ຫງູ໋ແຫັ່ງເຊີນ, ເຊີນຈ່າ, ບ່ານ່າ. ພິເສດ ນ້ອງມີຊ່ວງເວລາທີ່ມ່ວນສະໜຸກສະໜານຮ່ວມກັບໝູ່ເພື່ອນ ແລະ ອ້າຍເອື້ອຍນ້ອງ ເມື່ອເຂົ້າຮ່ວມວຽກງານສັງຄົມ ຢູ່ນະຄອນດ່າໜັງ ໃນຂອບເຂດໂຄງການ homestay ລາວ. ໝູ່ເພື່ອນຂອງນ້ອງກໍ່ໄດ້ແບ່ງປັນລະເລົ່າຄວາມຮູ້ສຶກແບບດຽວກັນກັບນ້ອງຕອນທີ່ພົບກັນ, ຄວາມຮູ້ສຶກພາຍຫຼັງເຂົ້າຮ່ວມກິດຈະກຳທີ່ມີຄວາມໝາຍ. ພວກນ້ອງໄດ້ໄປຢ້ຽມຄົນຊະລາ, ເດັກນ້ອຍທີ່ຂາດໂອກາດ ຢູ່ສູນປົກປ້ອງສັງຄົມນະຄອນດ່າໜັງ. ຢູ່ບ່ອນນີ້ ຜູ້ຂາດໂອກາດນັ້ນເຮັດໃຫ້ພວກນ້ອງຮູ້ວ່າພວກນ້ອງແມ່ນຜູ້ທີ່ໂຊກດີ ແລະ ຕ້ອງໄດ້ເຮັດດີ ມີປະໂຫຍດກວ່າເກົ່າ.
ທ່ານ ນາງ ເລ ຖິຍືຮົ່ງ, ຮອງປະທານສະຫະພັນ ອົງການມິດຕະພາບ ນະຄອນດ່າໜັງ, ຮູບແບບ ໂຄງການ ແມ່ນ ຂົວຕໍ່, ແລກປ່ຽນ, ຮຽນຮູ້ ເຊິ່ງກັນແລະກັນ ລະຫວ່າງ ນັກຮຽນລາວ ແລະ ປະຊາຊົນຄົນທ້ອງຖິ່ນ. ຈາກນັ້ນ ຊາວໜຸ່ມ ລາວ ມີເງື່ອນໄຂໃນການຮຽນພາສາຫວຽດ ດີຂື້ນ ແລະ ປະຊາຊົນ ນະຄອນດ່າໜັງ ກໍ່ມີໂອກາດ ຮຽນຮູ້ວັດທະນະທຳຂອງ ປະເທດລາວ ອ້າຍນ້ອງ.
ຄະນະຈັດຕັ້ງໂຄງການໄດ້ໃຫ້ຮູ້ວ່າ: ປະຈະບັນ ເພື່ອໃຫ້ໂຄງການ homestay ລາວ ສາມາດເຄື່ອນໄຫວໄດ້, ຄະນະຈັດຕັ້ງໂຄງການ ໄດ້ລະດົມ ບັນດານັກທຸລະກິດ ດ່າໜັງ ເປັນຄູ່ຮ່ວມມື ດ້ານເສດຖະກິດ ກັບ ລາວ ແລະ ສະມາຊິກ ສະມາຄົມມິດຕະພາບ ຫວຽດ-ລາວ ນະຄອນ ຊ່ວຍເຫຼືອຍູ້ໜູນ ຄ່າໃຊ້ຈ່າຍສ່ວນໜຶ່ງ. ພໍ່ແມ່ປະຊາຊົນ ອາສະໝັກໃຫ້ການຊ່ວຍເຫຼືອ ໃນຄ່າໃຊ້ຈ່າຍອື່ນຂອງນ້ອງນັກຮຽນ. ນີ້ແມ່ນຄັ້ງທຳອິດຂອງການຜັນຂະຫຍາຍໂຄງການ, ຄະນະຈັດຕັ້ງ ຊອກຫາທຸກແຫຼ່ງທືນເພື່ອ ໃຫ້ນ້ອງນັກຮຽນເຂົ້າຮ່ວມໂຄງການບໍ່ຕ້ອງເສຍຄ່າໃຊ້ຈ່າຍຫຍັງໝົດ, ແຕ່ຄັ້ງຕໍ່ໄປ ຜູ້ທີ່ເຂົ້າຮ່ວມໂຄງການຕ້ອງໄດ້ເສຍຄ່າໃຊ້ຈ່າຍຈຳນວນໜຶ່ງ.
(ຫັດທະບູນ)