ເປີດຕົວ ສະມາຄົມ ມິດຕະພາບຫວຽດນາມ-ລາວ ຂອງກະຊວງຕຳຫຼວດ ຫວຽດນາມ

10:02 | 11/10/2018

ຍສໝ - ຕອນບ່າຍຂອງວັນທີ 10 ຕຸລາ 2018 ສະມາຄົມມິດຕະພາບ ຫວຽດນາມ-ລາວ ສູນກາງ ( ສະຫະພັນອົງການມິດຕະພາບ ຫວຽດນາມ) ປະສານສົມທົບກັບ ກະຊວງຕຳຫຼວດ ຈັດພິທີເປີດຕົວ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງກະຊວງຕຳຫຼວດຫວຽດນາມ.

ເປີດຕົວ ສະມາຄົມ ມິດຕະພາບຫວຽດນາມ-ລາວ  ຂອງກະຊວງຕຳຫຼວດ ຫວຽດນາມ

ປະທານ ສະຫະພັນມິດຕະພາບ ສູນກາງ ມອບຂໍ້ຕົກລົງ ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງ ກະຊວງຕຳຫຼວດ ຫວຽດນາມ.

ທີ່ພິທີເປີດຕົວສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂອງ ກະຊວງຕຳຫຼວດ ທ່ານ ເຈີ່ນວັນ ຕຸ໋ຍ ໄດ້ເນັ້ນໜັກວ່າ: ໃນຫຼາຍໆປີທີ່ຜ່ານມາ ຄວາມຮັບຜິດຊອບ ແລະ ກໍ່ແມ່ນຄວາມສົມສົນໃຈອັນສຳຄັນ ຢູ່ຕະຫຼອດເວລາຂອງ ສະມາຄົມຫວຽດນາມ-ລາວ ທຸກຂັ້ນ ແຕ່ສູນກາງໄປຈົນຮອດ ບັນດາແຂວງຕ່າງໆ, ສະມາຄົມຂັ້ນແຂວງ ແລະ ບັນດາສະມາຄົມຂັ້ນຕ່າງໆ ທົ່ວປະເທດ ແມ່ນ ການເຄື່ອນໄຫວຈຸດປະກາຍ ໃຫ້ແກ່ ສາຍພົວພັນພິເສດ ຫວຽດນາມ-ລາວ. ນັບແຕ່ບັນດານັກຮົບຂັ້ນອະວຸໂສ, ບັນດານັກຮົບ, ທະຫານອາສາສະໝັກ, ຜູ້ຊ່ຽວຊານ ແລະ ປະຊາຊົນຫວຽດນາມ ຢູ່ ລາວ, ຖ່າຍທອດເຖິງລູກຫຼານຂອງພວກເຮົາ ເພື່ອໃຫ້ປະຊາຊົນທຸກຂັ້ນ ໂດຍສະເພາະແມ່ນ ຄົນລຸ້ນໃໝ່ ຮູ້ເຄົາລົບນັບຖື, ປົກປັກຮັກສາ ແລະ ພັດທະນາ ສາຍພົວພັນພິເສດ ຫວຽດ-ລາວ.

ເປີດຕົວ ສະມາຄົມ ມິດຕະພາບຫວຽດນາມ-ລາວ  ຂອງກະຊວງຕຳຫຼວດ ຫວຽດນາມ

ທ່ານ ເຈີ່ນວັນ ຕຸ໋ຍ ປະທານສະຫະພັນ ອົງການມິດຕະພາບຫວຽດນາມ ກ່າວຄຳປາໄສທີ່ພິທີ.

ປາໄສທີ່ພິທີເປີດໂຕຄັ້ງນີ້, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ໄດ້ໃຫ້ສຳພາດວ່າ: ນີ້ແມ່ນການເຄື່ອນໄຫວຕົວຈິງ ແນໃສ່ຜັນຂະຫຍາຍຜົນສຳເລັດ ຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ. ເນື້ອໃນຈິດໃຈສຳຄົນຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2017 ແມ່ນພວກເຮົາຕ້ອງເຮັດແນວໃດເພື່ອເຮັດໃຫ້ ຄົນລຸ້ນຫຼັງຂອງສອງປະເທດ ຮຽນຮູ້ໄດ້ຄວາມສຳຄັນ ກໍ່ຄືຕັ້ງໜ້າເສີມສ້າງສາຍພົວພັນມິດຕະພາບ ຂອງສອງປະເທດ.

ເປີດຕົວ ສະມາຄົມ ມິດຕະພາບຫວຽດນາມ-ລາວ  ຂອງກະຊວງຕຳຫຼວດ ຫວຽດນາມ

ບັນຍາກາດຂອງພິທີເປີດຕົວ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງກະຊວງຕຳຫຼວດ ຫວຽດນາມ.

ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ການສ້າງສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງ ກະຊວງຕຳຫຼວດ ດ້ວຍ ພະນັກງານຕຳຫຼວດທີ່ກຳລັງເຮັດວຽກ ແລະ ພະນັກງານທີ່ໄດ້ກະສຽນໄປແລ້ວນັ້ນ ມີຄວາມສົນໃຈ ຕໍ່ກັບການເຕົ້າໂຮມ ຄວາມສາມັກຄີ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ , ແລກປ່ຽນ ຂອງສອງປະເທດ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ.

ເປີດຕົວ ສະມາຄົມ ມິດຕະພາບຫວຽດນາມ-ລາວ  ຂອງກະຊວງຕຳຫຼວດ ຫວຽດນາມ

ສະມາຄົມມິດຕະພາບ ຫວຽດນາມ-ລາວ ໄດ້ມອບເງິນຈຳນວນ 400 ລ້ານດົ່ງ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ປະຊາຊົນລາວ.

ໃນໂອກາດນີ້ ຕ່າງໜ້າຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ທຸກຂັ້ນ , ສະມາຄົມມິດຕະພາບ ຫວຽດນາມ-ລາວ ໄດ້ມອບເງິນຈຳນວນ 400 ລ້ານດົ່ງ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ປະຊາຊົນລາວ ເພື່ອແກ້ໄຂຊີວິດການເປັນຢູ່ ໃນເຫດການ ເຂື່ອນແຕກ ຢູ່ ອັດຕະປືທີ່ຜ່ານມາ.

(ຫັດ​ທະ​ບູນ)

ເຫດການ