ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

ຍສໝ - ໃນຂອບເຂດ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ແຕ່ວັນທີ 12-17 ພະຈິກ 2018 , ຕອນບ່າຍຂອງວັນທີ 15 ພະຈິກ ຄະນະຜູ້ແທນ ກະຊວງແຜນການ ແລະ ການລົງທືນ ແຫ່ງ ສປປ ລາວ ໄດ້ມີການເຮັດວຽກກັບ ກຳມະການ ປະຊາຊົນແຂວງ ເຫງະອານ.

ເພີ່ມທະວີ ການຮ່ວມມືຮອບດ້ານ ລະຫວ່າງ ແຂວງ ກວ້າງບິ່ງ ແລະ ບັນດາແຂວງຂອງລາວຂື້ນຕື່ມອີກ

ເພີ່ມທະວີ ການຮ່ວມມືຮອບດ້ານ ລະຫວ່າງ ແຂວງ ກວ້າງບິ່ງ ແລະ ບັນດາແຂວງຂອງລາວຂື້ນຕື່ມອີກ

ຍສໝ - ວັນທີ 14 ພະຈິກ, ຄະນະປະຕິບັດງານຂອງ ກະຊວງ ແຜນການ ແລະ ການລົງທືນ ແຫ່ງ ສປປ ລາວ ໂດຍທ່ານ ສຸພັນ ແກ້ວມີໄຊ ກຳມະການສູນກາງພັກປະຊາຊົນປະຕິວັດລາວ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ປະທານ ກຳມະການ ການຮ່ວມມື ລາວ-ຫວຽດນາມ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງບິ່ງ. ຕ້ອນຮັບ ແລະ ເຮັດວຽກກັບຄະນະ ຝ່າຍການນຳແຂວງກວ້າງບິ່ງ ມີບັນດາສະຫາຍ: ສະຫາຍ ຮວ່າງ ດັງກວາງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ສະຫາຍ ຫງວ໋ຽນ ຊົນ ກວາງ ກຳມະການປະຈຳພັກແຂວງ ຮອງປະທານຜູ້ປະຈຳການ ກຳມະການປະຊາຊົນແຂວງ ຮັບຜິດຊອບຫ້ອງວ່າການປົກຄອງແຂວງ, ສະຫາຍ ເລ ມິງເງິນ ຮອງປະທານ ກຳມະການປະຊາຊົນແຂວງ ພ້ອມທັງບັນດາຕ່າງໜ້າ ການນຳຂອງ ບັນພະແນກການ, ຫ້ອງການ ແລະ ຂະແໜງການເຂົ້າຮ່ວມຢ່າງພ້ອມໜ້າ.

ລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະ, ຫຼຽນໄຊແຮງງານ ແລະ ໃບຍ້ອງຍໍ ໃຫ້ບຸກຄົນ ແລະ ໝູ່ຄະນະ ຢູ່ ແຂວງດົ່ງນາຍ

ລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະ, ຫຼຽນໄຊແຮງງານ ແລະ ໃບຍ້ອງຍໍ ໃຫ້ບຸກຄົນ ແລະ ໝູ່ຄະນະ ຢູ່ ແຂວງດົ່ງນາຍ

ຍສໝ - ຕອນບ່າຍຂອງວັນທີ 13 ພະຈິກ, ຢູ່ ສຳນັກງານລັດຖະບານແຂວງ ໄດ້ຈັດພິທີ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍ ຂອງ ສປປ ລາວ ໃຫ້ແກ່ ບຸກຄົນ ແລະ ໝູ່ຄະນະ ຂອງແຂວງດົ່ງນາຍ ທີ່ມີສ່ວນປະກອບໃນການສ້າງສາຍພົວພັນມິດຕະພາບອັນເກົ່າແກ່ ລາວ-ຫວຽດນາມ.

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ຍສໝ - ປະເທດ ລາວ ແມ່ນ ປະເທດໜຶ່ງ ທີ່ສາມາດດຶງດູດ ນັກທ່ອງທ່ຽວໄດ້ເປັນຈຳນວນຫຼວງຫຼາຍ, ຍ້ອນທິວທັດທຳມະຊາດ ທີ່ສວຍງາມ, ອາຫານການກິນ ທີ່ອຸດົມສົມບູນ. ອາຫານທີ່ມີເອກກະລັກຕໍ່ໄປນີ້ ແມ່ນ ປະສົບການຕົວຈິງຂອງນັກຊິມ ທີ່ບໍ່ຄວນພາດໂອກາດເມືອມາເຖິງລາວ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍ ກັບປະທານາທິບໍດີ ແຫ່ງ ສ.ເກົາຫລີ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍ ກັບປະທານາທິບໍດີ ແຫ່ງ ສ.ເກົາຫລີ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງອື່ນໆ ທີ່ ປະເທດສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ.

ນະຄອນດ່າໜັງ ຜັນຂະຫຍາຍ ຢ່າງມີປະສິດທິຜົນ ແຜນງານ-ໂຄງການຮ່ວມມື ກັບລາວ

ນະຄອນດ່າໜັງ ຜັນຂະຫຍາຍ ຢ່າງມີປະສິດທິຜົນ ແຜນງານ-ໂຄງການຮ່ວມມື ກັບລາວ

ຕອນບ່າຍຂອງວັນທີ 12 ພະຈິກ , ປະທານ ກຳມະການປະຊາຊົນ ນະຄອນດ່າໜັງ ຮວິ່ງ ດຶກເທີ ໄດ້ຈັດພິທີຕ້ອນຮັບ ແລະ ເຮັດວຽກ ກັບ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ ສປປ ລາວ ສຸພັນ ແກ້ວມີໄຊ ພ້ອມຄະນະປະຕິບັດງານ ກຳລັງຢ້ຽມຢາມ ນະຄອນດ່າໜັງ.

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ເຮັດວຽກຢູ່ ແຂວງກວາງຈິ

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ເຮັດວຽກຢູ່ ແຂວງກວາງຈິ

ຍສໝ - ວັນທີ 13 ພະຈິກ 2018, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ປະທານ ຄະນະກຳມະການ ຮ່ວມມື ລາວ - ຫວຽດນາມ ພ້ອມກັບຜູ້ແທນຈາກ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ມີການເຮັດວຽກ ຮ່ວມກັບ ຄະນະກຳມະການປົກຄອງ ແຂວງກ້ວາງຈິ ເພື່ອກຳໄດ້ສະພາບການ ແລະ ແລກປ່ຽນປະສົບການ ກ່ຽວກັບ ການພັດທະນາ ເສດຖະກິດ - ສັງຄົມ ທ້ອງຖິ່ນ. ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ ໂດຍມີ ທ່ານ ຫງວ໋ຽນ ດຶກຈິ້ງ ຮອງເລຂາ ພັກແຂວງ, ປະທານ ກຳມະການປະຊາຊົນແຂວງ ແລະ ທ່ານ ຫງວ໋ຽນເກິນຈິ້ງ ຮອງປະທານ ກຳມະການ ປະຊາຊົນ ແຂວງ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ທີ່ ສິງກະໂປ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ທີ່ ສິງກະໂປ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດສິງກະໂປ (ປະ ທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.

“ລຳວົງລາວ” ແລະ ສາຍພົວສຳພັນ ລາວ-ຫວຽດນາມ

“ລຳວົງລາວ” ແລະ ສາຍພົວສຳພັນ ລາວ-ຫວຽດນາມ

ຍສໝ - ປະເທດລາວ ມີຊາຍແດນຕິດຈອດກັບ 5 ປະເທດ, ແຕ່ມີຊາຍແດນຕິດຈອດກັບຫວຽດນາມ ຍາວທີ່ສຸດເຖິງ ( 2069 ກິໂລແມັດ), ຖ້າຈະວິເຄາະດ້ານພູມສັນຖານ: ລາວແມ່ນປະເທດບ້ານໄກ້ເຮືອນຄຽງ ໄກ້ສິດ, ສະໜິດສະໜົມສຸດຂອງຫວຽດນາມ. ນັ້ນກໍ່ແມ່ນໜຶ່ງໃນປັດໄຈ ດ້ານການເມືອງອັນສຳຄັນ ເຮັດໃຫ້ ຈັກກະພັດຝລັງ່ ເຮັ່ງຮ້ອນ ໃນການ ລວມດິນແດນ ລາວ-ກຳປູເຈຍ-ຫວຽດນາມ ເປັນ “ສະຫະພາບອິນດູຈີນ” ປີ 1893... ເລິກເຊິ່ງ, ເກົ່າແກ່ກວ່ານັ້ນ ແມ່ນຄວາມສຳພັນລະຫວ່າງ ສອງຊາດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍັງມີແນວທີຄ້າຍຄື, ຄວາມຜູກພັນນຳກັນ ຍ້ອນບັນດາສາຍພົວພັນຄວາມຮູ້ສຶກໃນວິຖີຊີວິດປະຈຳວັນ ແຕ່ມີຄວາມຍືນຍົງ, ໂລເມັນຕິດ, ເປັນປະຫວັດສາດ, ຍິ່ງໃຫຍ່ ປຽບດັ່ງ ສາຍແມ່ນຳ້ຂອງ ແລະ ສາຍພູຫຼວງ.

ບົດບັນທຶນຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສຳພັນລາວ-ຫວຽດນາມ

ບົດບັນທຶນຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສຳພັນລາວ-ຫວຽດນາມ

ໃນຕອນແລງຂອງວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີການເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ ສຳພັນ ລາວ-ຫວຽດນາມ ເພື່ອແນໃສ່ຮັດແໜ້ນມູນເຊື້ອຄວາມສາມັກຄີ, ສາຍພົວພັນມິດຕະພາບແບບພິເສດ ທີ່ມີມາແຕ່ດົນນານລະຫວ່າງ ພະສົງ, ຊາວພຸດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເພື່ອເປັນການຈັດຕັ້ງປະຕິບັດ ບົດບັນທຶນຊ່ວຍຈຳ ສະບັບວັນທີ 27ຕຸລາ 2005.

ສະມາຄົມນັກຂ່າວສປປລາວ-ຫວຽດນາມເພີ່ມທະວີຮ່ວມມືຢ່າງຮອບດ້ານ

ສະມາຄົມນັກຂ່າວສປປລາວ-ຫວຽດນາມເພີ່ມທະວີຮ່ວມມືຢ່າງຮອບດ້ານ

ວັນທີ 11 ເດືອນພະຈິກ, ເນື່ອງໃນໂອກາດສະມາຄົມນັກຂ່າວລາວຢ້ຽມຢາມຫວຽດນາມໃນວັນທີ 11-17 ພະຈິກນີ້, ຄະນະຜູ້ແທນສະມາຄົມນັກຂ່າວລາວ ປະກອບດ້ວຍສະມາຊິກ 7 ທ່ານ ນຳໂດຍ ທ່ານ ສະຫວັນຄອນ ຣາຊະມົນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງ ສປປ.ລາວ ໄດ້ພົບປະເຈລະຈາ ກັບ ສະມາຄົມນັກຂ່າວແຫ່ງຊາດຫວຽດນາມ ໂດຍແມ່ນທ່ານ ຖ້ວນຮີ ຜູ້ອຳນວຍການໃຫຍ່ ໜັງສືພິມປະຊາຊົນຫວຽດນາມ, ປະທານສະມາຄົມນັກຂ່າວແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ.

ປະທານປະເທດແຫ່ງ ສປປລາວ ຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາແຫ່ງ ສສຫວຽດນາມ

ປະທານປະເທດແຫ່ງ ສປປລາວ ຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາແຫ່ງ ສສຫວຽດນາມ

ຍສໝ - ວັນ​ທີ 12 ພະຈິກ 2018, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຄະນະຜູ້ແທນ ອົງການພຸດທະສາສະໜາ ສສ ຫວຽດນາມ ນຳໂດຍ ພະອາຈານ ທິກທຽນ ເຢີນ ປະທານສູນກາງອົງການພຸດ ແຫ່ງ ສສ ຫວຽດນາມ ​ໃນ​ໂອກາດ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ ອົງການ​ພຸດ​ສະ​ສາສະໜາ 3 ປະ​ເທດ ກຳປູ​ເຈຍ​-ລາ​ວ-ຫວຽດນາມ ຢູ່​ນະຄອນຫລວງ​ວຽງ​ຈັນ.

ກອງປະຊຸມ ຜູ້ນຳ ພຸດທະສາດສະໜາ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1

ກອງປະຊຸມ ຜູ້ນຳ ພຸດທະສາດສະໜາ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1

ຍສໝ - ໃນຕອນເຊົ້າຂອງວັນທີ 12 ພະຈິກ, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ດຳເນີນ ກອງປະຊຸມ ປະທານ ອົງການພຸດທະສາດສະໜາ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ 1 .

ພິທີມອບ-ຮັບອາຄານຫ້ອງປະຊຸມຂອງໂຮງຮຽນມິດຕະພາບລາວ-ຫວຽດນາມ ຄຳມ່ວນ-ກວາງບິ່ງ

ພິທີມອບ-ຮັບອາຄານຫ້ອງປະຊຸມຂອງໂຮງຮຽນມິດຕະພາບລາວ-ຫວຽດນາມ ຄຳມ່ວນ-ກວາງບິ່ງ

ຍສໝ - ແຂວງກວາງບິ່ງ,​ ສສ.ຫວຽດນາມ ໄດ້ມອບທຶນຊ່ວຍເຫຼືອລ້າ ໃນການສ້າງ ອາຄານໂຮງຮຽນ ເຊິ່ງເປັນອາຄານຊັ້ນດຽວ, ກໍ່ສ້າງແບບເປຣຕົ່ງເສີມເຫຼັກ, ມີຂະໜາດ 30 ຄູນ 11,40 ແມັດ ແລະ ມີການຕໍ່ອາຄານ 12 ແມັດກາເລ່, ໄດ້ແບ່ງເປັນຫ້ອງເຮັດວຽກຂອງຄູ 03 ຫ້ອງ, ຫ້ອງນໍ້າ 04​ຫ້ອງ, ມີໂຕະ, ຕັ່ງ, ຕູ້ໃສ່ເອກະສານຄົບຊຸດ, ພ້ອມທັງເຄື່ອງປັບອາກາດແອເຢັນ, ລະບົບໄຟຟ້າ-ນໍ້າປະປາ ແລະ ຕົ້ນໄມ້ປະດັບ ລວມມູນຄ່າທັງໝົດ 3 ຕື້ກວ່າດົ່ງ ຫຼື ເທົ່າກັບ 154,000 ໂດລາສະຫະລັດ ໃຫ້ແກ່ແຂວງ ຄຳມ່ວນ.

ລາວ-ກູບາ ເພີ່ມທະວີການພົວພັນຮ່ວມມື ສອງຝ່າຍ

ລາວ-ກູບາ ເພີ່ມທະວີການພົວພັນຮ່ວມມື ສອງຝ່າຍ

ຕອນເຊົ້າວັນທີ 11 ພະຈິກ 2018 ນີ້ ຢູ່ສຳນັກງານປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດພົບປະສອງຝ່າຍກັບ ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ເຊິ່ງສອງຝ່ຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບ ການຮ່ວມ ມືໃນໄລ ຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ.

ຄວາມຟົດຟື້ນ ຂອງ ການແຂ່ງຂັນ ກິລາ ມິດຕະພາບ ລາວ-ຫວຽດນາມ

ຄວາມຟົດຟື້ນ ຂອງ ການແຂ່ງຂັນ ກິລາ ມິດຕະພາບ ລາວ-ຫວຽດນາມ

ຍສໝ - ວັນທີ 11 ພະຈິກນີ້ , ຢຸ່ ໂຮງຮຽນ ເສດຖະກິດ-ການເງິນ ຊັ້ນສູງແຂວງຖ໋າຍຫງວຽນ (ນະຄອນ ຖ໋າຍຫງວຽນ), ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງ ໄດ້ປະສານສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໂຮງຮຽນ ເສດຖະກິດ-ການເງິນ ຊັ້ນສູງ ໄດ້ຈັດ ການແຂ່ງຂັນຊີງລາງວັນ ກິລາມິດຕະພາບ ຫວຽດນາມ-ລາວ ຄັ້ງທີ II, ປີ 2018.

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

ເປີດສະຫຼອງໂຮງຮຽນ ມັດທະຍົມຕອນປາຍ ສິທ່ານາໄຊ - ຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມອບໃຫ້ແຂວງ ບໍລິີຄໍາໄຊ, ລາວ

ພາຍຫຼັງດໍາເນີນການກໍ່ສ້າງຢ່າງຮີບດ່ວນມາເປັນເວລາ 01 ປີ, ໂຮງຮຽນມັດທະຍົມຕອນປາຍສິທ່ານາໄຊ, ຢູ່ແຂວງບໍລີຄໍາໄຊ, ລາວ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນໍາເຂົ້າເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 11 ພະຈິກເປັນຕົ້ນໄປ.

ຄະນະຜູ້ແທນພຸດທະສາສະໜາ ຫວຽດນາມ ແລະ ກຳປູເຈຍ ມາເຖິງລາວແລ້ວ

ຄະນະຜູ້ແທນພຸດທະສາສະໜາ ຫວຽດນາມ ແລະ ກຳປູເຈຍ ມາເຖິງລາວແລ້ວ

ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາ ຈາກ ສສ ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນແລ້ວ ໃນວັນທີ 10 ພະຈິກ 2018 ເພື່ອກຽມເຂົ້າຮ່ວມກອງປະຊຸມປະທານ ອົງການພຸດທະສາສະໜາ 3 ປະເທດ: ກໍາປູເຈຍ-ລາວ-ຫວຽດນາມ, ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງ ວຽງຈັນ.

ສະຖາບັນ ປ້ອງກັນຊາຍແດນ ປີດຊຸດຝຶກອົບຮົມ ບຳລຸງວິຊາສະເພາະ ດ້ານວຽກງານດ່ານຊາຍແດນ ລຸ້ນທຳອິດ ໃຫ້ແກ່ກອງທັບປະຊາຊົນລາວ

ສະຖາບັນ ປ້ອງກັນຊາຍແດນ ປີດຊຸດຝຶກອົບຮົມ ບຳລຸງວິຊາສະເພາະ ດ້ານວຽກງານດ່ານຊາຍແດນ ລຸ້ນທຳອິດ ໃຫ້ແກ່ກອງທັບປະຊາຊົນລາວ

ຍສໝ - ໃນເຊົ້າຂອງວັນທີ 9 ພະຈິກ, ທີ່ສະຖາບັນ ປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມບຳລຸງວຽກງານວິຊາສະເພາະດ້ານວຽກງານດ່ານຊາຍແດນ ໃຫ້ພະນັກງານ ຂອງ ກອງທັບປະຊາຊົນລາວ.

ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2

ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2

ຫວ່າງແລ້ວນີ້, ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2. ທ່ານພົນຈັດຕະວາ ຮວ່າງງັອກຢູງ, ຮອງຜູ້ບັນຊາການທະຫານເຂດ 2 ຕ້ອນຮັບຄະນະຢ່າງສະໜິດສະໜົມ.