ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

08:57 | 16/11/2018

ຍສໝ - ໃນຂອບເຂດ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ແຕ່ວັນທີ 12-17 ພະຈິກ 2018 , ຕອນບ່າຍຂອງວັນທີ 15 ພະຈິກ ຄະນະຜູ້ແທນ ກະຊວງແຜນການ ແລະ ການລົງທືນ ແຫ່ງ ສປປ ລາວ ໄດ້ມີການເຮັດວຽກກັບ ກຳມະການ ປະຊາຊົນແຂວງ ເຫງະອານ.

ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

ບັນຍາກາດກອງປະຊຸມ ຄະນະຜູ້ແທນ ກະຊວງແຜນການ ແລະ ການລົງທືນ ລາວ ແລະ ການນຳແຂວງເຫງະອານ. (ພາບ: ດ່າວຕ໋ວນ)

ລັດຖະມົນຕີ ສຸພັນ ແກ້ວມີໄຊ ເປັນຜູ້ນຳໜ້າພາຄະນະເຊິ່ງປະກອບມີ ຕ່າງໜ້າ ຂອງ ກຳມະການ ຮ່ວມມື ລາວ-ຫວຽດນາມ, ສົ່ງເສີມການລົງທືນ ກະຊວງ ແຜນການ ແລະ ການລົງທືນລາວ, ກົງສຸນໃຫຍ່ລາວ ປະຈຳ ນະຄອນ ດ່າໜັງ, ພະແນກ ແຜນການແລະ ການລົງທືນແຂວງ( ບໍລິຄຳໄຊ, ສະຫວັນນະເຂດ...)

ເບື້ອງ ແຂວງເຫງະອານ (ສສ ຫວຽດນາມ) ມີສະຫາຍ ຖ໋າຍ ແທັງກຸ໋ຍ ກຳມະການສຳຮອງ ສູນກາງພັກ ຮອງເລຂາພັກແຂວງ ປະທານ ກຳມະການປະຊາຊົນແຂວງ ພ້ອມທັງບັນດາຕ່າງໜ້າຂອງພະແນກການ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

ສະຫາຍ ຖ໋າຍ ແທັງກຸ໋ຍ ກຳມະການສຳຮອງ ສູນກາງພັກ ຮອງເລຂາພັກແຂວງ ປະທານ ກຳມະການປະຊາຊົນແຂວງ ກ່າວຕ້ອນຮັບ ຄະນະຜູ້ແທນ ກະຊວງ ແຜນການ ແລະ ການລົງທືນ ສປປ ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ເຫງະອານ. (ພາບ: ດ່າວ ຕ໋ວນ)

ວິສາຫະກິດ ຫຼາຍກວ່າ 90 ຫົວໜ່ວຍ ກຳລັງລົງທືນຢູ່ ລາວ

ກ່າວຕ້ອນຮັບ ຄະນະຜູ້ແທນ ກະຊວງ ແຜນການ ແລະ ການລົງທືນ ຂອງ ສປປ ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຫງະອານ ປະທານ ກຳມະການປະຊາຊົນແຂວງ ຖ໋າຍ ແທັງກຸ໋ຍ ໄດ້ໃຫ້ຮູ້ວ່າ: ນີ້ແມ່ນຄວາມຍິນດີ ແລະ ເປັນກຽດຢ່າງສູງ ຕໍ່ກັບທ້ອງຖິ່ນ ທີ່ມີເນື້ອທີ່ກ້ວາງທີ່ສຸດຂອງຫວຽດນາມ ແລະ ເປັນແຂວງ ທີ່ມີຊາຍແດນຮ່ວມກັບ ສປປ ລາວ ຍາວກ່ວາ 468 ກມ. ສະຫາຍ ຖ໋າຍ ແທັງກຸ໋ຍ ກໍ່ໄດ້ລາຍງານໃຫ້ຄະນະຜູ້ແທນ ລາວ ໂດຍຫຍໍ້ກ່ຽວກັບສະພາບ ເສດຖະກິດ-ສັງຄົມ ຂອງແຂວງເຫງະອານ ປີ 2018. ເຊິ່ງລະດັບຄວາມເຕີບໂຕ(ການຂະຫຍາຍ)ຂອງຍອດລວມສິນຄ້າ (GRDP) ໄລຍະ 2011-2018 ສະເລ່ຍເພີ່ມຂື້ນ 8,72% . (GRDP) ສະເລ່ຍຕໍ່ຫົວຄົນປີ 2017 ເທົ່າກັບ 34,14 ລ້ານດົ່ງ/ຄົນ; ຄິດໄລ່ມາຮອດປະຈຸບັນ 2018 ໄດ້ 37,9 ລ້ານດົ່ງ/ຄົນ. ເກັບລາຍຮັບຫງົບປະມານເຂົ້າແຂວງ ປີ 2017 ໄດ້ 12.959 ຕື້ດົ່ງ; ແຜນລາຍຮັບປີ 2018 ແມ່ນ13.141,2 ຕື້ດົ່ງ, ເພີ່ມຂື້ນ 2,13ທົບ ທຽບໃສ່ປີ 2010.

ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

ທີ່ກອງປະຊຸມ ທັງສອງຝ່າຍໄດ້ແບ່ງປັນຫຼາຍຂໍ້ມູນກ່ຽວກັບການຮ່ວມມື ໃນຂົງເຂດເສດຖະກິດ. (ພາບ: ດ່າວຕ໋ວນ)

ລະບົບພື້ນຖານໂຄງລ່າງ ຂອງແຂວງ ໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ ແລະ ເປັນເອກກະພາບ. ສະພາບແວດລ້ອມຂອງການລົງທືນ ແລະ ດຳເນີນທຸລະກິດ ກໍ່ໄດ້ຮັບການປັບປຸງໃຫ້ດີຂື້ນ. ດັດສະນີຄວາມສາມາດໃນການແກ່ງແຍ້ງລະດັບແຂວງ (PCI) ຂອງແຂວງ ເຫງະອານ ປີ 2017 ຈັດໃນອັນດັບທີ 21 ຂອງປະເທດ, ເປັນອັນດັບໜຶ່ງຂອງ 6ແຂວງພາກກາງ. ຈຳນວນຫົວໜ່ວຍທຸລະກິດສ້າງຕັ້ງໃໝ່ເພີ່ມຂື້ນສະເລ່ຍ 14-15%/ປີ. ປະຈຸບັນທົ່ວແຂວງ 19.216 ຫົວໜ່ວຍທຸລະກິດ, ປະກອບສ່ວນປະມານ 60% ໃນຍອດລວມລາຍຮັບງົບປະມານແຂວງ. ວຽກງານການດຶງດູດການລົງທືນ ບັນລຸໄດ້ ຜົນສຳເລັດອັນຕັ້ງໜ້າ ດ້ານຈຳນວນ, ຂະໜາດ ແລະ ຄຸນນະພາບຂອງໂຄງການ. ໃນໄລຍະ 2011-2018 ແຂວງດຶງດູດໄດ້ 903 ໂຄງການ ມີມູນຄ່າຂອງທືນຈົດທະບຽນ 233.029 ຕື້ດົ່ງ.

ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

ບັນດາຜູ້ແທນແຂວງເຫງະອານ ທີ່ກອງປະຊຸມການເຮັດວຽ.(ພາບ: ດ່າວຕ໋ວນ)

ການເຄື່ອນໄຫວ ລົງທືນ, ຜະລິດ ແລະ ດຳເນີນທຸລະກິດ ຂອງ ບັນດາຫົວໜ່ວຍທຸລະກິດ ເຫງະອານ ຢູ່ ລາວ ໄດ້ຮັບການຊຸກຍູ້ຢ່າງແຂງຂັນ. ແຂວງເຫງະອານ ຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະ ສົ່ງເສີມ ບັນດາຫົວໜ່ວຍທຸລະກິດ ທຸກໆພາກສ່ວນຂອງເສດຖິດ ແລະ ບັນດາທ້ອງຖິ່ນລຽບຕາມແນວຊາຍແດນລົງທືນ ແລະ ຮ່ວມມື ຮ່ວມກັນບົນພື້ນຖານຕາມຄວາມສາມາດບົດຊ້ອນ, ທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຂອງທັງສອງຝ່ານຕາມລະບຽບກົດໝາຍ ຂອງສອງປະເທດ. ມາຮອດປະຈຸບັນ ມີ ຫຼາຍກວ່າ 90 ຫົວໜ່ວຍທຸລະກິດ ກຳລັງ ລົງທືນ, ຜະລິດ ແລະ ດຳເນີນທຸລະກິດຢູ່ລາວ ດ້ວຍຍອດລວມມູນຄ່າການລົງທືນຂອງບັນດາໂຄງການ ຫຼາຍກວ່າ 200 ລ້ານໂດລາສະຫະລັດ.

ແຂວງເຫງະອານ ໄດ້ສືບຕໍ່ແບ່ງປັນທືນ ເພື່ອລົງທືນລົງໄປຍັງບັນດາກຸ່ມບ້ານ ລຽບຕາມແນວຊາຍແດນກັບ ລາວ ຈາກແຫຼ່ງທືນໂຄງການ ລົງທືນບັນດາກຸ່ມບ້ານ ລຽບຕາມແນວຊາຍແດນ ຕາມຂໍ້ຕົກລົງ ສະບັບເລກທີ 160/2007/ QĐ.TTg ຂອງ ລັດຖະບານ ວ່າດ້ວຍ ການພິຈາລະນາອະນຸມັດ ໂຄງການ ພັດທະນາເສດຖະກິດ-ສັງຄົມ ບັນດາກຸ່ມບ້ານລຽບຕາມເສັ້ນຊາຍແດນ ຫວຽດນາມ-ລາວ. ແຫຼ່ງທືນຊ່ວຍເຫຼືອຈາກງົບປະມານແຂວງ ເພື່ອກໍ່ສ້າງສຸກສາລາ ເສນາຮັກ ຢູ່ບ້ານ ນຳ້ອອມ, ເມືອງຈຳພອນ, ແຂວງບໍລິຄຳໄຊ ມີມູນຄ່າການລົງທືນ 14,988 ຕື້ດົ່ງ ໄລຍະເວລາຈັດຕັ້ງປະຕິບັດໂຄງການ ແຕ່ປີ 2017-2020.

ລັດຖະມົນ ກະຊວງ ແຜນການ ແລະ ການລົງທືນ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກຳມະການປະຊາຊົນ ແຂວງເຫງະອານ

ຫົວໜ້າພະແນກ ແຜນການ ແລະ ການລົງທືນແຂວງ ເຫງະອານ ຫງວ໋ຽນ ວັນໂດະ ໄດ້ຂື້ນລາຍງານບາງດ້ານກ່ຽວກັບ ການເຄື່ອນໄຫວຮ່ວມມື ເສດຖະກິດ ລະຫວ່າງ ບັນດາຫົວໜ່ວຍທຸລະກິດ ແຂວງເຫງະອານ ຢູ່ລາວ. (ພາບ: ດ່າວຕ໋ວນ)

ແຂວງເຫງະອານ ກຳລັງສືບຕໍ່ຜັນຂະຫຍາຍ ປະຕິບັດໂຄງການ ການລົງທືນກໍ່ສ້າງ ໂຮງໝໍມິດຕະພາບ ແຂວງຊຽງຂວາງ ໃຊ້ງົບປະມານການຊ່ວຍເຫຼືອ ພັດທະນາຢ່າງເປັນທາງການຂອງ ລັດຖະບານຫວຽດນາມ; ສຳເລັດໂຄງການກໍ່ສ້າງເສັ້ນທາງຄົມມະນາຄົມ ທົງທຸ (ແຂວງເຫງະອານ)-ຊຳໃຕ້(ແຂວງຫົວພັນ) ໂດຍພື້ນຖານ. ແຂວງເຫງະອານ ກໍ່ກຳລັງປະສານສົມທົບກັນ ຈັດຕັ້ງການສຳຫຼວດເພື່ອກໍ່ສ້າງ, ປັບປຸງບູລະນະ, ສ້ອມແປງ ບັນດາເສັ້ນທາງ ຂອງແຂວງທີ່ຕິດຕໍ່ກັບເສັ້ນຊາຍແດນ.

(ຫັດ​ທະ​ບູນ)

ເຫດການ