ບົດບັນທຶນຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສຳພັນລາວ-ຫວຽດນາມ

15:58 | 13/11/2018

ໃນຕອນແລງຂອງວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີການເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ ສຳພັນ ລາວ-ຫວຽດນາມ ເພື່ອແນໃສ່ຮັດແໜ້ນມູນເຊື້ອຄວາມສາມັກຄີ, ສາຍພົວພັນມິດຕະພາບແບບພິເສດ ທີ່ມີມາແຕ່ດົນນານລະຫວ່າງ ພະສົງ, ຊາວພຸດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເພື່ອເປັນການຈັດຕັ້ງປະຕິບັດ ບົດບັນທຶນຊ່ວຍຈຳ ສະບັບວັນທີ 27ຕຸລາ 2005.

ບົດບັນທຶນຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສຳພັນລາວ-ຫວຽດນາມ

ພິທີເຊັນບົດບັນທຶກຊ່ວຍຈຳດັ່ງກ່າວ, ລະຫວ່າງ ພະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະ ທານອົງການ ພຸດທະສາສະໜາສຳພັນລາວ ແລະ ພະອາຈານໃຫຍ່ ທິກ ຖ້ຽນ ເຍີນ ປະທານອົງການ ພຸດທະສາສະໜາ ແຫ່ງ ສສ ຫວຽດນາມ.(ພາບ: ສະຫວາດ)

ພິທີເຊັນບົດບັນທຶກຊ່ວຍຈຳດັ່ງກ່າວ, ລະຫວ່າງ ພະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະ ທານອົງການ ພຸດທະສາສະໜາສຳພັນລາວ ແລະ ພະອາຈານໃຫຍ່ ທິກ ຖ້ຽນ ເຍີນ ປະທານອົງການ ພຸດທະສາສະໜາ ແຫ່ງ ສສ ຫວຽດນາມ.ທັງສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນ ຄື: ອົງການພຸດທະສາສະໜາສຳພັນລາວ ແລະ ອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ ຈະດຳເນີນການແລກປ່ຽນ ຄະນະຜູ້ຂັ້ນສູງ ແລະ ຄະນະຜູ້ແທນຂັ້ນວິຊາການຕ່າງໆ ນຳກັນທັງສູນກາງ ແລະ ທ້ອງຖິ່ນ ຢ້ຽມຢາມສັນທະວະໄມຕີ, ທັດສະນະສຶກສາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ; ປະສານງານ, ຈັດຕັ້ງກອງປະຊຸມສຳມະນາ ດ້ານພຸດທະສາສະໜາ ແລະ ຈັດງານວາງສະແດງ ວັດທະນະທຳ ທີ່ກ່ຽວຂ້ອງກັບພຸດທະສາສະໜາ ຂອງສອງປະເທດ; ແລກປ່ຽນນັກ ສຶກສາສົງ ເພື່ອໄປຮຽນຕໍ່ທີ່ມະຫາວິທະຍາໄລ, ສະຖາບັນການສຶກສາສົງ ແລະ ໂຮງຮຽນຊັ້ນສູງສົງ ຢູ່ສອງປະເທດ; ພ້ອມທັງສະໜອງ ແລະ ແລກ ປ່ຽນ ເອກະສານ, ສິ່ງພິມ, ວາລະສານຕ່າງໆ ເພື່ອອຳນວຍຄວາມສະດວກ ໃນການຄົ້ນຄວ້າຮ່ຳຮຽນ ໃຫ້ແກ່ພິຂຸ-ສາມະເນນ ຂອງສອງປະເທດ.

ບົດບັນທຶນຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສຳພັນລາວ-ຫວຽດນາມ

ບັນດາຄະນະຜູ້ແທນອົງການ ພຸດທະສາສະໜາ ລາວ-ຫວຽດນາມ ຖ່າຍພາບເປັນທີ່ລະນືກ.(ພາບ:ສະຫວາດ)


ນອກຈາກນີ້, ອົງການພຸດທະສາສະໜາ ທັງສອງປະເທດ ຈະອອກແຮງໂຄສະນາ ປຸກລະດົມຂົນຂວາຍ ພຸດທະສານິກະຊົນ ເພື່ອປະກອບສ່ວນເຂົ້າໃນ ການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ ເພື່ອຜົນປະໂຫຍດລວມ ຂອງສອງປະເທດ ກໍຄື ຂອງປະຊາຊາດ ຢູ່ພາກພື້ນ ແລະ ສາກົນ;ແລະ ການພົວພັນຮ່ວມມືກັນ ແມ່ນໃຊ້ຫລັກການລວມ ຂອງການພົວພັນ ລະຫວ່າງ ປະເທດເປັນຫລັກ, ໃຊ້ກົນໄກປະສານງານຜ່ານ ຄະນະປະສານງານ ລາວ-ຫວຽດນາມ, ກຳປູເຈຍ-ລາວ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນນຳກັນ.

(ແຫຼ່ງ​ຂໍ້​ມູນ​: ມະນີທອນ/ຂ​ປ​ລ)