|
ທ່ານເລຂາພັກແຂວງ ຫງວ໋ຽນ ຊົນກວາງ ມອບຂອງທີ່ລະນຶກໃຫ້ແກ່ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ.(ພາບ:ຟານ ຮວ່າ/baoquangbinh.vn)
ທີ່ການພົບປະ ແລະ ເຮັດວຽກ ຕ່າງໜ້າການນຳຂັ້ນແຂວງ ກວ້າງບິ່ງ ສະຫາຍ ຮອງປະທານຜູ້ປະຈຳການປະຊາຊົນແຂວງ ຫງວ໋ຽນ ຊົນກວາງ ໄດ່ລາຍງານໃຫ້ແກ່ຄະນະປະຕິບັດງານ ຂອງກະຊວງ ແຜນການ ແລະ ການລົງທືນ ສປປ ລາວ ບາງສະພາບການດ້ານເສດຖະກິດ-ສັງຄົມ ໄລຍະ 2016-2018 ແລະ ບາງບົດຮຽນຂອງແຂວງກວ້າງບິ່ງ ໃນການເຄື່ອນໄຫວ ດຶງດູດການລົງທືນ, ຮ່ວມມືຮອບດ້ານກັບບັນດາແຂວງຂອງລາວ.
ຕ່າງໜ້າຄະນະປະຕິບັດງານຂອງ ກະຊວງ ແຜນການ ແລະ ການລົງທືນ ແຫ່ງ ສປປ ລາວ, ສະຫາຍ ລັດຖະມົນຕີ ກະຊວງແຜນການ ແລະ າການລົງທືນ ທ່ານ ສຸພັນ ແກ້ວມີໄຊ ໄດ້ມີການປືກສາແລກປ່ຽນ ສະພາບການ ຂອງການຮ່ວມມືດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ລະຫວ່າງ ບັນດາແຂວງຂອງລາວ ແລະ ແຂວງກວ້າງບິ່ງເວົ້າລວມໃນທີ່ຜ່ານມາ.
ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ຂອງການນຳແຂວງກວ້າງບິ່ງ ທີ່ມອບໃຫ້ຄະນະ ແລະ ສະແດງຄວາມມຸ້ງມາດປາດຖະໜາ ວ່າໃນອານາຄົດ ການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໃນນັ້ນປະກອບມີ ແຂວງກວ້າງບິ່ງ ແລະ ບັນດາແຂວງ ທີ່ມີຊາຍແດນຮ່ວມກັນກັບ ລາວ ໃຫ້ນັບມື້ນັບຮອບດ້ານ ແລະ ນຳມາດ້ວຍຄວາມສຳເລັດຢ່າງມີປະສິດທິຜົນ ແລະ ເລິກເຊິ່ງຂື້ນກວ່າເກົ່າ, ພິເສດ ແມ່ນໃນຂົງເຂດການດຶງດູດການລົງທືນ, ການຄົມມະນາຄົມຂົນສົ່ງ, ທ່ອງທ່ຽວ ແລະ ອື່ນໆ.ຕ່າງໜ້າການນຳແຂວງ ກວ້າງບິ່ງ ສະຫາຍ ເລຂາພັກແຂວງ ຮວ່າງ ດັງກວາງ ຂອບໃຈ ສະຫາຍ ລັດຖະມົນຕີ ແລະ ຄະນະ ຂອງ ກະຊວງແຜນການ ແລະ ການລົງທືນ ແຫ່ງ ສປປ ລາວ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ ແຂວງ ກວ້າງບິ່ງ. ນີ້ແມ່ນ ສິ່ງພິສູດໃຫ້ເຫັນເຖິງນຳ້ໃຈສາມັກຄີອັນສະໜິດສະໜົມຮັດແໜ້ນ, ນຳ້ໃຈມິດຕະພາບ ພິເສດ ລະຫວ່າງ ປະເທດລາວ-ຫວຽດນາມ ເວົ້າລວມ, ບັນດາແຂວງ ຂອງລາວ ແລະ ແຂວງກວ້າງບິ່ງເວົ້າສະເພາະ.
ສະຫາຍ ເລຂາພັກແຂວງ ກໍ່ຫວັງເປັນຢ່າງຍິ່ງວ່າ ໃນອານາຄົດ ບົນພື້ນຖາານການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ແຂວງກ້ວາງບິ່ງ ຈະເພີ່ມທະວີຂື້ນຕື່ມ ດ້ານສາຍພົວພັນຮ່ວມມື ກັບບັນດາແຂວງ ຂອງປະເທດລາວອ້າຍນ້ອງ ດ້ານເສດຖະກິດ, ການເມືອງ, ສັງຄົມ ຕາມບັນດາສົນທິສັນຍາທີ່ທັງສອງປະເທດໄດ້ລົງນາມນຳກັນ.
ເປັນຕົ້ນແມ່ນ ຈະປະສານສົມທົບກັບບັນດາ ກະຊວງ, ຂະແໜງການສູນກາງ, ລັດຖະບານລາວ, ແຂວງຄຳມ່ວນ ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງ ສາງພາສີ ແລະ ທໍ່ສົ່ງນຳ້ມັນແຕ່ ທ່າເຮືອ ຮ່ອນລາ (ແຂວງກວ້າງບິ່ງ ສສ ຫວຽດນາມ) ໄປລາວ; ຊຸກຍູ້ໃຫ້ການເປີດດ່ານ ຈຸດໝຸດ-ລະວິນ ໃຫ້ໄດ້ໄວທີ່ສຸດ; ສືບຕໍ່ກໍ່ສ້າງນັກຮຽນ, ນັກສຶກສາ ໃຫ້ບັນດາແຂວງຂອງລາວ; ປະສານສົມທົບໃນການປ້ອງກັນຫຼັກໝາຍຊາຍແດນ, ຮັບປະກັນຄວາມສະຫົງບ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພ ດ້ານສັງຄົມ ແລະ ພັດທະນາເສດຖະກິດ; ສະເໜີ ລັດຖະບານລາວ ຈັດຕັ້ງປະຕິບັດ ລົງທືນສ້າງເສັ້ນທາງ ແຕ່ບ້ານ ໂພນໄຮ ຫາ ເຂດລະວິນ ເພື່ອເຊື່ອມຕໍ່ກັບຖະໜົນເລກທີ 9ເບ ເບື້ອງຫວຽດນາມ, ຮັບໃຊ້ວຽກງານປ້ອງກັນປະເທດ-ຄວາມໝັ້ນຄົງ ແລະ ການຄ້າຂາຍ ຢູ່ ເຂດດ່ານຊາຍແດນ ຈຸດໝຸດ-ລະວິນ.
(ຫັດທະບູນ)