|
ບັນຍາກາດການແຂ່ງຂັນ ບານສົ່ງ.
ເຂົ້າຮ່ວມການແຂ່ງຂັນປີນີ້ ມີນັກກິລາເກືອບ 300 ຄົນເຂົ້າຮ່ວມ ເຊິ່ງມາຈາກ 16 ພາກສ່ວນ ພາຍໃນແຂວງ ( ເຊິ່ງແມ່ນສະມາຊິກຂອງ ໝູ່ຄະນະຂອງ ສະມາຄົມ, ໂຮງຮຽນທີ່ມີນັກຮຽນ, ນັກສຶກສາ ລາວ ກຳລັງສຶກສາຮຳ່ຮຽນຢູ່), ກິລາທີ່ມີການແຂ່ງຂັນແມ່ນ ກິລາ ຕີດອກ ແລະ ບານສົ່ງ. ໃນກິລາບານສົ່ງ ມີການແຂ່ງຂັນຊິງລາງວັນ ຄື: ປະເພດຍິງ ແລະ ຊາຍ. ສ່ວນຕີດອກປີກໄກ່ປະກອບມີ 6 ປະເພດຄື: ປະເພດຊາຍ ອາຍຸແຕ່ 41ປີຂື້ນໄປ ແລະ 40ປີລົງມາ; ປະເພດຍິງ ອາຍຸແຕ່ 41ປີຂື້ນໄປ ແລະ 40 ປີລົງມາ; ຄູ່ຍິງ-ຊາຍ ອາຍຸແຕ່ 41ປີຂື້ນໄປ ແລະ ຄູ່ຍິງ-ຊາຍອາຍຸແຕ່ 40ປີລົງມາ.
ການແຂ່ງຂັນເຕັມໄປດ້ວຍຄວາມຟົດຟື້ນໃນໄລຍະເວລາໜຶ່ງມື້ເຕັມ, ຈົບການແຂ່ງຂັນ ຄະນະຈັດຕັ້ງພິທີ ໄດ້ມອບລາງວັນຊະນະເລີດປະເພດ 1 , 2, 3 ໃຫ້ແກ່ບັນດານັກກິລາທີ່ຊະນະເລີດໃນແຕ່ລະປະເພດ.
ອີງຕາມການຕີລາຄາຂອງຄະນະຈັດຕັ້ງພິທີ ການແຂ່ງຂັນກິລາ ປີນີ້ມີການເພີ່ມຂື້ນ ທັງຈຳນວນນັກກິລາ( ຈຳນວນນັກກິລາເພີ່ມຂື້ນ 100 ຄົນ ແລະ ພາກສ່ວນເຂົ້າຮ່ວມ ເພີ່ມຂື້ນ 6 ຫົວໜ່ວຍ) ແລະ ຄຸນນະພາບ ທຽບກັບການແຂ່ງຂັນໃນປີກ່ອນ. ນີ້ແມ່ນກິດຈະກຳ ທີ່ມີຄວາມໝາຍສຳຄັນ ຈັດຂື້ນໃນທຸກໆ ສອງປີ ເພື່ອແນໃສ່ ເພີ່ມທະວີ ນຳ້ໃຈສາມັກຄີ ພິເສດທີ່ມີມາແຕ່ຍາວນານ, ການຮ່ວມມື ລະຫວ່າງ ສອງປ ະເທດ ຫວຽດນາມ-ລາວ, ປະກອບສ່ວນອັນແທ້ຈິງເພື່ອຄຳນັບຮັບຕ້ອນວັນຊາດ ຂອງ ສປປ ລາວ ທີ່ຈະມາເຖິງ ໃນວັນທີ 2 ທັນວານີ້.
(ຫັດທະບູນ)