ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງອື່ນໆ ທີ່ ປະເທດສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ.
ຕອນບ່າຍຂອງວັນທີ 12 ພະຈິກ , ປະທານ ກຳມະການປະຊາຊົນ ນະຄອນດ່າໜັງ ຮວິ່ງ ດຶກເທີ ໄດ້ຈັດພິທີຕ້ອນຮັບ ແລະ ເຮັດວຽກ ກັບ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ ສປປ ລາວ ສຸພັນ ແກ້ວມີໄຊ ພ້ອມຄະນະປະຕິບັດງານ ກຳລັງຢ້ຽມຢາມ ນະຄອນດ່າໜັງ.
ຍສໝ - ວັນທີ 13 ພະຈິກ 2018, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ປະທານ ຄະນະກຳມະການ ຮ່ວມມື ລາວ - ຫວຽດນາມ ພ້ອມກັບຜູ້ແທນຈາກ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ມີການເຮັດວຽກ ຮ່ວມກັບ ຄະນະກຳມະການປົກຄອງ ແຂວງກ້ວາງຈິ ເພື່ອກຳໄດ້ສະພາບການ ແລະ ແລກປ່ຽນປະສົບການ ກ່ຽວກັບ ການພັດທະນາ ເສດຖະກິດ - ສັງຄົມ ທ້ອງຖິ່ນ. ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ ໂດຍມີ ທ່ານ ຫງວ໋ຽນ ດຶກຈິ້ງ ຮອງເລຂາ ພັກແຂວງ, ປະທານ ກຳມະການປະຊາຊົນແຂວງ ແລະ ທ່ານ ຫງວ໋ຽນເກິນຈິ້ງ ຮອງປະທານ ກຳມະການ ປະຊາຊົນ ແຂວງ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດສິງກະໂປ (ປະ ທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.
ຍສໝ - ປະເທດລາວ ມີຊາຍແດນຕິດຈອດກັບ 5 ປະເທດ, ແຕ່ມີຊາຍແດນຕິດຈອດກັບຫວຽດນາມ ຍາວທີ່ສຸດເຖິງ ( 2069 ກິໂລແມັດ), ຖ້າຈະວິເຄາະດ້ານພູມສັນຖານ: ລາວແມ່ນປະເທດບ້ານໄກ້ເຮືອນຄຽງ ໄກ້ສິດ, ສະໜິດສະໜົມສຸດຂອງຫວຽດນາມ. ນັ້ນກໍ່ແມ່ນໜຶ່ງໃນປັດໄຈ ດ້ານການເມືອງອັນສຳຄັນ ເຮັດໃຫ້ ຈັກກະພັດຝລັງ່ ເຮັ່ງຮ້ອນ ໃນການ ລວມດິນແດນ ລາວ-ກຳປູເຈຍ-ຫວຽດນາມ ເປັນ “ສະຫະພາບອິນດູຈີນ” ປີ 1893... ເລິກເຊິ່ງ, ເກົ່າແກ່ກວ່ານັ້ນ ແມ່ນຄວາມສຳພັນລະຫວ່າງ ສອງຊາດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍັງມີແນວທີຄ້າຍຄື, ຄວາມຜູກພັນນຳກັນ ຍ້ອນບັນດາສາຍພົວພັນຄວາມຮູ້ສຶກໃນວິຖີຊີວິດປະຈຳວັນ ແຕ່ມີຄວາມຍືນຍົງ, ໂລເມັນຕິດ, ເປັນປະຫວັດສາດ, ຍິ່ງໃຫຍ່ ປຽບດັ່ງ ສາຍແມ່ນຳ້ຂອງ ແລະ ສາຍພູຫຼວງ.
ໃນຕອນແລງຂອງວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີການເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ ສຳພັນ ລາວ-ຫວຽດນາມ ເພື່ອແນໃສ່ຮັດແໜ້ນມູນເຊື້ອຄວາມສາມັກຄີ, ສາຍພົວພັນມິດຕະພາບແບບພິເສດ ທີ່ມີມາແຕ່ດົນນານລະຫວ່າງ ພະສົງ, ຊາວພຸດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເພື່ອເປັນການຈັດຕັ້ງປະຕິບັດ ບົດບັນທຶນຊ່ວຍຈຳ ສະບັບວັນທີ 27ຕຸລາ 2005.
ວັນທີ 11 ເດືອນພະຈິກ, ເນື່ອງໃນໂອກາດສະມາຄົມນັກຂ່າວລາວຢ້ຽມຢາມຫວຽດນາມໃນວັນທີ 11-17 ພະຈິກນີ້, ຄະນະຜູ້ແທນສະມາຄົມນັກຂ່າວລາວ ປະກອບດ້ວຍສະມາຊິກ 7 ທ່ານ ນຳໂດຍ ທ່ານ ສະຫວັນຄອນ ຣາຊະມົນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງ ສປປ.ລາວ ໄດ້ພົບປະເຈລະຈາ ກັບ ສະມາຄົມນັກຂ່າວແຫ່ງຊາດຫວຽດນາມ ໂດຍແມ່ນທ່ານ ຖ້ວນຮີ ຜູ້ອຳນວຍການໃຫຍ່ ໜັງສືພິມປະຊາຊົນຫວຽດນາມ, ປະທານສະມາຄົມນັກຂ່າວແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ວັນທີ 12 ພະຈິກ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ອົງການພຸດທະສາສະໜາ ສສ ຫວຽດນາມ ນຳໂດຍ ພະອາຈານ ທິກທຽນ ເຢີນ ປະທານສູນກາງອົງການພຸດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ອົງການພຸດສະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນຫລວງວຽງຈັນ.
ຍສໝ - ໃນຕອນເຊົ້າຂອງວັນທີ 12 ພະຈິກ, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ດຳເນີນ ກອງປະຊຸມ ປະທານ ອົງການພຸດທະສາດສະໜາ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ 1 .
ຍສໝ - ແຂວງກວາງບິ່ງ, ສສ.ຫວຽດນາມ ໄດ້ມອບທຶນຊ່ວຍເຫຼືອລ້າ ໃນການສ້າງ ອາຄານໂຮງຮຽນ ເຊິ່ງເປັນອາຄານຊັ້ນດຽວ, ກໍ່ສ້າງແບບເປຣຕົ່ງເສີມເຫຼັກ, ມີຂະໜາດ 30 ຄູນ 11,40 ແມັດ ແລະ ມີການຕໍ່ອາຄານ 12 ແມັດກາເລ່, ໄດ້ແບ່ງເປັນຫ້ອງເຮັດວຽກຂອງຄູ 03 ຫ້ອງ, ຫ້ອງນໍ້າ 04ຫ້ອງ, ມີໂຕະ, ຕັ່ງ, ຕູ້ໃສ່ເອກະສານຄົບຊຸດ, ພ້ອມທັງເຄື່ອງປັບອາກາດແອເຢັນ, ລະບົບໄຟຟ້າ-ນໍ້າປະປາ ແລະ ຕົ້ນໄມ້ປະດັບ ລວມມູນຄ່າທັງໝົດ 3 ຕື້ກວ່າດົ່ງ ຫຼື ເທົ່າກັບ 154,000 ໂດລາສະຫະລັດ ໃຫ້ແກ່ແຂວງ ຄຳມ່ວນ.
ຕອນເຊົ້າວັນທີ 11 ພະຈິກ 2018 ນີ້ ຢູ່ສຳນັກງານປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດພົບປະສອງຝ່າຍກັບ ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ເຊິ່ງສອງຝ່ຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບ ການຮ່ວມ ມືໃນໄລ ຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ.
ຍສໝ - ວັນທີ 11 ພະຈິກນີ້ , ຢຸ່ ໂຮງຮຽນ ເສດຖະກິດ-ການເງິນ ຊັ້ນສູງແຂວງຖ໋າຍຫງວຽນ (ນະຄອນ ຖ໋າຍຫງວຽນ), ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງ ໄດ້ປະສານສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໂຮງຮຽນ ເສດຖະກິດ-ການເງິນ ຊັ້ນສູງ ໄດ້ຈັດ ການແຂ່ງຂັນຊີງລາງວັນ ກິລາມິດຕະພາບ ຫວຽດນາມ-ລາວ ຄັ້ງທີ II, ປີ 2018.
ພາຍຫຼັງດໍາເນີນການກໍ່ສ້າງຢ່າງຮີບດ່ວນມາເປັນເວລາ 01 ປີ, ໂຮງຮຽນມັດທະຍົມຕອນປາຍສິທ່ານາໄຊ, ຢູ່ແຂວງບໍລີຄໍາໄຊ, ລາວ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນໍາເຂົ້າເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 11 ພະຈິກເປັນຕົ້ນໄປ.
ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາ ຈາກ ສສ ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນແລ້ວ ໃນວັນທີ 10 ພະຈິກ 2018 ເພື່ອກຽມເຂົ້າຮ່ວມກອງປະຊຸມປະທານ ອົງການພຸດທະສາສະໜາ 3 ປະເທດ: ກໍາປູເຈຍ-ລາວ-ຫວຽດນາມ, ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງ ວຽງຈັນ.
ຍສໝ - ໃນເຊົ້າຂອງວັນທີ 9 ພະຈິກ, ທີ່ສະຖາບັນ ປ້ອງກັນຊາຍແດນ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມບຳລຸງວຽກງານວິຊາສະເພາະດ້ານວຽກງານດ່ານຊາຍແດນ ໃຫ້ພະນັກງານ ຂອງ ກອງທັບປະຊາຊົນລາວ.
ຫວ່າງແລ້ວນີ້, ຄະນະພະນັກງານກອງພົນ 2 (ກອງທັບປະຊາຊົນລາວ) ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານເຂດ 2. ທ່ານພົນຈັດຕະວາ ຮວ່າງງັອກຢູງ, ຮອງຜູ້ບັນຊາການທະຫານເຂດ 2 ຕ້ອນຮັບຄະນະຢ່າງສະໜິດສະໜົມ.
ໃນວັນທີ 8 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ເມຣຸດ ຄາວູໂຊລູ (Mevlut Cavusoglu) ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ໃນລະຫວ່າງວັນທີ 7-8 ພະຈິກ 2018.
ໃນວັນທີ 7 ພະຈິກ 2018 ທີ່ສູນກາງແນວລາວສ້າງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ກອງປະຊຸມປະທານອົງ ການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1 ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ໃນວັນທີ 12 ພະຈິກ 2018, ພາຍໃຕ້ຄຳຂວັນ: ເພີ່ມທະວີມູນເຊື້ອສາຍພົວພັນ ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ, ຊຶ່ງຄາດວ່າ ຈະມີຜູ້ເຂົ້າຮ່ວມທັງໝົດປະມານ 570 ອົງ/ທ່ານ
ໃນໄລຍະຈະມາເຖິງ, ສອງກົມກອງສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວແຮກສ່ຽວທັງລວງກວ້າງ ແລະລວງເລິກ....
ໃນການປະຕິບັດໜ້າທີ່, ກອງເສດຖະກິດ-ປ້ອງກັນຊາດ 385 (ພົນລະພາກຫຼວງ 15) ຍາມໃດກໍ່ສ້າງເງື່ອນໄຂສະດວກໃນທຸກດ້ານເພື່ອແນໃສ່ຊ່ວຍເຫຼືອປະຊາຊົນ ຢູ່ເຂດຊາຍແດນຂອງແຂວງກອນຕຸມຕິດກັບປະເທດລາວ ມີການດໍາລົງຊີວິດເປັນປົກກະຕິ.