ກະກຽມກອງປະຊຸມ ປະທານອົງການພຸດທະສາສະໜາ 3 ປະເທດ ກໍາປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

15:06 | 08/11/2018

ໃນວັນທີ 7 ພະຈິກ 2018 ທີ່ສູນກາງແນວລາວສ້າງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ກອງປະຊຸມປະທານອົງ ການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1 ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ໃນວັນທີ 12 ພະຈິກ 2018​, ພາຍ​ໃຕ້​ຄຳຂວັນ: ​​ ເພີ່ມ​ທະວີ​ມູນ​ເຊື້ອສາຍ​ພົວພັນ​ ຄວາມ​ສາມັກ​ຄີ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ​ອົງການ​ພຸດທະ​ສາສະໜາ 3 ປະ​ເທດ ກຳປູ​ເຈຍ-​ລາວ-​ຫວຽດນາມ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ, ຊຶ່ງຄາດວ່າ ຈະມີຜູ້ເຂົ້າຮ່ວມທັງໝົດປະມານ 570 ອົງ/ທ່ານ

ກະກຽມກອງປະຊຸມ ປະທານອົງການພຸດທະສາສະໜາ 3 ປະເທດ ກໍາປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ.

ຈຸ​ດປະສົງຂອງ​ກອງ​ປະຊຸ​ມຄັ້ງ​ນີ້, ​ເພື່ອ​ຍົກ​ສູງ​ບົດບາດ​ການ​ເຄື່ອນ​ໄຫວ​ ຂອງ​ອົງການພຸດທະ​ສາ​ສະ​ໜາສຳພັນ​ລາວ​ ແຕ່ລະ​ຂັ້ນ, ​ເປັນ​ການ​ສ້າງ​ເງື່ອນ​ໄຂ ​ໃຫ້​ຜູ້​ແທນສົງ 3 ປະ​ເທດ ​ໄດ້​ພົບ​ປະ​ປຶກສາ​ຫາລື​ແລກ ປ່ຽນຄຳ​ຄິດ​ເຫັນ​ ເພື່ອ​ຮ່ວມ​ມື​ກັບ​ອົງການ​ຊາວ​ພຸດ​ກຳປູ​ເຈ​ຍ ​ແລະ ຫວຽດນາມ ​​ໃນ​ດ້ານ​ພຸດທະ​ສາສະໜາ​ໃນ​ເງື່ອນ​ໄຂ​ໃໝ່ ທີ່​ມີ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ ​ເປັນ​ການ​ປະກອ​ບສ່ວນຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະ ພາບ ອັນ​ເປັນ​ມູນ​ເຊື້ອ​ ຂອງ​ອົງການ​ຊາວ​ພຸດ ກໍ​ຄື ພຸດທະສາສະນິກະຊົນ 3 ປະ​ເທດ.

ໃນ​ກອງປະຊຸມ​ຄັ້ງ​ນີ້, ຜູ້​ແທນ​ຈະ​ໄດ້​ຮັບ​ຟັງ​ ການ​ປະກອບ​ຄຳ​ເຫັນ​ຂອງ​ປະທານ​ພຸດ​ທະ​ສາສະໜາ ​ແລະ ຄະນະ​ນຳ​ຂອງ​ຝ່າຍ​ຄາ​ລະວາ​ດທີ່​ກ່ຽວຂ້ອງ​ຂອງ 3 ປະ​ເທດ. ນອກ​ນີ້, ຜູ້​ແທນ​ຝ່າຍ ກຳປູ​ເຈຍ ​ແລະ ຫວຽດນາມ ​ຈະ​ໄດ້​ເຂົ້າຢ້ຽມຄຳນັບ ການ​ນຳ​ຂັ້ນ​ສູງ​ຂອງ​ພັກ-​ລັດ​ ​ແລະ ຈະ​ໄດ້​ມີ​ການ​ລົງ​ນາມ​ສອງ​ຝ່າຍ​ ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ການ​ຮ່ວມ​ມື ​ລະຫວ່າງ ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ ກັບ ອົງການ​ພຸດທະສາ​ສະໜາ​ ຫວຽດນາມ, ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ ກັບ ອົງການ​ພຸດທະສາ​ສະໜາ​ກຳປູ​ເຈຍ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ກັບ ສູນ​ກາງ​ແນວ​ໂຮມ​ສາມັກ​ຄີ​ພັດທະນາ​ມາຕຸພູມ​ກຳປູ​ເຈຍ. ຈາກ​ນັ້ນ, ຈະ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ 3 ຝ່າຍ ກໍາປູ​ເຈຍ-​ລາວ-​ຫວຽດນາມ.

ໃນໂອກາດການ​ມາ​ຮ່ວມ​ກອງ​ປະຊຸມ​ດັ່ງ​ກ່າວ, ຄະນະ​ຜູ້​ແທນ​ ກໍາປູ​ເຈ​ຍ ​ແລະ ຫວຽດນາມ​ ຈະ​ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ ພື້ນ​ຖານ​ວັດທະນະທຳ​ ທີ່​ສຳຄັນ​ຂອງນະຄອນ ຫລວງ​ວຽງ​ຈັນ​ ແລະ ​ຫລວງ​ພະ​ບາງ, ຄະນະ​ຜູ້​ແທນ​ຈະ​ພົບ​ປະ​ກັບ ​ທ່ານເຈົ້າ​ແຂວງ ​ແລະ ຄະນະນຳ ແຂວງ​ຫລວງ​ພະ​ບາງ, ຢ້ຽມຢາມ​ສະຖານ​ທີ່​ວັດທະນະທຳ​ ​ເມືອງ​ມໍລະດົກ​ໂລກ​ ຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ສຸກ​ສະຫວັນ ອຸ​ໄລ​ລັດ/ຂ​ປ​ລ)