ວັນທີ 11 ທັນວາ, ຢູ່ເມືອງວຽງໄຊ, ແຂວງຫົວພັນ, ສປປ ລາວ, ຄະນະປະຕິບັດງານຄະນະຊີ້ນຳ 515 ທະຫານເຂດ 4 ໂດຍທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ, ຮອງຫົວໜ້າການເມືອງທະຫານເຂດ 4, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 4 ເປັນຫົວໜ້າຄະນະ ໄດ້ໄປກວດກາກອງທ້ອນໂຮມອັດຖິນັກຮົບ ເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງແທັງຮ໊ວາ ພວມປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ປະເທດ ລາວ.
ຍສໝ - ວັນທີ 12 ທັນວາ, ຄະນະກຳມະການແຂວງ ກວ໋າງຈິ ໄດ້ຈັດພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ຖືສັນຊາດ ຫວຽດນາມ ສຳລັບຊາດລາວ 119 ຄົນທີ່ອາໄສຢູ່ຕາແສງ ອາເຢີຍ, ເມືອງພູດອຍ ເຫືອງຮວ໊າ, ແຂວງ ກວ໋າງຈິ.
ຕອນບ່າຍຂອງວັນທີ 11 ທັນວາ ຢູ່ ທີ່ສຳນັກງານສະພາແຫ່ງຊາດ , ທ່ານ ອວງ ຈູລິວ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງ ຍຸດຕິທຳ ແຫ່ງ ສປປ ລາວ ນຳພາຄະນະຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ພ້ອມຄະນະສຳເລັດການຢ້ຽມຢາມມິດຕະພາບ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ໄທ-ລາວ ຄັ້ງທີ 25 ຢູ່ຣາຊະອານາຈັກໄທ .
ບຸນປະຈຳປີຂອງເຜົ່າມົ້ງ ແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່,ເປັນສັນຍາລັກແຫ່ງຄວາມສາມັກຄີ,ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນຳພາຊາວເຜົ່າມົ້ງຈັດງານບຸນນໍເປເຈົາ ທີຍິ່ງໃຫຍ່ຂື້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງຮິດຄອງປະເພນີ,ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ ໂດຍສະເພາະແມ່ນເຜົ່າມົ້ງ,ເຊິ່ງມີເອກະລັກສະເພາະຂອງເຜົ່າເຊັ່ນ: ການໂຍນໝາກຄອນ,ເປົ່າແຄນ,ການຂັບລຳ,ຍິງໜ້າເກັກ,ຕີໝາກຂ່າງ,ເປົ່າຂຸ່ຍ ແລະ ເປົ່າໃບໄມ້.
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈັດສຳມະນາ “ການຫັນເປັນທັນສະໄໝ ທາງດ້ານດິຈິຕອນ ໃນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ປທສ. ເປັນການແລກປ່ຽນຄວາມຮູ້, ປະສົບການ ແລະ ລະດົມຄວາມຄິດຕໍ່ການຮ່າງ ທິດທາງນະໂຍບາຍ ແລະ ເປົ້າໝາຍທາງດ້ານເຕັກນິກ ຂອງທຸກຂະແໜງການ ພາຍໃນ ສປປລາວ, ເພື່ອສົ່ງເສີມ ແລະ ຮອງຮັບການໃຫ້ການຫັນເປັນດິຈິຕອນຂອງ ສປປ ລາວ ໃຫ້ມີການ ຂະຫຍາຍຕົວຢ່າງຍືນຍົງ ແລະ ກາຍເປັນເຄຶ່ອງມື ທີ່ສໍາຄັນໃນການຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ ແລະ ທັນກັບຍຸກສະໄໝ.
ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄົນພິການ ທີ່ສະເໜີໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ.
ຍສໝ - ຕອນບ່າຍຂອງວັນທີ 10 ທັນວາ ທີ່ສຳນັກງານນາຍົກ, ພະນະທ່ານ ຫງວ໋ຽນ ຊົນຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸດຕິທຳ ແຫ່ງ ສປປ ລາວ.
ຍສໝ - ວັນທີ 10 ທັນວາ , ລັດຖະມົນຕີ ກະຊວງ ຍຸດຕິທຳ ແຫ່ງ ສປປ ລາວ ໄຊສີ ສັນຕິວົງ ພ້ອມຄະນະ ໄດ້ ຢ້ຽມຢາມ ແລະ ເຮັດວຽ ກັບ ສະຖາບັນ ຍຸດຕິທຳ ຫວຽດນາມ.
ໃນວັນທີ 10 ທັນວາ 2018 ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມສາມັນ ປະຈຳປີ ຄັ້ງທີ XXVIII ຂຶ້ນ ທີ່ນະຄອນຫລວງວຽງຈັນ ເຊິ່ງຝ່າຍລາວ ນຳໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດ ນາມນຳໂດຍ ທ່ານ ເລ ຮວ່າຍ ຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ, ມີບັນ ດາຮອງເຈົ້າແຂວງ ທີ່ມີຊາຍແດນຕິດຈອດຂອງສອງປະເທດ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ຕອນບ່າຍຂອງວັນທີ 8 ທັນວາ ຢູ່ ຄ້າຍທະຫານຊາຍແດນ ດ່ານສາກົນ ນຳ້ກັ່ນ ( ທະຫານຊາຍແດນ ແຂວງເຫງະອານ) ໄດ້ຈັດຕັ້ງກວດກາ, ປິດຊຸດຝຶກອົບຮົມພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນ, ບຸກຄະລາກອນ ຢູ່ເຂດຊາຍແດນ ດ່ານສາກົນນຳ້ກັ່ນ ປີ 2018.
ໃນທ້າຍອາທິດທີ່ຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ສະພາຄຸ້ມຄອງວິຊາຊີບປິ່ນປົວ, ກະຊວງສາທາລະນະສຸກ ໄດ້ຈັດ ກອງປະຊຸມ ເພື່ອປະກາດເລີ່ມດຳເນີນການຈັດຕັ້ງປະຕິບັດ ໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຍືນຍົງ ຂອງບພະຍາບານ ໃນ ສປປ ລາວ ດີຂຶ້ນກວ່າເກົ່າ. ກອງປະຊຸມ ຍັງມີການແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບຄວາມຄືບໜ້າ ແລະ ແຜນການໃນຕໍ່ໜ້າ.
ຕອນເຊົ້າຂອງວັນທີ 9 ທັນວາ, ຮອງປະທານກຳມະການປະຊາຊົນ ແຂວງ ຮ່າຕິ໋ງ ທ່ານ ເຢືອງ ເຕ໋ດຖັງ ໄດ້ໃຫ້ກຽດຕ້ອນຮັບ ຄະນະປະຕິບັດງານສະເພາະກິດ ແຫ່ງ ສປປ ລາວ ນຳໂດຍ ທ່ານຮອງລັດຖະມົນຕີ ກະຊວງ ຄົມມະນາຄົມ-ຂົນສົ່ງ ລາວ ວຽງສະຫັວນ ສີພັນດອນ ເປັນຜູ້ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກ ກ່ຽວກັບ ແຜນການພັດທະນາລວມ ໃນວຽກງານທ່າເຮືອ 1, 2, 3 ທ່າເຮືອກຳປັ່ນ ຫວຸ໋ງອ໋າງ ຮອດປີ 2040.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຄະນະພະນັກງານກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ໂດຍທ່ານ ບຸນນອງ ຈັນທະວົງ, ຮອງຜູ້ອໍານວຍການໃຫຍ່ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນໃນວຽກງານຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເຂົ້າໃນການເຄື່ອນໄຫວວິຊາການຢູ່ອົງການປະກັນສັງຄົມນະຄອນຮ່າໂນ້ຍ.
ວັນທີ 8 ທັນວາ, ຢູ່ນະຄອນດ້ຽນບຽນ (ແຂວງດ້ຽນບຽນ), ກະຊວງຖະແຫຼງຂ່າວ ແລະສື່ສານ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດພິທີໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ”. ນີ້ແມ່ນເຫດການທີ່ເປັນຂີດໝາຍ 56 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (1962-2018), ສະເຫຼີມສະຫຼອງ 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (1977-2018).
ຍສໝ - ຕອນເຊົ້າຂອງວັນທີ 8 ທັນວານີ້ ທີ່ ສະໂມສອນ ຫໍວັດທະນະທຳ ນັກຮຽນ ນະຄອນໂຮ່ຈີ໋ມິງ, ຄະນະຄຸ້ມຄອງຫໍພັກນັກສຶກສາລາວ ໄດ້ຈັດພິທີ ຍ້ອງຍໍຊົມເຊີຍ “ນັກຮຽນລາວ ແລະ ນັກຮຽນກຳປູເຈຍ ທີ່ດີເດັ່ນ ປີ 2018”
ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ນຳພາ ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕິ ໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານໄອຊີທີ ຂອງປະເທດອາຊຽນ ຄັ້ງທີ 18 ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້, ທີ່ເມືອງບາຫລີ ປະເທດອິນໂດເນເຊຍ ເພື່ອປຶກສາຫາລືວຽກງານປະຈໍາປີຂອງຂະແໜງການ ໄອຊີທີ ໃນປະເທດອາຊຽນ ພາຍໃຕ້ຫົວຂໍ້ ລະບົບຄວາມ ສົມດູນທາງດີຈິຕອນ ໃນອາ ນາຄົດ ເພື່ອການພັດທະນາຂອງອາຊຽນ.
ຕອນບ່າຍຂອງມື້ວານນີ້, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ ໄດ້ດໍາເນີນກອງປະຊຸມສາມ 3 ຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງຫວຽດນາມ, ລາວ, ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ.
ຍສໝ - ດ້ວຍຄວາມມຸ້ງມາດປາດຖະໜາອັນແຮງກ້າໃນການສິດສອນ, ສາວຄູ ແຂວງກວ້າງຈິ ອາສາສະໝັກ ມາຍັງແຂວງ ສະຫວັນນະເຂດ (ສປປ ລາວ) ສອນໜັງສື. ບັນດາຖັນແຖວຄູອາຈານ ຜ່ານຜ່າອຸປະສັກ ທາງດ້ານພາສາປາກເວົ້າທີ່ແຕກຕ່າງກັນ, ວັດທະນະທຳ ແລະ ວິຖີຊີວິດ... ເພື່ອເຮັດສຳເຫຼັດໜ້າທີ່ໃນດິນແດນປະເທດລາວອ້າຍນ້ອງ.
ວັນທີ 5 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຢ່າງເປັນທາງການ ແລະ ພົບປະສອງຝ່າຍ ກັບ ສົມເດັດ ອັກຄະມະຫາເສ ນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 5-6 ທັນວາ 2018.