![]() |
ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ປທສ.
ທ່ານ ທັນສະໄໝ ກົມມະສິດ ໄດ້ໃຫ້ຮູ້ວ່າ: ການຫັນເປັນທັນສະໄໝເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ສະແດງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວໄດ້ມີທິດໃຫ້ເລັ່ງຜັນຂະຫຍາຍການນຳໃຊ້ ICT ເຂົ້າໃນທຸກຂະແໜງການ ເພື່ອຫັນເປັນທັນສະໄໝ. ການຫັນເປັນທັນສະໄໝທາງດ້ານດິຈິຕອນແມ່ນ ການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ເຂົ້າເປັນກົນໄກສຳຄັນ ໃນການຂັບເຄື່ອນການປະຕິຮູບຂະບວນການຜະລິດ, ການດຳເນີນທຸລະກິດ, ການຄ້າ ການບໍລິການ, ການສຶກສາ, ສາທາລະນະສຸກ, ການບໍລິຫານລັດ, ລວມທັງກິດຈະກໍາທາງເສດຖະກິດ ແລະ ສັງຄົມອື່ນໆ. ເຊິ່ງນໍາໄປສູ່ການປະຕິຮູບພື້ນຖານຂອງການບໍລິການ, ການດຳເນີນທຸລະກິດ ແລະ ສ້າງມູນຄ່າເພີ່ມຂຶ້ນໃຫ້ແກ່ຜູ້ຊົມໃຊ້ ລວມທັງການປະຕິຮູບພື້ນຖານການຜະລິດ ເພື່ອກ້າວໄປສູ່ອຸດສະຫະກຳ 4.0 ເປັນຕົ້ນ ການນໍາໃຊ້ ICT (e-Government, IoT, Big Data, AI, ແລະ ອື່ນ) ເຂົ້າໃນທຸກຂະແໜງການຂອງລັດ ເພື່ອຮັບໃຊ້ປະຊາຊົນ ເຊັ່ນ ການຊຳລະພາສີອາກອນຕ່າງໆ ຜ່ານມືຖື, ຜ່ານເວັບໄຊ, ການສົ່ງເສີມໃຫ້ປະຊາຊົນໃຫ້ເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການ ຜ່ານທາງອິນເຕີເນັດ ແລະ ນຳໃຊ້ໄອຊີທີໃຫ້ເກີດຜົນປະໂຫຍດສູງສູດ.
![]() |
ບັນດາຜູ້ແທນໃນກອງປະຊຸມສຳມະນາ.
ການສຳມະນາຄັ້ງນີ້ ໄດ້ມີການເຜີຍແຜ່, ປະກອບສ່ວນຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ປະສົບການ ທາງດ້ານເຕັກໂນໂລຊີ ແລະ ນະໂຍບາຍ ໃນການຫັນເປັນດິຈິຕອນ, ຍົກໃຫ້ເຫັນ ສະພາບການຄຸ້ມຄອງນໍາໃຊ້ໄອຊີທີ, ແຜນຍຸດທະສາດການພັດທະນາໄອຊີທີ, ທິດທາງ ແລະ ແຜນການຫັນວຽກງານລັດຖະບານເປັນດິຈິຕອນ ຢູ່ ສປປ ລາວ, ສິ່ງທ້າທາຍດ້ານຄວາມປອດໄພທາງໄຊເບີໃນການສ້າງ ເສດຖະກິດດິຈີຕອນ ຢູ່ປະເທດ ແລະ ບັນຫາສຳຄັນອື່ນໆ.
(ແຫຼ່ງຂໍ້ມູນ: ຂປລ)