ຫວຽດນາມ-ລາວ ແລກປ່ຽນບົດຮຽນກ່ຽວກັບວິຊາການປະກັນສັງຄົມ

17:14 | 09/12/2018

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຄະນະພະນັກງານກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ໂດຍທ່ານ ບຸນນອງ ຈັນທະວົງ, ຮອງຜູ້ອໍານວຍການໃຫຍ່ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນໃນວຽກງານຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເຂົ້າໃນການເຄື່ອນໄຫວວິຊາການຢູ່ອົງການປະກັນສັງຄົມນະຄອນຮ່າໂນ້ຍ.

ຫວຽດນາມ-ລາວ ແລກປ່ຽນບົດຮຽນກ່ຽວກັບວິຊາການປະກັນສັງຄົມ

ການນໍາອົງການປະກັນສັງຄົມນະຄອນຮ່າໂນ້ຍ ຕ້ອນຮັບ ແລະເຮັດວຽກກັບກອງທຶນອຸປະກາລະສັງຄົມແຫ່ງຊາດລາວ. (ພາບ: laodongthudo.vn)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນດຶກຮວ່າ, ຜູ້ອໍານວຍການອົງການປະກັນສັງຄົມນະຄອນຮ່າໂນ້ຍ ເນັ້ນໜັກວ່າ, ອົງການປະກັນສັງຄົມນະຄອນຮ່າໂນ້ຍ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ກ່ຽວກັບບັນດາບົດຮຽນໃນການຜັນຂະຫຍາຍໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວວິຊາການ, ປະກອບສ່ວນຊຸກຍູ້ພາລະກິດຮັບປະກັນຊີວິດສັງຄົມຂອງສອງປະເທດ.

ຫວຽດນາມ-ລາວ ແລກປ່ຽນບົດຮຽນກ່ຽວກັບວິຊາການປະກັນສັງຄົມ

ຄະນະພະນັກງານກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ຢ້ຽມຊົມພາກສ່ວນ “ປະຕູດຽວ” ຂອງອົງການປະກັນສັງຄົມນະຄອນຮ່າໂນ້ຍ. ພາບ: laodongthudo.vn.

ທ່ານ ບຸນນອງ ຈັນທະວົງ ໃຫ້ຮູ້ວ່າ, ປັດຈຸບັນ, ກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ມີຜູ້ເຂົ້າຮ່ວມກວ່າ 300.000 ຄົນ ແລະມີຜູ້ຊົມໃຊ້ການປະກັນສຸຂະພາບປະມານ 6.930 ຄົນ. ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຂອງກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ຍັງມີຂໍ້ຈໍາກັດ, ພຽງແຕ່ມີບາງບ່ອນນຳໃຊ້ເຄືອຂ່າຍອິນເຕີແນັດເຂົ້າໃນການປະຕິບັດງານ, ສ່ວນຍັງເຫຼືອຕົ້ນຕໍແມ່ນປະຕິບັດໂດຍກົງ .

ດ້ວຍເຫດນັ້ນ, ຜ່ານການຢ້ຽມຢາມ ແລະເຮັດວຽກຄັ້ງນີ້, ຄະນະຈະຖອດຖອນບົດຮຽນຫຼາຍຢ່າງເພື່ອຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ໜູນຊ່ວຍໃຫ້ແກ່ການເຄື່ອນໄຫວວິຊາການຢູ່ກອງທຶນອຸປະກາລະສັງຄົມແຫ່ງຊາດລາວ ຢ່າງມີປະສິດທິຜົນ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

ເຫດການ