ວັນບຸນ “ນ້ຳໃຈມິດຕະພາບ ແລະ ໄມຕີຈິດແບບພິເສດຫວຽດນາມ - ລາວ”

09:00 | 09/12/2018

ວັນທີ 8 ທັນວາ, ຢູ່ນະຄອນດ້ຽນບຽນ (ແຂວງດ້ຽນບຽນ), ກະຊວງຖະແຫຼງຂ່າວ ແລະສື່ສານ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດພິທີໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ”. ນີ້ແມ່ນເຫດການທີ່ເປັນຂີດໝາຍ 56 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (1962-2018), ສະເຫຼີມສະຫຼອງ 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (1977-2018).

ວັນບຸນ “ນ້ຳໃຈມິດຕະພາບ ແລະ ໄມຕີຈິດແບບພິເສດຫວຽດນາມ - ລາວ”

ພິທີເປີດງານວາງສະແດງຮູບພາບ ຫວຽດນາມ-ລາວ.

ກ່າວຄໍາເຫັນໄຂວັນບຸນ, ທ່ານ ຮວ່າງຫວີງບ໊າວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ, ຫົວໜ້າຄະນະຊີ້ນຳວັນບຸນ ເນັ້ນໜັກວ່າ: ນີ້ແມ່ນວັນບຸນຂອງພໍ່ແມ່ປະຊາຊົນບັນດາແຂວງຊາຍແດນ, ແມ່ນໂອກາດເພື່ອເພີ່ມທະວີການເຄື່ອນໄຫວວຽກງານຖະແຫຼງຂ່າວກັບຕ່າງປະເທດຢູ່ເຂດຊາຍແດນ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ ແລະພໍ່ແມ່ປະຊາຊົນຢູ່ເຂດຊາຍແດນກ່ຽວກັບສະຕິ, ຄວາມຮັບຜິດຊອບໃນວຽກງານຄຸ້ມຄອງ. ວັນບຸນຍັງແມ່ນໂອກາດເພື່ອເຊື່ອມຕໍ່ການແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດພາຍໃນປະເທດກັບແຂວງດ້ຽນບຽນ, ປະກອບສ່ວນຊຸກຍູ້ເສດຖະກິດທ້ອງຖິ່ນໃນກິດຈະການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ.

ວັນບຸນ “ນ້ຳໃຈມິດຕະພາບ ແລະ ໄມຕີຈິດແບບພິເສດຫວຽດນາມ - ລາວ”

ມີຫຼາຍກິດຈະກຳ ກໍ່ຄື ຫ້າງຮ້ານເຂົ້າວາງສະແດງເພື່ອໂຄສະນາ ດ້ານວັດທະນະທຳ.

ທີ່ພິທີ, ຜູ້ຕາງໜ້າການນຳສະຖານທູດລາວ ປະຈຳ ຫວຽດນາມ, ການນຳຄະນະກຳມະການປະຊາຊົນແຂວງດ້ຽນບຽນ ພ້ອມກັນຢັ້ງຢືນວ່າສາຍພົວພັນມິດຕະພາບ ຫວຽດນາມ - ລາວ ເປັນແບບຢ່າງພົ້ນເດັ່ນທີ່ຫາຍາກກ່ຽວກັບຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ຄວາມສັດຊື່ບໍລິສຸດ, ໂປ່ງໃສ ແລະເຕັມໄປດ້ວຍປະສິດທິຜົນລະຫວ່າງສອງປະເທດ ໃນການຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບ ແລະຄວາມກ້າວໜ້າສັງຄົມ.

ວັນບຸນ “ນ້ຳໃຈມິດຕະພາບ ແລະ ໄມຕີຈິດແບບພິເສດຫວຽດນາມ - ລາວ”

ບັນດາຜູ້ແທນຢ້ຽມຊົມກິດຈະກຳວັດທະນະທຳຂອງ ຊົນເຜົ່າມົ້ງໃນງານ.

ວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ” ດໍາເນີນໃນລະຫວ່າງວັນທີ 8-9 ທັນວາ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.