ຍສໝ - ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019 ຈະດຳເນີນໄປແຕ່ວັນທີ 17 ພຶດສາພາ 2019.
ຍສໝ - ໃນ 2 ວັນ (11-12 ພຶດສະພາ), ຢູ່ ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕູມ ໄດ້ຈັດງານ "ການພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝລັ່ງເສດ", ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ ນັກຮຽນ ຫຼາຍກວ່າ 40 ຄົນ, ຈາກປະເທດ: ລາວ, ກໍາປູເຈຍ, ຝຣັ່ງ ແລະ ນັກຮຽນ ຫວຽດນາມມາຈາກຫລາຍໂຮງຮຽນ.
ໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດ ລ້ອມຂອງສັດຕູ ຄົບຮອບ 60 ປີ (18/5/1959-18/5/2011) ຄໍລຳປະຈຳວັນນີ້ ຂໍນຳສະເໜີມູນ ເຊື້ອວັນສຳຄັນດັ່ງກ່າວ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນຳໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ເຊິ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື ໄດ້ຮັບຄວາມປະລາໄຊຢ່າງຕໍ່ ເນື່ອງໃນການດຳເນີນກົນອຸບາຍ ຫລອກເສືອອອກຈາກຖ້ຳ ແລະ ກົນອຸບາຍ ຫັນປ່ຽນໂດຍສັນຕິ ພວກເຂົາໄດ້ຕັດສິນໃຈໂຄ່ນລົ້ມລັດຖະບານປະສົມ ຈີກສັນຍາວຽງຈັນ ໃຊ້ຄວາມຮຸນແຮງຝືນປະຕິວັດດ້ວຍກຳລັງອາວຸດ ເພື່ອຫວັງດັບສູນກຳລັງປະຕິວັດ ພວກເຂົາໄດ້ອອກຄຳສັ່ງໃຫ້ລູກມືໃນທຸກເຂດແຂວງ ອອກແຮງປາບປາມກຳລັງຮັກຊາດ ຢ່າງໂຫດຮ້າຍປ່າເຖື່ອນ ພ້ອມດຽວກັນນີ້ ກໍດຳເນີນການປິດລ້ອມນາບຂູ່ ແລະ ຈັບກຸມຄຸມຂັງ ຜູ້ນຳຂອງແນວລາວຮັກຊາດ.
ຍສໝ - ວັນທີ 13 ພຶດສະພາ, ຢູ່ ກະຊວງ ກະສິກຳ-ປ່າໄມ້ ລາວ ນະຄອນຫຼວງວຽງຈັນ, ບໍລິສັດ ປະກອບເຄື່ອງຈັກ ແລະ ບໍລິການ ດ້ານເຕັກໂນໂລຊີຂັ້ນສູງ ຈຳກັດ TE (TE-FOOD) ຂອງຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳ ກັບ ກົມລ້ຽງສັດ ແລະ ປະມົງ, ກະຊວງກະສິກຳ-ປ່າໄມ້ ກ່ຽວກັບໂຄງການຊ່ວຍເຫຼືອໃນການສ້າງລະບົບ “ ການຄຸ້ມຄອງ ແລະ ຂ່າວສານໃນການຕ້ານພະຍາດຕິດແປດຮີບດ່ວນ” ຜ່ານລະບົບເຄືອຄ່າຍ ໂທລະສັບມືຖື.
ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຈະເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019.
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນສັນຍາກູ້ຢືມເງິນ ຈຳນວນ 20 ລ້ານໂດລາສະຫະລັດ ຈາກສະມາຄົມ ເພື່ອການ ພັດທະນາ ສາກົນ (IDA) ເພື່ອປະຕິບັດໂຄງການ ປັບປຸງຄຸ້ມຄອງ ລະບົບການເງິນແຫ່ງລັດ ເປັນທັນສະໄໝ (E-FITS) ໂດຍມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ເປັນຜູ້ຮ່ວມລົງນາມເຊັນສັນຍາ.
ຍສໝ - ໃນລະຫວ່າງແຕ່ວັນທີ 11-12 ພຶດສະພາ 2019, ໂຮງຮຽນສາຂາມະຫາວິທະຍາໄລດ່າໜັງທີ່ກອນຕູມ ໄດ້ຈັດລາຍການພົບປະແລກປ່ຽນນັກສຶກສາສາກົນຫວຽດນາມ-ລາວ-ກໍາປູເຈຍ-ຝລັ່ງ.
ຍສໝ - ໃນ ວັນທີ 9 ພຶດສະພາ, ຢູ່ ພະແນກພົວພັນຕ່າງປະເທດ, ຄະນະຊີ້ນໍາວຽກງານຊາຍແດນລາວ - ຫວຽດນາມຂອງ ແຂວງ ດ້ຽນບ່ຽນ ໄດ້ມີການເຮັດວຽກພົບກັບຄະນະຊີ້ນໍາວຽກງານຊາຍແດນລາວ - ຫວຽດນາມ ກັບ ສອງແຂວງ: ແຂວງຫຼວງພະບາງ ແລະ ຜົ້ງສາລີ (ສປປລາວ). ຝ່າຍຫວຽດນາມມີ ທ່ານ ເລ ແທ່ງ ໂດ, ສະມາຊິກຄະນະກໍາມະການປະຈໍາແຂວງ, ຮອງເຈົ້າແຂວງ, ຫົວຫນ້າຄະນະຊີ້ນໍາວຽກງານ ຊາຍແດນລາວ - ຫວຽດນາມແຂວງ ດ້ຽນບ່ຽນ, ແລະ ຜູ້ນໍາຂອງບັນດາພະແນກການທີ່ກ່ຽວຂ້ອງ.
ຍສໝ - ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຈັດພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ 6 ຊຸດທີ່ໄດ້ເສຍສະຫຼະຊີວິດຢູ່ລາວ.
ຍສໝ - ໃນເມື່ອວັນທີ 15 ເດືອນມັງກອນ ປີ 2019, ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດ ສສ ຫວຽດນາມໄດ້ມີການພົບປະກັບທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຢູ່ສຽມຣຽບ, ກໍາປູເຈຍ.
ຍສໝ - ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2019, ທີ່ຕາແສງພົນສະຫວັນ, ແຂວງຊຽງຂວາງ, ປະເທດລາວ, ຄະນະປະຕິບັດງານພິເສດແຂວງເງ້ອານ ແລະ ແຂວງຕ່າງໆຂອງ ລາວ ໄດ້ມີການພົບປະເຈລະຈາ, ເຊັນເອກະສານມອບຮັບ, ກະກຽມສົ່ງອັດຖິທະຫານອາສາສະໝັັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ 98 ຊຸດ ກັບຄືນປະເທດ.
ຍສໝ - ໃນວັນທີ 11 ພຶດສະພາ 2019, ທີ່ແຂວງຫົວພັນ ສປປ ລາວ, ຄະນະຊີ້ນໍາ 515 ແຂວງແທງຮວ໋າ ແລະ ຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ຈັດພິທີມອບຮັບ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 18 ຊຸດ ກັບຄືນປະເທດ.
ຍສໝ - ເມື່ອມໍ່ໆມານີ້, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບສະພາກາແດງແຂວງລົງມືກໍ່ສ້າງເຮືອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ເມືອງສະໝ້ວຍ, ແຂວງສາລະວັນ ສປປ ລາວ.
ຍສໝ - ໃນຂອບເຂດງານສັບປະດາວັດທະນະທໍາລາວ ປະຈໍາປີ 2018 ທີ່ ຫວຽດນາມ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ທີ່ໄດ້ຮ່ວມກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ພ້ອມອໍານາດການປົກຄອງແຂວງເຊີນລາໄດ້ຈັດຕັ້ງລາຍການສະແດງສິນລະປະຂອງ ຄະນະສິນລະປະກອນແຫ່ງຊາດລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 9 ພຶດສະພາ, ຢູ່ສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ບາຢົກ, ແຂວງ ກວາງບີ່ງ, ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບ ລາວ ກັບຄືນປະເທດ.
ໂຮງໝໍເຊດຖາທິຣາດ ຮ່ວມກັບມະຫາວິທະຍາໄລຂອນແກ່ນປະເທດໄທ ຈັດກອງປະຊຸມວິຊາການ ຄັ້ງທີ I ພາຍໃຕ້ຫົວຂໍ້ “ການບໍລິການຢ່າງຮີບດ່ວນໃນພາວະເສັ້ນເລືອດສະໜອງຕີບ ຫຼື ອຸດຕັນ ກະທັນຫັນ ຕາມລະບົບການບໍລິການຂອງມະຫາວິທະຍາໄລຂອນແກ່ນສູ່ວຽງຈັນ” ຈັດຂຶ້ນວັນທີ 9 ພຶດສະພາ 2019 ທີ່ໂຮງໝໍເຊດຖາທິຣາດ.
ກົມຄື້ນຄວາມຖີ່ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈັດສຳມະນາກ່ຽວກັບການກະກຽມຄວາມພ້ອມເພື່ອກ້າວໄປສູ່ຍຸກ 5 ຈີ ຂຶ້ນວັນທີ 9 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊລືຊາ ອິນສີຊຽງໃໝ່ ຫົວໜ້າກົມຄື້ນຄວາມຖີ່ ມີຜູ້ຕາງໜ້າຈາກພາກລັດ ແລະ ບໍລິສັດທີ່ໃຫ້ການບໍລິການດ້ານໂທລະຄົມມະນາຄົມເຂົ້າຮ່ວມ.
ຍສໝ - ໄຊຊະນະດ້ຽນບຽນຟູ ບໍ່ພຽງແຕ່ໄຊຊະນະແຫ່ງກອງທັບຫວຽດນາມ ແລະ ປະຊາຊົນຫວຽດນາມ, ຫາກຍັງແມ່ນໄຊຊະນະແຫ່ງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍອີກດ້ວຍ, ເປັນພັນທະມິດໃນການຕໍ່ສູ້ ແລະ ຮ່ວມສູ້ຮົບໃນຂຸມຕະຄອງດຽວກັນ.
ຍສໝ - ຄະນະໂຄສະນາສຶກສາ ສູນກາງພັກຄອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປັນເອກກະພາບໃນການເພີ່ມທະວີວຽກງານການໂຄສະນາເຜີຍແຜ່, ຕໍ່ສູ້, ຕ້ານແນວຄິດກໍ່ຄືທັດສະນະອັນບໍ່ຖຶກຕ້ອງ ແລະ ເປັນປໍລະປັກ; ຍູ້ແຮງການຮ່ວມມືດ້ານວຽກງານໂຄສະນາອົບສຶກສາ, ຮ່ວມມື ດ້ານວິທະຍາສາດເຕັກນິກ, ປະສານສົມທົບໃນວຽກງານການກໍ່ສ້າງ, ອົບຮົມພະນັກງານ.
ຍສໝ - ໃນຕອນບ່າຍຂອງວັນທີ 7 ພຶດສະພາ 2019, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນທຸຍຮ່ຽນ, ຮອງປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄູນ ຜາສຸກ ຜູ້ພິພາກສາ ສານປະຊາຊົນສູງສຸດ, ຫົວໜ້າຄະນະສານປົກຄອງຂອງສານປະຊາຊົນສູງສຸດລາວ.