ຫວຽດນາມ-ລາວ: ແບ່ງປັນບົດຮຽນຄຸ້ມຄອງລັດກ່ຽວກັບວຽກງານພາຍໃນ
ຍສໝ - ເມື່ອມໍ່ໆມານີ້, ທີ່ ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ແລະ ກະຊວງພາຍໃນ ລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາແລກປ່ຽນບົດຮຽນການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນຫວຽດນາມ-ລາວ.
ຍສໝ - ເມື່ອມໍ່ໆມານີ້, ທີ່ ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ແລະ ກະຊວງພາຍໃນ ລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາແລກປ່ຽນບົດຮຽນການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນຫວຽດນາມ-ລາວ.
ຍສໝ - ຫວ່າງແລ້ວນີ້, ຢູ່່ນະຄອນຫຼວງວຽງຈັນ ສປປ ລາວ, ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ຈັດຕັ້ງເວທີປາໄສແລກປ່ຽນກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດ ໂຮ່ ຈີ໋ ມິງ ສໍາລັບຄົນລຸ້ນໜຸ່ມ ຂອງ ລາວ.
ຍສໝ - ໃນຕອນບ່າຍ ວັນທີ 9 ກໍລະກົດ, ຢູ່ແຂວງ ກ໋ວາງ ນິງ ໄດ້ຈັດຕັ້ງ ການພົບປະເຈລະຈາແລກປ່ຽນສະພາບການ ແລະ ເຮັດວຽກ ເພື່ອຮັບປະກັນຄວາມປອດໄພຂອງເສັ້ນຊາຍແດນຫວຽດນາມ - ລາວໃນປີ 2018, ພ້ອມກັນນັ້ນ ໄດ້ເອກະພາບໜ້າທີ່ໃນປີ 2019 ລະຫວ່າງຄະນະຜູ້ແທນ ຕໍາຫຼວດ ເມືອງ ໂບ໋ ແຈ້ງ, ມິງ ຫ໋ວາ, ກ໋ວາງ ນິງ ແລະ ຄະນະປ້ອງກັນ ຄວາມສະຫງົບ ເມືອງບົວລະພາ, ແຂວງ ຄໍາມ່ວນ, ລາວ.
ພິທີຖະແຫຼງຂ່າວການແຂ່ງຂັນກີລາລົດໃຫຍ່ ອ໊ອບໂຣດນາໆຊາດ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ຄັ້ງທີ l ຈັດຂຶ້ນວັນທີ 5 ກໍລະກົດ 2019 ຢູ່ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ໂດຍມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງ ສສກ ຮອງປະທານ ຄອລ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງ ສສກ ຮອງປະທານ ແລະ ເລຂາທິການ ຄອລ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມໜ້າກີລາລະດັບສູງ ກະຊວງ ສສກ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການ ເຄື່ອນໄຫວປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການປະຈຳ 6 ເດືອນທ້າຍ ປີ 2019 ຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ສຳນັກງານນາຍົກລັດຖະມົນຕີ.
ເມື່ອມໍ່ໆມານີ້, ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງນອງ ແຂວງສະຫວັນນະເຂດ ທາງຄະນະທິມງານ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສ.ສ ຫວຽດນາມ ເຊິ່ງນໍາໂດຍ ທ່ານ ພັທ ເຈິ່ນ ຕ່ວນ ແອັ໋ງ ຮອງກອງບັນຊາການທະຫານຊາຍແດນ ແລະ ທິມງານຈຳນວນ 6 ສະຫາຍ ແລະ ໃຫ້ກຽດຕ້ອນຮັບໂດຍ ທ່ານແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ, ມີຄະນະຫ້ອງການ, ຫົວໜ້າຫ້ອງການ, ຫົວໜ້າ ປກສ,ປກຊ ເຂົ້າຮ່ວມ.
ຍສໝ - ໃນວັນທີ 9 ກໍລະກົດ 2019, ຄະນະຜູ້ແທນຂອງອົງການໄອຍະການປະຊາຊົນ ແຂວງ ຫົວພັນ ໄດ້ນຳພາໂດຍທ່ານ ກິ່ງເພັດ ບົວລະພັນ, ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກນຳອົງການໄອຍະການປະຊາຊົນ ແຂວງ ແທັງຮ໊ວາ.
ຍສໝ - ໃນວັນທີ 8 ກໍລະກົດ, ຢູ່ສູນການຄ້າ ລາວ-ໄອເຕັກ ໄດ້ຈັດຕັ້ງງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ປະຈຳປີ 2019 ໄຂຂຶ້ນເປັນທາງການ. ເຂົ້າຮ່ວມພິທີໄຂງານວາງສະແດງ ມີ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະບໍລິຫານສະມາຄົມເຟີນີເຈີ (ສຟລ) ຫົວໜ່ວຍທຸລະກິດ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນຕອນບ່າຍຂອງວັນທີ 9 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຕ້ອນຮັບ ທ່ານ ຄໍາໝັ້ນ ສູນວິເລີດ, ລັດຖະມົນຕີກະຊວງພາຍໃນ ສປປ ລາວ.
ໃນປັດຈຸບັນໄດ້ມີບຸກຄົນອ້າງຊື່ ສຳນັກຂ່າວສານປະເທດລາວ ໄປສ້າງເປັນໜ້າຂ່າວອອນລາຍໃນເຟສບຸກ (Facebook) ໂດຍໃສ່ນາມຕົນເອງວ່າ: ຂ່າວສານປະເທດລາວ ເຊິ່ງເຟສນີ້ບໍ່ມີສ່ວນກ່ຽວຂ້ອງກັບສຳນັກຂ່າວສານປະເທດລາວ ແຕ່ປະການໃດ.
ຍສໝ - ທ້າຍອາທິດທີ່ຜ່ານມາ, ຢູ່ທີ່ ສະຖານກົງສຸນ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 460 ກິໂລແມັດ ໄປທາງພາກໃຕ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ຫງວ໋ຽນ ບ໋າ ຮຸ່ງ ໄດ້ມີການພົບປະກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ແລະ ນັກທຸລະກິດຫວຽດນາມ ລົງທຶນ ຢູ່ ແຂວງສະຫວັນນະເຂດ. ເຂົ້າຮ່ວມກອງປະຊຸມພົບປະຄັ້ງນີ້ມີ ຕາງຫນ້າພໍ່ແມ່ປະຊາຊົນຊາວຫວຽດນາມ ແລະ ບັນດານັກທຸລະກິດຫວຽດນາມ. ທ່າານກົງສຸນໃຫຍ່ ຫວຽດນາມ ຫວູ໋ ແອັງ ຢຸງ ເຂົ້າຮ່ວມກອງປະຊຸມເຊັ່ນກັນ.
ຍສໝ - ໃນວັນທີ 8 ກໍລະກົດ 2019 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂດມິນິກ ໂກ (Dominic goh) ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ຍສໝ - ຄະນະຜູ້ແທນ ແຂວງດົ່ງຖາບ ໂດຍທ່ານ ຟ້າມ ທ້ຽນ ເຫງຍ, ຮອງປະທານ ຄະນະກໍາມະການປະຊາຊົນ ແຂວງ ໄດ້ນຳພາຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ສປປ ລາວ. ໂດຍຝ່າຍແຂວງຈຳປາສັກ ໂດຍ ທ່ານ ບຸນທອງ ສີວິໄຊ - ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ, ສປປ ລາວ ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.
ຍສໝ - ເມື່ອມໍ່ໆມານີ້, ທີ່ສະຖາບັນພົວພັນການຕ່າງປະເທດຫວຽດນາມ, ໄດ້ຈັດພິທີມອບ-ຮັບໃບປະກາດ ລະບົບປະລິນຍາຕີຊຸດທີ່ 1 ຫລຸ້ນ ທີ 42 ໃນນັ້ນມີນັກສຶກສາລາວຈຳນວນ 18 ຄົນ.
ຍສໝ - ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2019, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິງ ເຕິນ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2019, ທີ່ນະຄອນຫລວງວຽງຈັນ ສປປ ລາວ ໄດ້ດຳເນີນກອງປະຊຸມການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກຳລັງຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ແລະ ກຳລັງຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ລາວ ຄັ້ງທີ 10.
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສູນການຄ້າສາກົນ ເປີດໂຄງການ ສົ່ງເສີມ ການພັດທະນາ ການຄ້າແບບຍືນຍົງ ໃນ ສປປ ລາວ ຂຶ້ນໃນວັນທີ 9 ກໍລະກົດ 2019 ທີ່ນະຄອນຫລວງ ວຽງຈັນ, ເພື່ອສ້າງ ຄວາມສາມາດ, ສ້າງຄວາມເຂັ້ມແຂງ ໃນການພັດທະນາ ຫລັກສູດ ຜູ້ປະກອບການ ສະໜອງ ການຊ່ວຍເຫລືອ ດ້ານວິຊາການ ໃຫ້ແກ່ຜູ້ປະກອບການ ທຸລະກິດ ຂະໜາດນ້ອຍ ແລະ ກາງ, ໂດຍສົ່ງເສີມ ຄວາມຮູ້ ພ້ອມເຕັກນິກ ໃນການຈັດຕັ້ງ ໃນການ ເຮັດທຸລະກິດ.
ຍສໝ - ໃນວັນທີ 9 ກໍລະກົດ, ຢູ່ທີ່ ດ່ານຊາຍແດນ ນຳ້ແລ້ງ (ເມືອງ ສົກກົບ, ແຂວງ ເຊີນລາ ແລະ ແຂວງ ຫົວພັນ (ສປປ ລາວ) ໄດ້ຈັດພິທີເປີດ ຄູ່ດ່ານຊາຍແດນ ນຳ້ແລ້ງ (ສສ ຫວຽດນາມ) ແລະ ເມືອງ ເປີ (ເມືອງເມືອງຊອນແຂວງຫົວພັນ, ສປປ ລາວ).
ທົ່ວປະເທດມີຜູ້ເປັນໄຂ້ຍຸງລາຍ 10.778 ກໍລະນີ ເສຍຊີວິດ 25 ກໍລະນີ ໃນນີ້ ສະເພາະຢູ່ນະຄອນຫຼວງວຽງຈັນ 6 ເດືອນຕົ້ນປີ ມີຕົວເລກສະສົມທັງໝົດ 1.978 ກໍລະນີ ເສຍຊີວິດ 6 ກໍລະນີ. ອີງຕາມການລາຍງານຂອງກະຊວງສາທາລະນະສຸກ ໄດ້ລາຍງານຕົວເລກກໍລະນີ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ໃນທົ່ວປະເທດ ໃນວັນທີ 4 ກໍລະກົດ 2019 ມີຈຳນວນເພີ່ມຂຶ້ນເປັນ 10.990 ກໍລະນີ ແລະ ເສຍຊີວິດ 25 ກໍລະນີແລ້ວ, ສະເພາະຕົວເລກຜູ້ທີ່ມີເຊື້ອໄຂ້ຍຸງລາຍ ຢູ່ ນະຄອນຫລວງວຽງຈັນ ມີ 1.978 ຄົນ ແລະ ເສຍຊີວິດ 6 ຄົນ. ສຳລັບຄົນເຈັບທີ່ໄດ້ເຂົ້າມາປິ່ນປົວຢູ່ທີ່ໂຮງໝໍເສດຖາທິລາດ ມີ 298 ຄົນ ແລະ ຍັງບໍ່ທັນມີຕົວເລກທີ່ເສຍຊີວິດ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາແມ່ນເພີ່ມຂຶ້ນ 123 ຄົນ.
ໃນທ້າຍອາທິດທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ປກສ, ປກຊ ລາວ ແລະ ຫວຽດນາມ ກ່ຽວກັບ ການປະສານສົມທົບຄຸ້ມຄອງປ້ອງກັນຊາຍແດນ ແລະ ເອກະພາບເນື້ອໃນງານພົບປະມິດຕະພາບຊາຍແດນ ລາວ-ຫວຽດນາມ ປະຈໍາປີ 2019.