ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.
ຍສໝ - ໃນກອງປະຊຸມລັດຖະບານເປັນປະຈຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດ Covid-19, ໃນວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີ ແກ່ຍາວເວລາແຍກຫ່າງ ໃນສັງຄົມຢູ່ບາງທ້ອງຖິ່ນ, ໃນນັ້ນມີ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງຮ່າໂນ້ຍ.
ໃນໂອກາດຖະແຫຼງຂ່າວກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ ສປປ ລາວເມື່ອວັນທີ15ເມສາ2020ທີ່ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ,ທ່ານທອງລຸນສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວໄດ້ກ່າວວ່າ:ລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽນແປງແນວໃດ ຈຶ່ງແຈ້ງຕາມທີ່ຫຼັງ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.
ຍສໝ - ວັນທີ 14 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຈະເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບການປ້ອງກັນພະຍາດ COVID-19, ໃນຮູບແບບການປະຊຸມອອນລາຍ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ ຕໍ່ການສະໜັບສະໜູນອັນລ້ຳຄ່າ ແລະ ແທດກັບຕົວຈິງ, ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ໃນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ພາຍໃນປະເທດ ໃນຊ່ວງແລ້ວນີ້.
ຍສໝ - ວັນທີ 08 ເມສາ, ອົງການອະນາໄມໂລກ (WHO) ໄດ້ຈັດກອງປະຊຸມອອນລາຍ ບັນດາລັດຖະມົນຕີກະຊວງສາທາລະນະສຸກ ພາກພື້ນປາຊີຟິກຕາເວັນຕົກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານຂອງລັດຖະບານຫວຽດນາມ ເຖິງກອງປະຊຸມດັ່ງກ່າວ.
ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມທາງໄກ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19.
ຍສໝ - ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae In ໄດ້ຕີລາຄາສູງ ຫວຽດນາມ ໃນການຄວບຄຸມສະພາບການລະບາດຂອງພະຍາດ Covid-19 ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ປະກາດຄຳສັ່ງເລກທີ 16 ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ທຸກຄົນຕ້ອງປະຕິບັດການແຍກຕົວພາຍໃນ 15 ວັນນັບແຕ່ເວລາ 1:00 ໂມງຂອງວັນທີ 1/4 ຕາມຫຼັກການແຍກຕົວ ຄອບຄົວ ຈາກ ຄອບຄົວ ແລະ ຕາແສງ ຈາກ ຕາແສງ.
ກະຊວງການຕ່າງປະເທດ ໄດ້ນຳເອົາຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເພື່ອໃຫ້ຮັບຊາບ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.
ຍສໝ - ວັນທີ 26 ມີນາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ ໄດ້ປະກາດວ່າ ປະເທດລາວ ກຳລັງປະເຊີນກັບສະຖານະການສຸກເສີນ, ຍ້ອນການກວດພົບການລະບາດ Covid-19 ໃນທົ່ວປະເທດ.
ຍສໝ - ຈາກການປະຕິບັດຄວບຄຸມພະຍາດທີ່ດີຂອງ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ແບ່ງປັນກັບບັນດາຜູ້ນຳ G20 ຫຼາຍມາດຕະການກ່ຽວກັບການຊຸກຍູ້ຮ່ວມມື ແລະ ການປະຕິບັດຮ່ວມກັນໃນການຮັບມືກັບ COVID-19.
ຍສໝ - ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງສາທາລະນະສຸກໄປໜູນຊ່ວຍລາວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.
ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກ Andrej Babis ເພື່ອປຶກສາຫາລືບາງມາດຕະການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.
ວັນທີ 23 ມີນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາສະຖານທີ່ຮອງຮັບໃນກໍລະນີສົງໄສວ່າມີຜູ້ຕິດເຊື້ອພະຍາດ Covid-19.
ຍສໝ - ໃນກອງປະຊຸມປະຈຳກ່ຽວກັບສະພາບການລະບາດຂອງ Covid-19 ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງປະຊາຊົນທັງໝົດ ຈົ່ງມີຄວາມປະສານສົມທົບໃນການຕ້ານການລະບາດ Covid – 19.
ຍສໝ - ໂດຍປະເຊີນໜ້າກັບສະພາບການທີ່ສັບສົນຂອງພະຍາດ COVID-19, ໃນວັນທີ 19 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງຜູ້ນຳບັນດາປະເທດອາຊຽນ ແລະ ຜູ້ນຳປະເທດນິວຊີແລນ.
ຍສໝ - ມາຮອດປະຈຸບັນ ມີ 17 ຫົວຫນ່ວຍຈົດທະບຽນ ສະຫນັບສະຫນູນດ້ວຍຈຳນວນເງິນກວ່າ 235 ຕື້ດົ່ງ (ປະມານ 10 ລ້ານ USD) , ໃນນັ້ນ ທົ່ວຂະແຫນງທະນາຄານ ສະຫນັບສະຫນູນ ປະມານ 6 ລ້ານ USD. ທ່ານນາງ ເຈືອງທິງອກແອັງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ແນວໂຮມປະເທດຊາດ ຈະນຳໃຊ້ແຫລ່ງເງິນບໍລິຈາກດັ່ງກ່າວໃຫ້ມີປະສິດທິຜົນ.