ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສ.ອິນເດຍ

16:33 | 13/06/2020

ໃນຕອນແລງຂອງວັນທີ 12 ມິຖຸນາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບ ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ການສ ນທະນາທາງໂທລະສ ບ ລະຫວ າງ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ແລະ ສ ອ ນເດຍ ສ.ອາເມລິກາ ມອບອຸປະກອນການແພດ ໃຫ້ ສປປ ລາວ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19
ການສ ນທະນາທາງໂທລະສ ບ ລະຫວ າງ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ແລະ ສ ອ ນເດຍ ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ
ການສ ນທະນາທາງໂທລະສ ບ ລະຫວ າງ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ແລະ ສ ອ ນເດຍ

ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສ.ອິນເດຍ.

ໃນການສົນທະນາດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາ ຜ່ານທາງໂທລະສັບ ກັບ ທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ພາຍຫລັງທີ່ ໄດ້ພົບກັບທ່ານ ໃນປີ 2018 ເວລາເຂົ້າຮ່ວມກອງ ປະຊຸມສຸດຍອດ ອາຊຽນ-ອິນເດຍ ທີ່ນິວແດນລີ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍ ເປັນຢ່າງດີຕະຫລອດໄລຍະເວລາ 64 ປີ (2 ກຸມພາ 1956 – 2 ກຸມພາ 2020) ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງສອງປະເທດຜ່ານມາ, ເຫັນໄດ້ຈາກການນຳຂັ້ນສູງ ຂອງສອງ ປະເທດ ໄດ້ມີການແລກປ່ຽນ ການຢ້ຽມຢາມຢ່າງເປັນປົກກະຕິ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນທີ່ດີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃນປີ 2021 ນີ້ ຈະເປັນປີ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ລາວ-ອິນເດຍ, ສອງປະເທດຈະໄດ້ຮ່ວມກັນ ຈັດກິດຈະກຳ ເພື່ອສະເຫລີມສະຫລອງປີສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍສຳຄັນ ແລະ ສ່ອງແສງໃຫ້ເຫັນ ເຖິງມູນເຊື້ອ ແຫ່ງການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ໃນໂອກາດດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນການປ້ອງກັນການແຜ່ລະບາດ ຂອງພະຍາດດັ່ງກ່າວ ແລະ ການກຳນົດ ມາດຕະການອັນເໝາະສົມ, ທັນການ ແລະ ມີປະສິດທິພາບ ຊຶ່ງສາມາດຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ໄດ້ຢ່າງມີຜົນ ສໍາເລັດສູງ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນກັບເຂົ້າສູ່ ສະພາບປົກກະຕິໂດຍໄວ.

ເຖິງຢ່າງໃດກໍຕາມ, ການແຜ່ລະບາດພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມ ໃນທຸກໆປະເທດໃນໂລກ ລວມທັງ ສປປ ລາວ, ເຊິ່ງລັດຖະບານລາວ ໄດ້ສືບຕໍ່ຢ່າງໃກ້ສິດ ເອົາໃຈໃສ່ຕິດຕາມ ແລະ ມີມາດຕະການຮັບມືເປັນຢ່າງດີ.

ພ້ອມນີ້, ສອງຝ່າຍຍັງໄດ້ຊຸກຍູ້ ການຮ່ວມມືໃນຂອບ ອາຊຽນ-ອິນເດຍ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການພົວພັນຮ່ວມມື ອາຊຽນ-ອິນເດຍ ເຊິ່ງໄດ້ນຳຜົນປະໂຫຍດ ທີ່ເປັນຮູບປະທຳມາສູ່ ປະຊາຊົນສອງຊາດ ແລະ ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ແລະ ສາກົນ.ພ້ອມກັນນັ້ນ, ສປປ ລາວ ຍັງໄດ້ຕີລາຄາ ສູງຕໍ່ບົດບາດ ອັນສໍາຄັນຂອງອິນເດຍ ທີ່ໄດ້ເຮັດໃຫ້ການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບ ດ້ານຂອງພາກພື້ນ (RCEP) ຕະຫລອດໄລຍະ 7 ປີຜ່ານມາ ໄດ້ຮັບຜົນສໍາເລັດເປັນກ້າວໆມາ ແລະ ພິເສດແມ່ນໄດ້ຊ່ວຍ ໃນການປົກປ້ອງສິດຜົນປະໂຫຍດ ຂອງປະເທດ ກຳລັງພັດທະນາ ແລະ ດ້ອຍພັດທະນາ ລວມທັງ ສປປ ລາວ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ ທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດເປັນຢ່າງດີ ໃນຄວາມພະຍາຍາມສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ອິນເດຍ ແລະ ເຊື່ອໝັ້ນວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບທ່ານ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ການສ ນທະນາທາງໂທລະສ ບ ລະຫວ າງ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ແລະ ສ ອ ນເດຍ ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນໃນປະເທດອິນເດຍ

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ສະຖານທູດອິນເດຍປະຈຳຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ອິນເດຍ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19. ...

ການສ ນທະນາທາງໂທລະສ ບ ລະຫວ າງ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ແລະ ສ ອ ນເດຍ ການ​ນຳ​ຂັ້ນ​ສູງ ​ສ.ເຊັກ​ໂກ ສົ່ງ​ຄຳ​ຂອບ​ໃຈ​​ເຖິງ​ລັດ​ຖະ​ບານຫວຽດ​ນາມ ແລະ​ ຊາວ​ຫວຽດ​ນາມ​ ຢູ່ ສ.ເຊັກ​ໂກ

ຍສໝ - ເມື່ອບໍ່ດົນມານີ້, ສະມາຄົມຊາວຫວຽດນາມອາໄສ ຢູ່ ສ.ເຊັກໂກ ໄດ້ສົມທົບກັບສະຖານທູດຫວຽດນາມປະຈຳ ສ.ເຊັກໂກ ໄດ້ຈັດຕັ້ງພິທີມອບຮັບຜ້າອັດປາກການແພດໃຫ້ແກ່ເຮືອນພັກຜູ້ສູງອາຍຸ 2 ແຫ່ງ ຢູ່ ນະຄອນຫຼວງPraha, ສ.ເຊັກໂກ.

ການສ ນທະນາທາງໂທລະສ ບ ລະຫວ າງ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ແລະ ສ ອ ນເດຍ ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ

ເນື່ອງ​ໃນ​ໂອ​ກາດ ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ລາວ, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ​ໄດ້​ກ່າວອວຍ​ພອນ​ໃຫ້ ພີ່​ນ້ອງ ຮ່ວມ​ຊາດ ແລະ ເຊື້ອ​ຊາດ​ລາວ ຈົ່ງ​ມີ​ແຕ່​ໂຊກ​ໄຊ, ຜົນ​ສຳ​ເລັດ​ໃຫຍ່ ແລະ ຢູ່​ເປັນ​ເປັນ​ສຸກ​ມາ​ສູ່​ປວງ​ຊົນ​ລາວ​ທັງ​ຊາດ.

kpl.gov.la

ເຫດການ
302 Found

Found

The document has moved here.