ນາຍົກລັດຖະມົນຕີ ຄາດປີນີ້ເສດຖະກິດລາວ ຈະຂະຫຍາຍຕົວລະດັບ 3,6%

09:00 | 25/06/2020

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ.

ນາຍ ກລ ດຖະມ ນຕ ຄາດປ ນ ເສດຖະກ ດລາວ ຈະຂະຫຍາຍຕ ວລະດ ບ 3 6 ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ
ນາຍ ກລ ດຖະມ ນຕ ຄາດປ ນ ເສດຖະກ ດລາວ ຈະຂະຫຍາຍຕ ວລະດ ບ 3 6 ປະທານປະເທດ ໂອ້ລົມ ພະນັກງານການນໍາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ
ນາຍ ກລ ດຖະມ ນຕ ຄາດປ ນ ເສດຖະກ ດລາວ ຈະຂະຫຍາຍຕ ວລະດ ບ 3 6
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII (ພາບ: KPL)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ກ່ຽວກັບການຂະຫຍາຍຕົວຂອງເສດຖະກິດວ່າ: ຍ້ອນມີຜົນກະທົບຈາກຫລາຍປັດໄຈ, ອີງໃສ່ການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍນຳໃຊ້ຂໍ້ມູນ 3 ເດືອນຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% ຫາ 3,6% (ສະພາແຫ່ງຊາດຮັບຮອງ 6,5%), ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີປະມານ 175.720 ຕື້ກີບ.

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ. ການປູກພືດ, ຜັກ ແລະ ໝາກໄມ້ຕ່າງໆ ສາມາດປະຕິບັດໄດ້ປະມານ 85.477 ເຮັກຕາ, ຄາດຄະເນຜົນຜະລິດ ຈະໄດ້ຮັບປະມານ 813.970 ກວ່າໂຕນ ເທົ່າກັບ 68% ຂອງແຜນການ; ການຜະລິດພືດລະດູແລ້ງ ປະຕິບັດໄດ້ໃນເນື້ອທີ່ 24.578 ກວ່າເຮັກຕາ; ສະເພາະການຜະລິດເຂົ້າສົ່ງອອກໄປ ສປ ຈີນ ບັນລຸໄດ້ 15.000 ໂຕນ.

ຂະແໜງອຸດສາຫະກຳ: ຂະຫຍາຍຕົວ 6,8% ຫລຸດແຜນການ 1,5%; ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຄາດຄະເນ ປະຕິບັດໄດ້ 3.574 ຕື້ກີບ, ເທົ່າກັບ 24,44% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 10,20%, ຄາດຄະເນ 6 ເດືອນຕົົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ. ສ່ວນຂະແໜງບໍລິການ: ເຖິງແມ່ນວ່າ ລັດຖະບານ ໄດ້ເອົາໃຈໃສ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການບໍລິການ ຢ່າງໜັກໜ່ວງ ຊຶ່ງເຫັນວ່າຈະສາມາດປະຕິບັດໄດ້ພຽງ 1,7% ຫລຸດແຜນການ 5,2% ແລະ ອາດຈະຫລຸດລົງເຖິງ -4,5%. ສັງລວມແລ້ວ ນັກທ່ອງທ່ຽວເຂົ້າມາປະເທດຂອງເຮົາ ໃນ 5 ເດືອນ ຕົົ້ນປີ 2020 ມີພຽງ 886.447 ເທື່ອຄົນ, ຫລຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂະນະທີ່ ການຂົນສົ່ງທາງອາກາດ ແລະ ທາງບົກຜູ້ໂດຍ ສານຫລຸດລົງກວ່າ 90%.

ນອກຈາກນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ: ປະຕິບັດໄດ້ 39,78% ຂອງແຜນການປີ, ໃນນັ້ນການສົ່ງອອກຫລຸດລົງ 6,1%, ການນໍາເຂົ້າຫລຸດລົງ 8,1%. ຄາດວ່າໝົດປີຈະສາມາດປະຕິບັດ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກ ປະມານ 483,3 ລ້ານໂດລາສະຫະລັດ ຫລື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019. ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 29.290 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ. ລັດຖະບານ ໄດ້ຕິດຕາມ ແລະ ແກ້ໄຂຫລາຍບັນຫາ ທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກກະຕິ; ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງຕັ້ງໜ້າ. ສ່ວນຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້ 18.808 ລ້ານ ກິໂລວັດໂມງ, ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ, ຄາດຄະເນໝົດປີ ຈະສາມາດປະຕິບັດໄດ້ 41.340 ລ້ານ ກິໂລວັດໂມງ ມີມູນຄ່າປະມານ 21.286 ຕື້ກີບ ຊຶ່ງເຫັນວ່າລື່ນແຜນເລັກຫນ້ອຍ.

ຢ່າງໃດກໍຕາມ ພາຍຫລັງທີ່ໄດ້ປະກາດນໍາໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ເຫັນວ່າມີຫາງສຽງສັງຄົມທີ່ຂັດຂ້ອງຈົ່ມວ່າຫລາຍສົມຄວນ. ດັ່ງນັ້ນ, ລັດຖະບານ ຈິ່ງໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຄົົ້ນຄວ້າປັບລາຄາກະແສໄຟຟ້າຄືນ ໃໝ່ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ຊຶ່ງລາຍລະອຽດຂະແໜງການກ່ຽວຂ້ອງຈະຊີ້ແຈງຕໍ່ກອງປະຊຸມຕື່ມ. ສໍາລັບດ້ານແຮ່ທາດ: ຜະລິດໄດ້5.181 ຕື້ກີບ ເທົ່າກັບ 47% ຂອງແຜນການ, ທຽບກັບໄລຍະດຽວກັນຂອງປີຜ່ານມາ ຫລຸດລົງ 8% ຍ້ອນບາງໂຄງການໄດ້ຢຸດການຜະລິດ, ຄາດຄະເນໝົດປີການຜະລິດແຮ່ທາດຈະສາມາດປະຕິບັດໄດ້ 10.851 ຕື້ກີບ ລື່ນແຜນການປະມານ 13%.

ໃນຂະນະທີ່ ທະນາຄານພັດທະນາອາຊີ (ເອດີບີ) ຄາດຄະເນວ່າເສດຖະກິດຂອງ ສປປ ລາວ ຈະຂະຫຍາຍຕົວຢູ່ໃນລະດັບ 3,5% ໃນປີ 2020, ແຕ່ຜົນການຄົ້ນຄວ້າຫລ້າສຸດເຫັນວ່າອາດຈະຕິດລົບເຖິງ -0,5% ຍ້ອນຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ທີ່ແກ່ຍາວ; ໃນນີ້ ອາດເຮັດໃຫ້ການບໍລິການຕິດລົບ -3,2% ແລະ ຜົນຜະລິດກະສິກຳ ຈະໄດ້ຮັບຜົນກະທົບຍ້ອນໄພທຳມະຊາດ (ໄພແລ້ງ ແລະ ຝົນຕົກໜັກ). ເຊັ່ນດຽວກັບ ທະນາຄານໂລກ ກໍໄດ້ຄາດຄະເນເສດຖະກິດລາວ ຈະເຕີບໂຕພຽງ 1% ແຕ່ຖ້າຜົນກະທົບຈາກໂຄວິດ-19 ແກ່ຍາວ ຫລື ອາດຈະເຮັດໃຫ້ຕິດລົບ -1,8%; ສ່ວນອົງການກອງທຶນການເງິນສາກົນ(IMF) ໄດ້ຄາດຄະເນໃຫ້ພຽງ 0,7% ເທົ່ານັ້ນ.

ນາຍ ກລ ດຖະມ ນຕ ຄາດປ ນ ເສດຖະກ ດລາວ ຈະຂະຫຍາຍຕ ວລະດ ບ 3 6 ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ມາຮອດວັນທີ 23 ມິຖຸນາ 2020, ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ ​ແລະ ສາມາດປິ່ນປົວຜູ້​ຕິດ​ເຊື້ອ​ທັງໝົດຫາຍ​ດີ ​ແລະ ອອກ​ໂຮງໝໍ​ເປັນ​ທີ່​ຮຽບຮ້ອຍ.

ນາຍ ກລ ດຖະມ ນຕ ຄາດປ ນ ເສດຖະກ ດລາວ ຈະຂະຫຍາຍຕ ວລະດ ບ 3 6 ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ລົງເຮັດວຽກຢູ່ ສະຫວັນນະເຂດ ແລະ ຄຳມ່ວນ

ໃນລະຫວ່າງວັນທີ 19-20 ມິຖຸນາ 2020, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ນຳພາຄະນະລົງເຮັດວຽກ ຢູ່ ແຂວງ ສະຫວັນນະເຂດ ແລະ ແຂວງຄຳມ່ວນ ເພື່ອຕິດຕາມກວດກາການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ປະຈຳປີ 2020. ເຊິ່ງໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆ ແຂວງສະຫວັນນະເຂດ.

ນາຍ ກລ ດຖະມ ນຕ ຄາດປ ນ ເສດຖະກ ດລາວ ຈະຂະຫຍາຍຕ ວລະດ ບ 3 6 ຈັດຕັ້ງການເຮັດລະບຽບການເຂົ້າເມືອງໃຫ້ແກ່ນັກສຶກສາລາວ 120 ຄົນທີ່ກັບຄືນມາສືບຕໍ່ຮໍ່າຮຽນຢູ່ແຂວງເງະອານ

ຍສໝ - ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບບັນດາກໍາລັງ ຈັດຕັ້ງການເຮັດລະບຽບການເຂົ້າເມືອງໃຫ້ແກ່ນັກສຶກສາລາວ 120 ຄົນທີ່ກັບຄືນມາສືບຕໍ່ຮໍ່າຮຽນຢູ່ແຂວງເງະອານ.

kpl.gov.la

ເຫດການ
302 Found

Found

The document has moved here.