ຍສໝ - ສອງສາມວັນທີ່ຜ່ານມາ, ຄະນະຜູ້ແທນຫ້ອງວ່າການສະພາແຫ່ງຊາດ ໄດ້ເດີນທາງມາຮອດແຂວງຊຽງຂວາງ, ປະເທດລາວ, ເພື່ອເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນປະສົບການ ແລະ ພົບປະແລກປ່ຽນສອງຫ້ອງວ່າການສະພາແຫ່ງຊາດລາວ - ຫວຽດ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວ໋ຽນ ແຮັ້ງ ຟຸກ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ທ່ານເລຂາທິການໃຫຍ່ ສະພາແຫ່ງຊາດ ຂອງ ສປປລາວ ສວນສະຫວັນ ວິຍາເກດ.
ສປປ ລາວ ຈະມີສູນໃຫ້ຄຳປຶກສາດ້ານຄວາມປອດໄພ ຂອງລະບົບເຕັກໂນໂລຊີຂໍ້ມູນ ຂ່າວສານ ເພື່ອເຮັດໜ້າທີ່ຄົ້ນ ຄວ້າ ແລະ ພັດທະນາໃຫ້ແກ່ຜູ້ ໃຫ້ບໍລິການ, ຜູ້ໃຊ້ບໍລິການໃນ ສັງຄົມລາວໄດ້ນຳໃຊ້ ແລະ ພັດທະນາວຽກງານໄອທີ ດີຈີຕອນມີຄວາມປອດໄພສູງສຸດ, ຫຼີກລຽງຜົນກະທົບທີ່ອາດຈະເກີດຂຶ້ນໃນອະນາຄົດ.
ຍສໝ - ໃນວັນທີ 30 ກໍລະກົດ 2019 ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຜູ້ແທນຈາກສະຫະພາບເອີຣົບ ປະຈຳລາວ ແລະ ອົງການ ສະຫະ ປະຊາຊາດ ກອງທຶນເດັກ ປະຈຳ ສປປ ລາວ, ເຊິ່ງນຳໂດຍ ທ່ານ ລີໂອ ເຟເບີ Mr Leo Faber ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ທ່ານ ອ໋ອກຕາວຽນ ບີໂວນ Mr Octavian Bivol ຜູ້ຕາງໜ້າອົງການອຸຍນີເຊບ.
ຍສໝ - ປະຕິບັດຕາມຂໍ້ຕົກລົງການຮ່ວມມື, ຫ້ອງການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ປະສານສົມທົບກັນຈັດຕັ້ງກອງປະຊຸມຄັ້ງທີ 10 ວ່າດ້ວຍການແລກປ່ຽນປະສົບການ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຢູ່ ແຂວງຊຽງຂວາງ (ປະເທດລາວ) ແຕ່ວັນທີ 28 - 31 ກໍລະກົດ ປີ 2019.
ຜ່ານ 15 ປີແຫ່ງການແຮກສ່ຽວ, ປະຊາຊົນບ້ານກາຕັງ (ຫວຽດນາມ) ແລະບ້ານແດນສະຫວັນ (ລາວ) ໄດ້ເສີມຂະຫຍາຍນໍ້າໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຄຸນນະພາບການດໍາລົງຊີວິດ.
ຍສໝ - ໃນວັນທີ 30 ກໍລະກົດ 2019, ທີ່ແຂວງຊຽງຂວາງ, ສປປ ລາວ, ທ່ານ ຫງວຽນແຫ້ງຟຸກ ກໍາມະການສູນກາງພັກ, ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດສປປ ລາວ.
ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ຍສໝ - ເນື່ອງຈາກຝົນຕົກໜັກນັບແຕ່ ກາງຄືນຂອງວັນທີ 29 ກໍລະກົດ ຈົນເຖິງຕອນເຊົ້າຂອງວັນທີ 30 ກໍລະກົດ 2019 ຈຶ່ງເຮັດໃຫ້ມີນໍ້າ ປ່າໄຫຼປ່ອງໃສ່ນໍ້ານານໄຫຼສຸເຂົ້າຖ້ວມເຮືອນຊານບ້ານຊ່ອງ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນຕາມລ້ອງແມ່ນ້ຳນານ.
ຍສໝ - ຕອນບ່າຍວັນທີ 30 ກໍລະກົດ 2019, ກອງບັນຊາການທະຫານຊາຍແດນ ສົມທົບກັບພະແນກພາຍໃນແຂວງແທງຮວາ ໄດ້ຈັດພິທີປິດຊຸດຮຽນພາສາລາວໃຫ້ພະນັກງານ 43 ຄົນທີ່ເປັນພະນັກງານລັດຖະກອນຂອງເມືອງ ເມຶ່ອງລ໋າດ, ກ່ວານເຊີນ, ກ່ວານຮ໋ວາ... ແລະ ນາຍທະຫານວິຊາສະເພາະ ທີ່ເຮັດວຽກຢູ່ຄ້າຍທະຫານປ້ອງກັນຊາຍແດນຫວຽດນາມ - ລາວ.
ຍສໝ - ແຕ່ວັນທີ 29-30 ກໍລະກົດ, ທີ່ນະຄອນຫະລ໋ອງ, ຄະນະກຳມະການ ການເງິນ-ງົບປະມານ ສະພາແຫ່ງຊາດຫວຽດນາມ ແລະ ຄະນະກຳມະການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດລາວ, ໄດ້ປະສານສົມທົບກັນຈັດກອງປະຊຸມແລກປ່ຽນປະສົບການ ວ່າດ້ວຍ ການປ່ຽນແປງໃໝ່ນະໂຍບາຍ, ກົດໝາຍໃນຂົງເຂດການເງິນ ແລະ ງົບປະມານແຫ່ງລັດ.
ຕອນເຊົ້າວັນທີ 29 ກໍລະກົດ, ທ່ານ ເລແຄ໊ງຫາຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ.
ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສໍານັກງານສູນກາງພັກ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາທິການໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາທິດສະດີສູນກາງ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ມາຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີຄັ້ງທີ VII ລະຫວ່າງສອງພັກດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະລະບົບການເມືອງໃນສະພາບການໃໝ່”.
ຍສໝ - ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ ແຂວງຊຽງຂວາງ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ), ຄະນະຜູ້ແທນພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໂດຍ ກຳມະການສູນກາງພັກ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ທ່ານ ຫງວ໋ຽນ ແຮັ້ງ ຟຸກ ໄດ້ນຳພາຄະນະຜູ້ແທນຫວຽດນາມເຂົ້າໄຫວ້ອາໄລ ຢູ່ ທີ່ອະນຸສາວະລີ ສະຫະພັນຕໍ່ສູ້ ຫວຽດນາມ-ລາວ.
ຍສມ - ໃນຕອນເຊົ້າ ວັນທີ 30 ກໍລະກົດ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ, ປະເທດລາວ ໄດ້ຈັດຕັ້ງພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນອະທິປະໄຕ ແລະ ທຳການລາດຕະເວນຊາຍແດນຮ່ວມກັນ. ນີ້ແມ່ນການເຄື່ອນໄຫວຕົ້ນຕໍໃນລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019.
ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນກອງທັບ ປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພົນຈັດຕະວາ ຫງ້ຽນ ດາຍ ໂຮ້ຍ ຮອງຫົວໜ້າ ກົມພົວພັນຕ່າງປະເທດກອງທັບ ປະຊາຊົນຫວຽດນາມ ໄດ້ນໍາເອົາ ກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ສປປ ລາວ ເນື່ອງໃນໂອກາດ ທີ່ສະຫາຍໄດຮັບການເລື່ອນຊັ້ນໃໝ່.
ຍສໝ - ໃນວັນທີ 26 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຕາງໜ້າລັດຖະບານ ຍີ່ປຸ່ນໄດ້ປະດັບຫຼຽນກຽດຕິຍົດ ລະດັບສູງຈາກສົມເດັດພະເຈົ້າ ຈັກກະພັດຍີ່ປຸ່ນໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ສາຍພົວພັນ ທາງດ້ານເສດຖະກິດລະຫວ່າງ ຍີ່ປຸ່ນ-ສປປ ລາວ ແລະ ສາຍພົວ ພັນຮ່ວມມືອັນດີງາມລະຫວ່າງ ສອງລັດຖະບານລາວ-ຍີ່ປຸ່ນ.
ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ຄະນະ ກຳມະການປະຊາຊົນເທດສະບານເມືອງລາວບາວ (ເມືອງເຮືອງຫວ໋າ, ແຂວງກວ້າງຈິ) ປະສານສົມທົບ ກັບ ຄ້າຍທະຫານ ປ້ອງກັນຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີເປີດການແຂ່ງຂັນບານເຕະ ແລະ ບານສົ່ງຊາຍ ເພື່ອຄຳນັບຮັບຕ້ອນ ລາຍການ-ການພົບປະແລກປ່ຽນ ມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງເທດສະບານເມືອງລາວບາວຄົບຮອບ 25 ປີ (1 ສິງຫາ 1994 - 1 ສິງຫາ 2019).
ໃນວັນທີ 29 ກໍລະ ກົດ 2019 ໄດ້ຈັດຕັ້ງກອງປະຊຸມເປີດກວ້າງ ຂອງຄະນະພັກອົງການຫ້ອງວ່າ ການກະຊວງປ້ອງກັນປະເທດ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ.
ຍສໝ - ໃນວັນທີ 27 ກໍລະກົດ, ທີ່ວັດເຟິດຕິກ, ນະຄອນຫຼວງວຽງຈັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ຈັດຕັ້ງພິທີສູດສັກອະນິດຈາໃຫ້ແກ່ດວງວິນຍານບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ.
ຍສໝ - ຕອນເຊົ້າວັນທີ 29 ກໍລະກົດ, ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີອອກທັບຄະນະຊາວໜູ່ມສາສະໝັກ ດ້ວຍຫົວຂໍ້ “ ໄວໜຸ່ມຮ່ວມກັນເພື່ອເສີມສ້າງນ້ຳໃຈມິດຕະພາບ” ຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລາວ.