ຄະນະຊາວໜູ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກ ຢູ່ ລາວ

09:55 | 30/07/2019

ຍສໝ - ຕອນເຊົ້າວັນທີ 29 ກໍລະກົດ, ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີອອກທັບຄະນະຊາວໜູ່ມສາສະໝັກ ດ້ວຍຫົວຂໍ້ “ ໄວໜຸ່ມຮ່ວມກັນເພື່ອເສີມສ້າງນ້ຳໃຈມິດຕະພາບ” ຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລາວ.

ດຳເນີນແຕ່ວັນທີ 29 ກໍລະກົດຫາວັນທີ 7 ສິງຫາ, ໂຄງການດັ່ງກ່າວມີການເຂົ້າຮ່ວມຂອງຄະນະຜູ້ແທນຈຳນວນ 35 ຄົນເຊິ່ງປະກອບມີ ຜູ້ນຳສະຫະພັນຊາວໜຸ່ມ, ພະນັກງານຂອງຄະນະຊາວໜຸ່ມນະຄອນ, ພື້ນຖານສະຫະພັນຊາວໜຸ່ມທີ່ຂຶ້ນກັບໂດຍກົງ ແລະ ບັນດາທ່ານໝໍ ຂອງສະມາຄົມແພດໜຸ່ມ ນະຄອນຫຼວງຮ່າໂນ້ຍ; ຜູ້ຊ່ຽວຊານດ້ານກະສິກຳ; ບັນດາສະມາ ຊິກຊາວໜຸ່ມ ແລະ ນັກຮຽນເປັນສັນຍະລັກ ຂອງ ນະຄອນຫຼວງຮ່າໂນ້ຍ.

ຄະນະຊາວໜູ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກ ຢູ່ ລາວ

ຄະນະຊາວໜູ່ມນະຄອນຫຼວງຮ່າໂນ້ຍ ໃນພິທີອອກທັບ 2019. (ພາບ: baophapluat.vn)

ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຈະຈັດຕັ້ງ ແລະ ເຂົ້າຮ່ວມ ບັນດາກິດຈະກຳ ທີ່ມີຄວາມໝາຍ, ເພື່ອປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນ ແລະ ຊາວໜຸ່ມເຍົາວະຊົຂອງສອງປະເທດ ແລະ ສອງນະຄອນຫຼວງ ຄື: ກິດຈະກຳ ການພົບປະແລກປ່ຽນ, ແບ່ງປັນປະສົບການໃນວຽກງານສະຫະພັນ ແລະ ການເຄື່ອນໄຫວຊາວໜຸ່ມ; ກິດຈະກຳກວດກາ, ປິ່ນປົວ ແລະ ຍ້າຍຢາໂດຍບໍ່ເສຍຄ່າດ້ວຍຄວາມອາສາສະໝັກ ໃຫ້ປະຊາຊົນ ແລະ ເຍົາວະຊົນ ຈຳນວນ 1,000 ຄົນ…

ໂຄງການອາສາສະໝັກຂອງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຢູ່ວຽງຈັນໃນປີ 2019 ແມ່ນປີທີ 11 ລຽນຕິດກັນ ເພື່ອກະກຽມສະເຫຼີມສະຫຼອງວັນຄົບຮອບ 22 ປີແຫ່ງການພົວພັນມິດຕະພາບລະຫວ່າງສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ແລະ ສະຫະພັນຊາວ ໜຸ່ມ ນະຄອນຫຼວງວຽງຈັນ. ໃນຄັ້ງນີ້, ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ແລະ ສະຫະພັນຊາວໜຸ່ມນະຄອນຫຼວງວຽງຈັນ ຈະປຶກສາຫາລື ແລະ ເອກະພາບທີ່ຈະຍົກສູງການຮ່ວມມື ແລະ ສະໜັບສະໜູນ ກິດຈະກຳຕ່າງໆ ຂອງສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ກັບ ສະຫະພັນຊາວໜຸ່ມ ນະຄອນຫຼວງວຽງຈັນ ໃນວຽກງານສະຫະພັນຊາວໜຸ່ມ ແລະ ການເຄື່ອນໄຫວຊາວໜຸ່ມເຍົາວະຊົນ.

(ຄຳຮຸ່ງ)

302 Found

Found

The document has moved here.