ເມືອງນານແຂວງຫຼວງພະບາງພວມຖືກຜົນກະທົບຈາກໄພນ້ຳຖ້ວມ

08:26 | 01/08/2019

ຍສໝ - ເນື່ອງຈາກຝົນຕົກໜັກນັບແຕ່ ກາງຄືນຂອງວັນທີ 29 ກໍລະກົດ ຈົນເຖິງຕອນເຊົ້າຂອງວັນທີ 30 ກໍລະກົດ 2019 ຈຶ່ງເຮັດໃຫ້ມີນໍ້າ ປ່າໄຫຼປ່ອງໃສ່ນໍ້ານານໄຫຼສຸເຂົ້າຖ້ວມເຮືອນຊານບ້ານຊ່ອງ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນຕາມລ້ອງແມ່ນ້ຳນານ.

ມີ 7 ບ້ານທີ່ຖືກຜົນກະທົບ ຢ່າງໜັກຄື: ບ້ານນາຝາຍ, ບ້ານ ປ່າໄຜ່, ບ້ານສີມຸງຄຸນ, ບ້ານສີບຸນ ເຮືອງ, ບ້ານນາເລົາ, ບ້ານໂພນ ຫີນ ແລະ ບ້ານນາເຄີນຖືກຜົນ ກະທົບໜັກປະຊາຊົນບາງຄອບ ຄົວໄດ້ພຽງເຄື່ອງນຸ່ງຄາຄີງ ແລະ ຍັງມີບາງຄົນຍັງຄ້າງຢູ່ໃນເຮືອນ ຕາມການເກັບກໍາຂໍ້ມູນເບື້ອງຕົ້ນ ມີພຽງຜູ້ໄດ້ຮັບບາດເຈັບ, ບໍ່ມີຄົນ ເສຍຊີວິດ ສ່ວນຄວາມເສຍຫາຍ ຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ.

ເມືອງນານແຂວງຫຼວງພະບາງພວມຖືກຜົນກະທົບຈາກໄພນ້ຳຖ້ວມ

ມີ 7 ບ້ານຂອງ ແຂວງຫຼວງພະບາງທີ່ຖືກຜົນກະທົບໄພນ້ຳຖ້ວມ.

ເບື້ອງຕົ້ນອົງການປົກ ຄອງເມືືອງໄດ້ຈັດຕັ້ງກຳລັງເຈົ້າ ໜ້າທີ່ທະຫານກອງພັນ 414, ກອງບັນຊາການທະຫານເມືອງ ນານສົມທົບກັບກຳລັງປ້ອງກັນຄວາມສະຫງົບເມືອງນານເຂົ້າ ຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ ໃນເຮືອນ ແລະ ຂົນເຄື່ອງຂອງທີ່ ຈຳເປັນ ແລະ ພາຫະນະວັດຖຸອຸປະກອນ, ພ້ອມທັງຊ່ວຍປ້ອງກັນຜົນກະທົບ ແລະ ຈັດຕັ້ງການປ້ອງກັນເວນຍາມເຝົ້າລະວັງຕະຫຼອດ 24 ຊົ່ວໂມງ. ເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍຫຼາຍກ່ວາທຸກປີຜ່ານມາ, ປັດຈຸບັນ ປະຊາຊົນຕ້ອງການສະບຽງອາຫານ ແລະ ນ້ຳດື່ມເພື່ອບັນເທົາທຸກໃນເບື້ອງຕົ້ນ.

(ຄໍາຮຸ່ງ)

ເຫດການ
302 Found

Found

The document has moved here.