ເປີດການແຂ່ງຂັນກິລາບານເຕະ ແລະ ບານສົ່ງ ເພື່ອຄຳນັບຮັບຕ້ອນ ວັນພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ - ລາວ

15:15 | 30/07/2019

ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ຄະນະ ກຳມະການປະຊາຊົນເທດສະບານເມືອງລາວບາວ (ເມືອງເຮືອງຫວ໋າ, ແຂວງກວ້າງຈິ) ປະສານສົມທົບ ກັບ ຄ້າຍທະຫານ ປ້ອງກັນຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີເປີດການແຂ່ງຂັນບານເຕະ ແລະ ບານສົ່ງຊາຍ ເພື່ອຄຳນັບຮັບຕ້ອນ ລາຍການ-ການພົບປະແລກປ່ຽນ ມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງເທດສະບານເມືອງລາວບາວຄົບຮອບ 25 ປີ (1 ສິງຫາ 1994 - 1 ສິງຫາ 2019).

ເປີດການແຂ່ງຂັນກິລາບານເຕະ ແລະ ບານສົ່ງ ເພື່ອຄຳນັບຮັບຕ້ອນ ວັນພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ - ລາວ

ຄະນະກຳມະການຈັດຕັ້ງພິທີໄດ້ມອບດອກໄມ້ໃຫ້ບັນດາຫົວໜ່ວຍ ທີ່ເຂົ້າຮ່ວມການແຂ່ງຂັນບານສົ່ງຊາຍ ແລະ ເຕະບານ. (ພາບ: ເທື່ອວັນ)

ການແຂ່ງຂັນກິລາບານເຕະຊາຍ ແລະ ບານສົ່ງຊາຍ ໄດ້ດຶງດູດເອົາບັນດາທີມນັກກິລາເຕະບານເຂົ້າຮ່ວມ ເຖິງ 6 ທິມ ແລະ ບານສົ່ງອີກ 6 ທີມ, ເຊິ່ງມາຈາກບັນດາຫ້ອງການ ກໍ່ຄືຫົວໜ່ວຍຕ່າງພາຍໃນເມືອງເຊິ່ງປະກອບມີ: ທີມຈາກດ່ານ ສາກົນແດນສະຫວັນ, ຄ້າຍ ຕຳຫຼວດດ່ານຊາຍແດນສາກົນແດນສະຫວັນ (ເມືອງເຊໂປນ ແຂວງສະຫວັນນະເຂດ, ປະເທດລາວ), ດ່ານສາກົນລາວບາວ, ດ່ານຊາຍແດນສາກົນລາໄລ, ເມືອງລາວບາວ, ຕາແສງ ເຕິນແທັ່ງ (ເມືອງ ເຮືອງຫວ໋າ). 6 ທີມ ແບ່ງອອກ ເປັນ 3 ສາຍ, ແຂ່ງຂັນແບບພົບກັນໝົດ, 2 ທີມ ອັນດັບ 2 ຈະຊີງຂັນລາງວັນທີ 3-4, 2 ທີມ ທີໜຶ່ງຈະຊີງລາວັນຊະນະເລີດ ແລະ ຮອງຊະນະເລີດ.

ເປີດການແຂ່ງຂັນກິລາບານເຕະ ແລະ ບານສົ່ງ ເພື່ອຄຳນັບຮັບຕ້ອນ ວັນພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ - ລາວ

ພາຍຫຼັງພິທີເປີດ ທີມດ່ານສາກົນລາວບາວ ພົບກັບ ທີມເທດສະບານເມືອງລາວບາວ. (ພາບ: ເທື່ອວັນ)

ການແຂ່ງຂັນບານເຕະ ຈະດຳເນີນໄປ ແຕ່ວັນທີ 25-27 ກໍລະກົດ, ການແຂ່ງຂັນບານສົ່ງແມ່ນແຕ່ ວັນທີ 28 ແລະ 29 ກໍລະກົດ. ເມື່ອສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງພິທີຈະມອບ ທຸງປະເພດທີ 1, ທີ 2, ແລະ 3 ໃຫ້ທີມທີ່ມີຜົນການແຂ່ງຂັນດີທີ່ສຸດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.