ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ

22:19 | 30/07/2019

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສໍານັກງານສູນກາງພັກ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາທິການໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາທິດສະດີສູນກາງ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ມາຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີຄັ້ງທີ VII ລະຫວ່າງສອງພັກດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະລະບົບການເມືອງໃນສະພາບການໃໝ່”.

ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ

ທ່ານ ເຈິ່ນກວ໊ກເວື້ອງ ຕ້ອນຮັບທ່ານ ກິແກ້ວ ໄຂຄໍາພິທູນ. (ພາບ: ສໍານັກຂ່າວສານຫວຽດນາມ)

ທີ່ການຕ້ອນຮັບ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ແຈ້ງໃຫ້ທ່ານ ເຈິ່ນກວ໊ກເວື້ອງ ຮັບຊາບກ່ຽວກັບສະພາບການຂອງລາວ ໃນໄລຍະມໍ່ໆມານີ້; ໝາກຜົນການຮ່ວມມືລະຫວ່າງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ກັບຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ... ທ່ານ ກິແກ້ວ ໄຂຄໍາພິທູນ ຢ້ັງຢືນວ່າສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກໍາຕົວຈິງກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນຄົນຮຸ່ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ທ່ານ ເຈິ່ນກວ໊ກເວື້ອງ ຢືນຢັນວ່າ, ວຽກງານທິດສະດີສວມບົດບາດສຳຄັນທີ່ສຸດຕໍ່ສອງພັກ. ກອງປະຊຸມສໍາມະນາມີຄຸນປະໂຫຍດ, ແທດຈິງທີ່ສຸດ, ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບທິດສະດີ ແລະພຶດຕິກໍາຕົວຈິງ, ກ່ຽວກັບວຽກງານກໍ່ສ້າງພັກ ແລະລະບົບການເມືອງ, ເຮັດໃຫ້ບັນດາເນື້ອໃນທີ່ພວມວາງອອກຕໍ່ສອງພັກໃນກິດຈະການປ່ຽນແປງໃໝ່ມີຄວາມຈະແຈ້ງ.

ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ກິແກ້ວ ໄຂຄໍາພິທູນ. ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນ, ບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຄະນະ ແລະແບ່ງປັນບົດຮຽນກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມໃຫຍ່ຂອງແຕ່ລະພັກ.

ສອງຝ່າຍກໍ່ຢັ້ງຢືນຈະສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາສອງພັກ, ສອງລັດຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານໂຄສະນາສຶກສາ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ ແລະເຂົ້າສູ່ລວງເລິກ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.