ຍສໝ - ຕອນບ່າຍວັນທີ 15 ສິງຫາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີ່ນ ກ໋ວກ ເວື້ອງ, ກຳມະການກົມການເມືອງ, ເລຂາຄະນະປະຈຳ ໄດ້ໃຫ້ກຽດ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະ ກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະ ອົງການກວດກາລັດຖະບານ ແຫ່ງ ສປປ ລາວ ໂດຍ ທ່ານ ບຸນທອງ ຈິດມະນີ, ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ.
ຍສໝ - ວັນທີ 14 ສິງຫາ, ຢູ່ເມືອງ ຫາຍຝ່ອງ, ກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງ ແລະ ກອງທັບປະຊາຊົນລາວ ນຳໂດຍ ທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຫົວໜ້າ ກົມປ້ອງກັນພາຍໃນກອງທັບລາວ ໄດ້ກ່າວຄຳອວຍພອນ ເຖິງກອງບັນຊາການກອງທັບ ປະຊາຊົນຫວຽດນາມ. ທ່ານ ນາຍພົນເຮືອເອກ ເລືອງ ວຽດ ຫູ່ງ, ຮອງຜູ້ບັນຊາການທະຫານເຮືອ ຮັບຜິດຊອບການຕ້ອນຮັບ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການອະນຸມັດຈາກລັດຖະບານລາວ ແລະ ລັດຖະບານຍີ່ປຸ່ນໃນການຈັດຕັ້ງປະຕິບັດໂຄງການຄັງແຮເຂົ້າຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2018 ໃນຂອບເຂດທົ່ວປະເທດ ພາຍໃຕ້ກອງທຶນເພື່ອນຮ່ວມງານ KR1 ໃນວັນທີ 11-14 ສິງຫາ 2019 ນຳໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອມອບໃຫ້ປະຊາຊົນຜູ້ປະສົບໄພພິບັດ ແຂວງຫົວພັນ ຊຽງຂວາງ ແລະ ໄຊສົມບູນ ລວມມູນຄ່າ 2 ຕື້ກວ່າກີບ ຕາງໜ້າຮັບໂດຍທ່ານເຈົ້າແຂວງ ແລະ ຮອງເຈົ້າແຂວງ 3 ແຂວງ ແລະ ຄະນະພະແນກແຮງງານ ຮສສ ແຂວງ.
ສ້າງສະພາບແວດລ້ອມໃຫ້ແກ່ນັກສຶກສາລາວ ໄດ້ເຊື່ອມຕົວເຂົ້າກັບການດໍາລົງຊີວິດປະຈໍາວັນກັບບັນດາຄອບຄົວຊາວຫວຽດນາມ, ຜ່ານນັ້ນມີອາລົມຈິດທີ່ສະໜິດຕິດພັນ, ໜູນຊ່ວຍຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ບັນດາພວກເພື່ອນທີ່ມາຮໍ່າຮຽນຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ນັ້ນແມ່ນເປົ້າໝາຍຂອງລາຍການ “ນັກສຶກສາລາວ ກັບຄອບຄົວຊາວຫວຽດນາມ” ໂດຍຄະນະຊາວໜຸ່ມນະຄອນໂຮ່ຈີມິນ ສົມທົບກັບບັນດາອົງການສະມາຄົມ, ອົງການຈັດຕັ້ງມະຫາຊົນນະຄອນ ຈັດຕັ້ງປະຕິບັດ ແລະປະເມີນຜົນໃນຕອນຄໍ່າວັນທີ 14 ສິງຫາ.
ຍສໝ - ໃນວັນທີ 14 ສິງຫາ 2019, ຢູ່ ນະຄອນຫາຍຟ່ອງ, ກອງບັນຊາການທະຫານເຮືອຫວຽດນາມ ໄດ້ໃຫ້ການຕ້ອນຮັບກົມປ້ອງກັນພາຍໃນກອງທັບລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 15 ສິງຫາ 2019, ທີ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ.
ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບຄະນະກົມປ້ອງກັນພາຍໃນ-ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ນຳໂດຍທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ, ຫົວໜ້າກົມ.
ຍສໝ - ຕອນເຊົ້າວັນທີ 14 ສິງຫາ, ຢູ່ເມືອງປາກເຊ, ແຂວງ ຈຳປາສັກ, ອົງການໄອຍະການປະຊາຊົນ ສອງປະເທດຫວຽດນາມ ແລະ ລາວ ໄດ້ ປະສານງານຈັດຕັ້ງ ກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ຫວຽດນາມ - ລາວ ຄັ້ງທີ 6. ທ່ານ ເລມິນຈິ໋, ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄຳແສນ ສຸວັນວົງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ເປັນປະທານຮ່ວມກອງປະຊຸມ.
ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນປະເທດ, ທ່ານພົນໂທ ເຈີນ ກ່ວາງ ເຝືອງ, ກຳມະການສູນກາງພັກ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບປະຊາຊົນ ໄດ້ຕ້ອນຮັບ ທ່ານພົນຈັດຕະວາ ບຸນລຽນ ແສງພະຈັນ, ຫົວໜ້າກົມການປົກປ້ອງພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ຫວຽດນາມ.
ຍສໝ - ໃນໂອກາດທີ່ຄະນະຜູ້ແທນ ສະຫະພັນ ກຳມະບານແຂວງສະຫວັນນະເຂດ (ສປປ ລາວ) ນຳໂດຍ ທ່ານ ບຸນລຽນ ຈັນວັນເພັງ ປະທານ ຄະນະກຳມະການປະຊາຊົນແຂວງສະຫວັນນະເຂດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ, ຕອນເຊົ້າວັນທີ 14 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ມີກອງປະຊຸມພົບປະໂອ້ລົມ ແລະ ຕ້ອນຮັບຄະນະ.
ຍສໝ - ອີງຕາມທະນາຄານໂລກ, ປັດໄຈທີ່ຊ່ວຍໃຫ້ເສດຖະກິດລາວມີການເຕີບໂຕ ທາງດ້ານເສດຖະກິດຂອງລາວ ແມ່ນແຫ່ຼງເງິນທຶນ, ລົງທຶນເຂົ້າໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະ ໜາດໃຫຍ່, ພ້ອມທັງມີການຂະຫຍາຍຕົວຢ່າງແຂງແຮງໃນຂະແໜງການຂາຍຍົກ ງແລະ ຂາຍຍ່ອຍ.
ວັນທີ 12 ສິງຫາ, ທີ່ຮ່າໂນ້ຍ, ກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ໄດ້ຈັດພິທີເປີດຊຸດເຝິກອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ຈໍານວນ 30 ຄົນ.
ຍສໝ - ໃນຕອນບ່າຍຂອງວັນທີ 13 ສິງຫາ 2019 ຢູ່ ສະຖາບັນຊາວຫນຸ່ມເຍົາວະຊົນຫວຽດນາມ, ທີ່ຮ່າໂນ້ຍ, ສູນກາງຊາວຫນຸ່ມກອມມູນິດໂຮ່ຈິມີນ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມວິຊາສະເພາະ ແລະ ວິທີການເຮັດວຽກຂອງຊາວຫນຸ່ມໃຫ້ພະນັກງານຄະນະຊາວຫນຸ່ມປະຊາຊົນປະຕິວັດລາວຊຸດທີ 24.
ໃນທ້າຍອາທິດທີ່ຜ່ານມາ, ທີ່ທໍານຽບປະທານາທິບໍດີ ນະຄອນຫລວງດາກາ, ສາທາລະນະລັດ ປະຊາຊົນ ບັງກະລາເທດ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ເອັມ ອັບດູລ ຮາມິດ (M Abdul Hamid), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ໂດຍມີສໍານັກງານຕັ້ງຢູ່ ນະຄອນ ຫລວງນິວເດນລີ, ປະເທດອິນເດຍ.
ຍສໝ - ຕອນເຊົ້າວັນທີ 13 ສິງຫາ, ຄະນະວຽກງານ ຂອງອົງການໄອຍະການ ຫວຽດນາມ ນຳໂດຍສະຫາຍ ເລ ມິນ ຈິ໋, ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ ເຂົ້າຮ່ວມກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ຫວຽດນາມ - ລາວ ຄັ້ງທີ 6.
ໃນວັນທີ 13 ສິງຫາ 2019 ຄະນະພັກຄະນະນຳແຂວງຄຳມ່ວນນຳໂດຍ ທ່ານ ແສງທອງ ພະຄຸນທອງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ ໄດ້ພ້ອມກັນເຂົ້າວາງກະຕາດອກໄມ້ຢູ່ອານຸສາວະລີປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານສຸພານຸວົງ.
ບັນດາແຫລ່ງໄຫຫີນທີ່ມີ ລ້ວນແຕ່ມີການປະກອບສ່ວນປົກປັກຮັກສາຈາກປະຊາຊົນທ້ອງຖິ່ນ ເຊິ່ງໄດ້ກໍ່ໃຫ້ເກີດຄວາມຮັກ ແລະ ຫວງແຫນ ມໍລະດົກອັນລໍ້າຄ່າຕະຫລອດມາ.
ສຳລັບຜູ້ປະສົບໄພພິບັດ ຢູ່ແຂວງບໍລິຄຳໄຊ ໄດ້ຮັບເຂົ້າ 149.040 ກິໂລ ມູນຄ່າ 1,1 ຕື້ກວ່າກີບ ເຄື່ອງນຸ່ງຫົ່ມ ແລະ ເກີບ 100 ແກັດ ມູນຄ່າ 150 ລ້ານກີບ ແຂວງຄຳມ່ວນ ໄດ້ຮັບເຂົ້າ 100.000 ກິໂລ ມູນຄ່າ 805 ລ້ານກວ່າກີບ ເຄື່ອງນຸ່ງຫົ່ມ ແລະ ເກີບ 100 ແກັດ ມູນຄ່າ 150 ລ້ານກີບ.
ຍສໝ - ຄະນະປະຕິບັດງານ ແຂວງ ຖ໋າຍຫງວຽນ ນຳໂດຍ ສະຫາຍ ຫວູ໋ ຮົ່ງ ບັ໋ກ, ຮອງເລຂາພັກແຂວງ, ປະທານຄະນະ ກຳມະການປະຊາຊົນແຂວງ ພ້ອມດ້ວຍການນຳ ຂອງພະແນກ, ຫ້ອງການ, ນະຄອນຖ໋າຍຫງວຽນ, ເມືອງ ດ້າຍຕື່ ແລະ ມະຫາວິທະຍາໄລຖ໋າຍຫງວຽນ, ວັນທີ 9 ສິງຫາ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບແຂວງແຮກສ່ຽວ ຫຼວງພະບາງ, ສປປ ລາວ.
ວັນທີ 9 ສິງຫາ, ຄະນະປະຕິບັດງານແຂວງຖ໋າຍງວຽນ ນຳໂດຍທ່ານ ຫວູຮົ່ງບັກ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຖ໋າຍງວຽນ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບແຂວງຫຼວງພະບາງ.