ລາວ: ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

10:10 | 13/08/2019

ສຳ­ລັບ​ຜູ້​ປະ­ສົບ​ໄພ­ພິ­ບັດ ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຮັບ​ເຂົ້າ 149.040 ກິ​ໂລ ມູນ​ຄ່າ 1,1 ຕື້​ກວ່າ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ແຂວງ​ຄຳ​ມ່ວນ ໄດ້​ຮັບ​ເຂົ້າ 100.000 ກິ​ໂລ ມູນ​ຄ່າ 805 ລ້ານ​ກວ່າ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ.

ລາວ: ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ພາບປະກອບ

ສຳ­ລັບ​ຜູ້​ປະ­ສົບ​ໄພ­ພິ­ບັດ ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຮັບ​ເຂົ້າ 149.040 ກິ​ໂລ ມູນ​ຄ່າ 1,1 ຕື້​ກວ່າ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ແຂວງ​ຄຳ​ມ່ວນ ໄດ້​ຮັບ​ເຂົ້າ 100.000 ກິ​ໂລ ມູນ​ຄ່າ 805 ລ້ານ​ກວ່າ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ຮັບ​ເຂົ້າ 81.576 ກິ​ໂລ ມູນ​ຄ່າ 656 ລ້ານ​ກວ່າ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ແຂວງ​ຈຳ­ປາ​ສັກ ໄດ້​ຮັບ​ເຂົ້າ 100.000 ກິ​ໂລ ມູນ​ຄ່າ 805 ລ້ານ​ກວ່າ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ. ເຄື່ອງ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ອຳ­ນາດ​ການ​ປົກ­ຄອງ​ແຂວງ ກໍ​ຄື ພາກ­ສ່ວນ​ກ່ຽວ­ຂ້ອງ ຈະ​ນຳ­ໄປ​ມອບ​ຕໍ່­ໃຫ້​ບັນ­ດາ​ເມືອງ​ທີ່​ຂາດ​ເຂົ້າ​ກິນ ເມືອງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ ແລະ ຄອບ­ຄົວ​ທຸກ​ຍາກ.

ລາວ: ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ.(ພາບ:ຂປລ)

ສະມາຄົມມິດຕະພາບລາວ-ເຢຍລະມັນ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ມອບເງິນຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມຢູ່ເມືອງວຽງໄຊ ແຂວງຫົວພັນພາກສ່ວນລະ 10 ລ້ານກີບ. ພິທີມອບ-ຮັບການຊ່ວຍ ເຫຼືອດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 12 ສິງຫານີ້ ທີ່ສະພາແຫ່ງຊາດ, ຕາງໜ້າສະມາຄົມມິດຕະພາບລາວ-ເຢຍລະມັນ ກ່າວມອບໂດຍທ່ານ ສົມອົກ ກິ່ງສະດາ ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ, ຕາງໜ້າໃຫ້ກອງທຶນປົກປັກຮັກສາສິ່ງ ແວດລ້ອມກ່າວມອບໂດຍທ່ານ ສີພັນດອນ ສີຫາວົງ ຫົວ ໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກ່າວຮັບໂດຍທ່ານ ທັນຕາ ກອງຜາລີ ຮອງປະທານ ກຳມາທິການແຜນ ການ, ການເງິນ ແລະ ກວດສອບສະພາແຫ່ງຊາດ, ທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະ ທານກຳມາທິການວັດທະນະ ທຳ-ສັງຄົມ ສະພາແຫ່ງຊາດ ເພື່ອນຳໄປມອບໃຫ້ແກ່ພໍ່ແມ່ ປະຊາຊົນເມືອງວຽງໄຊ ແຂວງຫົວພັນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ (ນໍ້າຖ້ວມ) ໃນລະຫວ່າງວັນທີ 2-5 ສິງຫາ ທີ່ຜ່ານມາ. ເງິນທີ່ນຳມາມອບໃນຄັ້ງນີ້ ລວມທັງໝົດ 20 ລ້ານກີບ ຊຶ່ງໄດ້ມາຈາກການລະດົມຂົນ ຂວາຍຂອງສະມາຊິກສະມາ ຄົມມິດຕະພາບ ລາວ-ເຢຍລະມັນ ແລະ ກອງທຶນປົກປັກຮັກສາ ສິ່ງແວດລ້ອມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.