ພິທີເປີດຊຸດເຝິກອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ

08:54 | 14/08/2019

ວັນທີ 12 ສິງຫາ, ທີ່ຮ່າໂນ້ຍ, ກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ໄດ້ຈັດພິທີເປີດຊຸດເຝິກອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ຈໍານວນ 30 ຄົນ.

ພິທີເປີດຊຸດເຝິກອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ

ທ່ານພົນຈັດຕະວາ ຫງວຽນວັນຕິ໊ນ, ຮອງຫົວໜ້າກົມໂຄສະນາອົບຮົມ ກ່າວຄໍາເຫັນທີ່ພິທີເປີດ.

ພິທີເປີດຊຸດເຝິກອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ

ພາຍຫຼັງພິທີເປີດ, ນັກຝຶກອົບຮົມໄດ້ເຂົ້າຮຽນເປັນຕອນທໍາອິດ. (ພາບ: ຫວຽດເກື່ອງ)

ຊຸດເຝິກອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2019 ຈະປະກອບໃຫ້ແກ່ນັກຝຶກອົບຮົມບັນດາຄວາມຮູ້, ເນື້ອໃນພື້ນຖານກ່ຽວກັບພາລະບົດບາດ, ໜ້າທີ່, ຫຼັກການ, ໂຄງປະກອບການຈັດຕັ້ງຂອງລະບົບວຽກງານໂຄສະນາອົບຮົມ; ວຽກງານແນວຄິດຢູ່ກົມກອງຂັ້ນຮາກຖານ, ໂດຍສະເພາະແມ່ນບັນດາເນື້ອໃນ, ມາດຕະການໃນການຄຸ້ມຄອງ, ກໍານົດທິດດ້ານແນວຄິດ, ຫາງສຽງໃນອິນເຕີແນັດ, ສື່ສັງຄົມອອນລາຍໃນປັດຈຸບັນ; ວຽກງານສຶກສາ, ນັກປາຖະກະຖາ, ໂຄສະນາດ້ວຍປາກເປົ່າ, ແຂ່ງຂັນ, ຍ້ອງຍໍສັນລະເສີນ, ສື່ມວນຊົນ, ວັດທະນະທໍາ-ສິລະປະ, ພິມຈໍາໜ່າຍ, ແຈກຢາຍ... ໃນກອງທັບ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)