ເພີ່ມທະວີການຮ່ວມມື ລະຫວ່າງອົງການໄອຍະການປະຊາຊົນ ຂອງບັນດາແຂວງທີ່ມີຊາຍແດນຮ່ວມຫວຽດນາມ - ລາວ

17:11 | 14/08/2019

ຍສໝ - ຕອນເຊົ້າວັນທີ 14 ສິງຫາ, ຢູ່ເມືອງປາກເຊ, ແຂວງ ຈຳປາສັກ, ອົງການໄອຍະການປະຊາຊົນ ສອງປະເທດຫວຽດນາມ ແລະ ລາວ ໄດ້ ປະສານງານຈັດຕັ້ງ ກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ຫວຽດນາມ - ລາວ ຄັ້ງທີ 6. ທ່ານ ເລມິນຈິ໋, ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄຳແສນ ສຸວັນວົງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ເປັນປະທານຮ່ວມກອງປະຊຸມ.

ເພີ່ມທະວີການຮ່ວມມື ລະຫວ່າງອົງການໄອຍະການປະຊາຊົນ ຂອງບັນດາແຂວງທີ່ມີຊາຍແດນຮ່ວມຫວຽດນາມ - ລາວ

ທັດສະນີຍະພາບກອງປະຊຸມ. (ພາບ: baovephapluat.vn)

ກ່າວຄຳເຫັນ ທີ່ການເປີດກອງປະຊຸມ, ທ່ານ ຄຳແສນ ສຸວັນວົງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລາວ ເນັ້ນໜັກວ່າ ໃນທ່າອ່ຽງຂອງໂລກາພິວັດທີ່ນັບມື້ນັບເພີ່ມຂຶ້ນ, ການຂະຫຍາຍພົວພັນຮ່ວມມື ໃນທຸກລະດັບ ແລະ ຝ່າຍລ້ວນແຕ່ມີຜົນປະໂຫຍດ ເພື່ອພັດທະນາເສດຖະກິດ, ກ້າວໄປສູ່ບາດກ້າວຫັນເປັນອຸດສາຫະກຳ ແລະ ທັນສະໄໝປະເທດ ແລະ ບັນຫາທີ່ ກ່ຽວກັບອາຊະຍາກຳ ຂ້າມຊາດ, ບັນຫາຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ເຮັດໃຫ້ເກີດຄວາມຜິດລະບຽບຮຽບຮ້ອຍ ໃນສັງຄົມ… ໃນສະພາບການນັ້ນ, ການຮັກສາ ແລະ ຮັດແໜ້ນ ການຮ່ວມມືລະຫວ່າງອົງການໄອຍະການປະຊາຊົນຫວຽດນາມ ແລະ ລາວ, ຮັກສາກົນໄກຂອງກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ສອງປະເທດ ແມ່ນມີຄວາມຈຳ ເປັນ ເພື່ອຍົກສູງປະສິດທິຜົນຂອງການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາອາດຊະຍາກຳຂ້າມຊາດ.

ເພີ່ມທະວີການຮ່ວມມື ລະຫວ່າງອົງການໄອຍະການປະຊາຊົນ ຂອງບັນດາແຂວງທີ່ມີຊາຍແດນຮ່ວມຫວຽດນາມ - ລາວ

ທ່ານ ຄຳແສນ ສຸວັນວົງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: baovephapluat.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລມິນຈິ໋, ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢັ້ງຢືນວ່າ ກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ຫວຽດນາມ - ລາວ ແມ່ນຊ່ອງທາງຂໍ້ມູນຂ່າວສານສຳຄັນ ແລະ ເວທີຮ່ວມມືສອງຝ່າຍ ໃນການຕໍ່ຕ້ານອາດຊະຍາກຳ ຢ່າງມີປະສິດທິຜົນລະຫວ່າງ ອົງການໄອຍະການປະຊາຊົນ ຂອງບັນດາແຂວງທີ່ມີຊາຍແດນຮ່ວມຫວຽດນາມ - ລາວ ຂອງສອງປະເທດ, ຕິດພັນຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງຕໍ່ສາຍພົວພັນຂອງເພື່ອນຮ່ວມງານ, ສະຫາຍ ແລະ ອ້າຍນ້ອງພະນັກງານ ຂອງສອງ ອົງການໄອຍະການປະຊາຊົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.