ແຂວງ ຖ໋າຍຫງວຽນ - ຫຼວງພະບາງ: ເພີ່ມທະວີການຮ່ວມມື, ຮັດແໜ້ນຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ

09:21 | 13/08/2019

ຍສໝ - ຄະນະປະຕິບັດງານ ແຂວງ ຖ໋າຍຫງວຽນ ນຳໂດຍ ສະຫາຍ ຫວູ໋ ຮົ່ງ ບັ໋ກ, ຮອງເລຂາພັກແຂວງ, ປະທານຄະນະ ກຳມະການປະຊາຊົນແຂວງ ພ້ອມດ້ວຍການນຳ ຂອງພະແນກ, ຫ້ອງການ, ນະຄອນຖ໋າຍຫງວຽນ, ເມືອງ ດ້າຍຕື່ ແລະ ມະຫາວິທະຍາໄລຖ໋າຍຫງວຽນ, ວັນທີ 9 ສິງຫາ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບແຂວງແຮກສ່ຽວ ຫຼວງພະບາງ, ສປປ ລາວ.

ແຂວງ ຖ໋າຍຫງວຽນ - ຫຼວງພະບາງ: ເພີ່ມທະວີການຮ່ວມມື, ຮັດແໜ້ນຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ

ການນຳຂອງສອງແຂວງ ຖ໋າຍຫງວຽນ ແລະ ຫຼວງພະບາງ ໄດ້ມີພົບປະ-ໂອ້ລົມ ປຶກສາຫາລື, ຢືນຢັນເຖິງມິດຕະພາບ, ຮັດແໜ້ນສາມັກຄີ.(ພາບ: ຮວ່າງທ້ຽບ-ຫວູ໋ຊົນ)

ຄະນະຜູ້ແທນຂັ້ນສູງຂອງສອງແຂວງ ໄດ້ດຳເນີນການພົບປະປຶກສາລື, ຢັ້ງຢືນເຖິງສາຍພົວພັນມິດຕະພາບ, ໄກ້ສິດ, ຮັດແໜ້ນຕະຫຼອດມາ ແລະ ຮັກສາ, ພັດທະນາສາຍພົວພັນ ລະຫວ່າງສອງແຂວງຂື້ນຕື່ມ ໂດຍຜ່ານການເຄື່ອນໄຫວຕົວຈິງ, ອີງໃສ່ຈຸດແຂງຂອງສອງແຂວງເພື່ອເຊື່ອມຕໍ່ ແລະ ຮ່ວມມືທາງດ້ານວັດທະນະທຳ - ເສດຖະກິດ - ສັງຄົມ.

ແຂວງຖ໋າຍຫງວຽນ ໃນຊຸມປີມໍ່ໆມານີ້ແມ່ນແຂວງໜຶ່ງທີ່ມີການພັດທະນາດ້ານເສດຖະກິດ - ສັງຄົມຢ່າງໄວ ແລະ ຍືນຍົງ. ພິເສດແມ່ນຖ໋າຍຫງວຽນແມ່ນ1 ໃນ 3 ຂອງສູນການສຶກສາທີ່ໃຫຍ່ທີ່ສຸດຂອງປະເທດ. ໃນນັ້ນແມ່ນມະຫາວິທະຍາໄລ ຖ໋າຍຫງວຽນ ເປັນຫົວຂັບເຂື່ອນ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງຂະແໜງ ການສຶກສາທ້ອງຖິ່ນ ເພື່ອກາຍເປັນສູນການສຶກສາທີ່ສຳຄັນຂອງປະເທດ ກໍ່ຄືການຮ່ວມມື, ແລກປ່ຽນການກໍ່ສ້າງຊັບພະຍາກອນມະນຸດ ກັບ ບັນດາປະເທດໃນໂລກ. ໃນຊຸມປີທີ່ຜ່ານມາ, ແຂວງຖ໋າຍຫງວຽນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວໃນການກໍ່ສ້າງຊັບພະຍາກອນມະນຸດຢູ່ມະຫາວິທະຍາໄລ ແລະ ຊັ້ນສູງ ຢູ່ພາຍໃນທ້ອງຖິ່ນແຂວງ. ປະຈຸບັນ, ມີນັກຮຽນລາວຈຳນວນ 175 ຄົນ ທີ່ກຳລັງຮ່ຳຮຽນ ຢູ່ ແຂວງຖ໋າຍຫງວຽນ.

ແຂວງ ຖ໋າຍຫງວຽນ - ຫຼວງພະບາງ: ເພີ່ມທະວີການຮ່ວມມື, ຮັດແໜ້ນຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ

ພິທີວາງສິລາລຶກເລີ່ມໂຄງການກໍ່ສ້າງໂຮງຮຽນມັດທະຍົມບ້ານຄອຍ, ນະຄອນຫຼວງພະບາງ(ສປປ ລາວ) ການສະໜັບສະໜູນທືນກໍ່ສ້າງ ຂອງແຂວງ ຖ໋າຍຫງວຽນ ເຊິ່ງມີມູນຄ່າການລົງທຶນ 7 ຕື້ດົງ.(ພາບ: ຮວ່າງທ້ຽບ-ຫວູ໋ຊົນ)

ແຂວງຖ໋າຍຫງວຽນ ໄດ້ມອບອາຄານຮຽນ 1 ຫລັງ ແລະ ເລີ່ມຕົ້ນການກໍ່ສ້າງໂຮງຮຽນມັດທະຍົມບ້ານຄອຍ, ນະຄອນຫຼວງພະບາງ, ມູນຄ່າ 7 ຕື້ດົ່ງ; ທາງແຂວງຈະສືບຕໍ່ຊ່ວຍ ສປປ ລາວ ໃນການກໍ່ສ້າງ ຊັບພະຍາກອນມະນຸດ ແລະ ໃຫ້ຄຳປຶກສາໃນການກໍ່ສ້າງໂຮງຮຽນບ້ານຄອຍ ໃຫ້ກາຍເປັນໂຮງຮຽນຕົວແບບ ໃນການສິດສອນ ແລະ ການຮຽນຮູ້.

ພ້ອມກັນນັ້ນໃນການຢ້ຽມຢາມ ແລະ ພົບປະເຈລະຈາຄັ້ງນີ້ ຍັງໄດ້ຈັດພິທີເຊັນລົງນາມແຮກສ່ຽວ ລະຫວ່າງ: ນະຄອນຖ໋າຍຫງວຽນ ແຮກສ່ຽວກັບ ນະຄອນຫຼວງພະບາງ; ເມືອງດ້າຍຕື່ ກັບ ເມືອງນ້ຳບາກ; ພະແນກສຶກສາທິກ ແລະ ບຳລຸງສ້າງ ຮ່ວມມືກັບ ພະແນກສຶກສາທິການ ແລະ ກີລາແຂວງຫຼວງພະບາງ. ສິ່ງດັ່ງກ່າວນັ້ນ, ສະແດງເຖິງຄວາມຕັດສິນໃຈຂອງສອງແຂວງໃນການສ້າງມິດຕະພາບໃຫ້ນັບມື້ນັບເຂັ້ມແຂງ.

ແຂວງ ຖ໋າຍຫງວຽນ - ຫຼວງພະບາງ: ເພີ່ມທະວີການຮ່ວມມື, ຮັດແໜ້ນຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ

ປະທານຄະນະກຳມະການປະຊາຊົນແຂວງ ຖ໋າຍຫງວຽນ: ຫວູ໋ ຮົ່ງ ບັ໋ກ ແລະ ການນຳນະຄອນຫຼວງພະບາງ ຮ່ວມປູກຕົ້ນໄມ້ເປັນທີ່ລະລຶກ ທີ່ ໂຮງຮຽນມັດທະຍົມບ້ານຄອຍ. (ພາບ: ຮວ່າງທ້ຽບ-ຫວູ໋ຊົນ)

ກ່ອນໜ້ານັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ ແຂວງຖ໋າຍຫງວຽນ (15 ມີນາ 2009 - 15 ມີນາ 2019), ສະມາຄົມມິດຕະພາບຫວຽດນາມ - ລາວ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 10 ປີແຫ່ງການສ້າງຕັ້ງສະມາຄົມ.

ໃນໄລຍະຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງຖ໋າຍຫງວຽນ ມີຫລາຍກິດຈະກຳກໍ່ຄືການເຄື່ອນໄຫວ ທີ່ອຸດົມສົມບູນ, ຫຼາກຫາຍ ແລະ ແທດຈິງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ເຊັ່ນ: ການປຸກລະດົມເຈົ້າໜ້າທີ່, ສະມາຊິກ ແລະ ປະຊາຊົນໃນທົ່ວແຂວງເຂົ້າຮ່ວມ “ ການແຂ່ງຂັນ ຊອກຮູ້ກ່ຽວກັບສາຍພົວພັນພິເສດຫວຽດນາມ - ລາວ”; ປະສານສົມທົບ ກັບໂຮງຮຽນທີ່ມີນັກຮຽນລາວ ຈັດງານສະເຫຼີມສະຫຼອງ ບຸນປີໃໝ່ ແລະ ສະເຫຼີມສະຫຼອງວັນສຳຄັນຂອງສອງປະເທດ; ໄດ້ຈັດຕັ້ງລາຍການ“ຮັບນັກສຶກສາລາວ ໄປຢູ່ເຮືອນກັບປະຊາຊົນ” ເພື່ອຊ່ວຍໃຫ້ນ້ອງໆນັກຮຽນຍົກສູງ, ປັບປຸງທັກສະ ແລະ ການແລກປ່ຽນດ້ານວັດທະນທຳຫວຽດນາມ ກັບປະຊາຊົນທ້ອງຖິ່ນ.

ໃນຫຼາຍປີທີ່ຜ່ານມາ, ໃນທຸກໆສອງປີ ສະມາຄົມໄດ້ປະສານສົມທົບ ກັບ ພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວ ຈັດຕັ້ງງານມະໂຫລານ ສຽງເພງແຫ່ງມິດຕະພາບຫວຽດນາມ - ລາວ ແລະ ແລກປ່ຽນກິລາມິດຕະພາບຫວຽດນາມ - ລາວ ໃຫ້ແກ່ຊາວໜຸ່ມ ແລະ ນັກຮຽນລາວ-ຫວຽດນາມ. ນອກຈາກນັ້ນ, ສະມາຄົມກໍ່ຍັງເຮັດໄດ້ດີ ບົດບາດໃນການເຊື່ອມຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຖ໋າຍຫງວຽນ ກັບບັນດາແຂວງຂອງ ສປປ ລາວ, ຈັດຕັ້ງຄະນະຜູ້ແທນຂັ້ນແຂວງ ເພື່ອໄປມາຢ້ຽມຢາມ ແລະ ເຮັດວຽກ ກັບບັນດາແຂວງຂອງ ສປປ ລາວ ແລະ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ລາວ ຢ່າງເປັນປະຈຳ. ຈາກນັ້ນ ປະກອບສ່ວນຊຸກຍູ້ວຽກງານການຕ່າງປະເທດທົ່ວແຂວງ ກໍ່ຄືສ້າງຄວາມສາມັກຄີ, ມິດຕະພາບ ລະຫວ່າງປະຊາຊົນສອງຊາດຫວຽດນາມ - ລາວ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ